ເສັ້ນທາງແຫ່ງຄວາມຫວັງ

85/107

ຄວາມຈໍາເປັນທີ່ຈະຕ້ອງສັນລະເສີນອົງພຣະຜູ້ເປັນເຈົ້າ

ພວກເຮົາມີຄວາມຈໍາເປັນທີ່ຈະຕ້ອງຍ້ອງຍໍສັນລະເສີນອົງ ພຣະຜູ້ເປັນເຈົ້າໃຫ້ມາກຍິ່ງຂຶ້ນ “ເພາະຄຸນງາມຄວາມດີຂອງ ພຣະອົງ ແລະເພາະພຣະກິຈການອັນໜ້າມະຫັສຈັນຕ່າງໆ ຂອງພຣະອົງທີ່ມີຕໍ່ມວນມະນຸດທັງຫລາຍ.” (ເພງສັນລະເສີນ 107:8). ຊີວິດທີ່ຢູ່ຮ່ວມກັບອົງພຣະຜູ້ເປັນເຈົ້າ ຂອງພວກເຮົານັ້ນ ບໍ່ແມ່ນຈະຕ້ອງຈໍາກັດຂອບເຂດຂອງຕົນຢູ່ໃນແຕ່ການໄຫວ້ວອນ ຮ້ອງຂໍ ແລະການໄດ້ມາຕາມຄໍາຂໍພຽງເທົ່ານັ້ນ. ພວກເຮົາຈົ່ງພາ ກັນເຊົາຄິດເຖິງແຕ່ ຄວາມຮຽກຮ້ອງຕ້ອງການຂອງຕົນຢູ່ຕະ ຫລອດເວລານັ້ນ ເສັຍເຖີດແລະຈົ່ງຢ່າໄປຄິດເຖິງແຕ່ສິ່ງທີ່ພວກຕົນ ໄດ້ຮັບມານັ້ນ. ພວກເຮົາຍັງພາກັນໄຫວ້ພຣະອະທິຖານໜ້ອຍເກີນ ໄປແລະທັງຍັງບໍ່ທັນຮູ້ຈັກທີ່ ຈະສະແດງຄວາມກະຕັນຍູຮູ້ບຸນຄຸນຂອງ ຕົນຕໍ່ອົງພຣະຜູ້ເປັນເຈົ້າເທົ່າທີ່ຄວນ. ພວກເຮົາກໍຍັງເປັນຜູ້ທີ່ຮູ້ ຈັກແຕ່ຮ້ອງຂໍຍໍມືຮັບ, ແຕ່ຊໍ້າພັດຍັງບໍ່ທັນຮູ້ຈັກທີ່ຈະສະແດງຄວາມ ກະຕັນຍູຮູ້ບຸນຄຸນຂອງຕົນໃຫ້ມາກຍິ່ງຂຶ້ນ, ພວກເຮົາຍັງພາກັນສັນ ລະເສີນພຣະອົງເຈົ້າຕໍ່ທຸກສິ່ງຢ່າງທີ່ ພຣະອົງຊົງໄດ້ໂຜດກະທໍາມາ ເພື່ອພວກເຮົານັ້ນໝ້ອຍເກີນໄປ. SCL 207.1

ໃນສະໄໝໂບຣານ, ເມື່ອເວລາທີ່ພວກໄພ່ພົນຊາວອິສຣະ ເອລໄດ້ເຂົ້າມາເຕົ້າໂຮມກັນເພື່ອທໍາພິທີກັມນະມັສການພຣະຜູ້ເປັນ ເຈົ້ານັ້ນພຣະອົງກໍຊົງໄດ້ຕັດຕໍ່ ພວກເຂົາວ່າດັ່ງນີ້: “ພວກເຈົ້າ ຈົ່ງພາກັນກິນອາຫານຢູ່ຕໍ່ໜ້າພຣະພັກຂອງພຣະອົງຜູ້ຊົງ ເປັນພຣະຜູ້ເປັນເຈົ້າຂອງພວກເຈົ້າທັງຫລາຍ ແລະ ພວກ ເຈົ້າຈົ່ງພາກັນມ່ວນຊື່ນເບີກບານພ້ອມທັງຄອບຄົວຂອງ ພວກເຈົ້າທັງໝົດຕໍ່ທຸກສິ່ງຢ່າງທີ່ ໄດ້ສ້າງຂຶ້ນມາດ້ວຍມື ຂອງຕົນເອງເຊິ່ງເປັນສິ່ງທີ່ອົງພຣະຜູ້ເປັນເຈົ້າຊົງໄດ້ໃຫ້ ພຣະພອນແກ່ເຈົ້າໄປແລ້ວນັ້ນ.” (ທົບທວນພຣະບັນຍັຕ 12:7). ທຸກສິ່ງງທຸກຢ່າງ ທີ່ທໍາໄປເພື່ອເປັນການສັນລະເສີນຕໍ່ອົງ ພຣະຜູ້ເປັນເຈົ້ານັ້ນກໍຈະຕ້ອງທໍາກັນດ້ວຍຄວາມເບີກບານສໍາລານ ໃຈ, ທໍາກັນໄປດ້ວຍການຮ້ອງເພງສັນລະເສີນຕໍ່ພຣະເຈົ້າ ແລະດ້ວຍ ຄວາມກະຕັນຍູຮູ້ບຸນຄຸນ, ແຕ່ຫາກບໍ່ແມ່ນຈະທໍາໄປດ້ວຍຄວາມໂສກ ເສົ້າແລະອືດອັ້ນຕັນໃຈ. SCL 207.2

ອົງພຣະຜູ້ເປັນເຈົ້າຂອງ ພວກເຮົາຊົງມີຄວາມເມດຕາກະ ຣຸນາເປັນຢ່າງຍິ່ງ. ການເຂົ້າມາຮັບໃຊພຣະອົງນັ້ນບໍ່ແມ່ນຈະທໍາ ໃຫ້ເປັນງານທີ່ມີລັກສະນະງຽບເຫງົາເສົ້າໂສກ. ການເຂົ້າໄປນົບ ໄຫວ້ນະມັສການພຣະເຈົ້າ ແລະການເຂົ້າໄປມີສ່ວນຮ່ວມໃນການ ຮັບໃຊ້ພຣະອົງນັ້ນ ກໍຄວນຈະເປັນສິ່ງທີ່ທໍາໃຫ້ພວກເຮົາມີຄວາມຊື່ນ ຊົມຍິນດີ. ພຣະຜູ້ເປັນເຈົ້າບໍ່ປະສົງຢາກຈະໃຫ້ມວນມະນຸດຜູ້ເປັນລູກ ຫລານຂອງ ພຣະອົງທີ່ພຣະອົງເອງຊົງໄດ້ທຳການເສັຍສະຫລະຄັ້ງ ຍິ່ງໃຫຍ່ເພື່ອໂຜດເອົາພວກເຂົາທັງຫລາຍໃຫ້ໄດ້ຮັບຄວາມລອດພົ້ນ ມານັ້ນໄດ້ພາກັນຖືວ່າພຣະອົງເປັນເໝືອນເຈົ້ານາຍຜູ້ມີຄວາມເຂັ້ມ ງວດກວດຂັນສຳລັບພວກຕົນ. ອົງພຣະຜູ້ເປັນເຈົ້າກໍຄືມິດສະຫາຍ ຜູ້ປະເສີດເລີດລໍ້າຂອງມວນມະນຸດແລະເມື່ອເວລາທີ່ມະນຸດພາກັນ ໄຫວ້ວອນຫາພຣະອົງ ແລ້ວ ພຣະອົງກໍຈະເຂົ້າມາສະຖິດຢູ່ຄຽງ ຂ້າງເພື່ອໃຫ້ລາບໃຫ້ພອນແລະໃຫ້ຄວາມປອບອົກປອບໃຈແກ່ພວກ ເຂົາ, ເພື່ອທຳໃຫ້ຫົວໃຈຂອງພວກເຂົາໄດ້ປຽມລົ້ນໄປດ້ວຍຄວາມ ສຸກແລະຄວາມຮັກ. ອົງພຣະຜູ້ເປັນເຈົ້າປະສົງຢາກຈະໃຫ້ພວກລູກ ຫລານຂອງພຣະອົງໄດ້ຮັບ ເອົາຄວາມປອບໃຈໃນການຮັບໃຊ້ພຣະ ອົງແລະໄດ້ມີຄວາມຊື່ນຊົມຍິນດີໃນການທຳງານເພື່ອພຣະອົງແທນ ທີ່ຈະຄິດວ່ານັ້ນເປັນກິຈການອັນໜັກໜ່ວງ. ພຣະອົງປະສົງຢາກຈະ ໃຫ້ພວກຄົນທີ່ເຂົ້າມານົບນ້ອມນະມັສການພຣະອົງນັ້ນໄດ້ນຳເອົາ ຄວາມຄິດຈິນຕະນາການທີ່ປະເສີດເລີດລໍ້າກ່ຽວກັບຄວາມຮັກ ແລະ ຄວາມດູແລຂອງພຣະເຈົ້າເພື່ອຈະໄດ້ມີກຳລັງໃຈແລະມີພະລັງແຮງ ຈາກຄວາມສັມພັນດັ່ງກ່າວເພື່ອໃຫ້ເປັນປະໂຫຍດຢູ້ໃນການທຳກິຈ ວັຕປະຈຳວັນທຸກຢ່າງ ແລະ ເມື່ອໄດ້ຮັບມາເຊິ່ງຄວາມມີພຣະເດດ ພຣະຄຸນຂອງພຣະອົງນັ້ນແລ້ວພວກເຂົາກໍຈະສາມາດປະພືດຕົນໃຫ້ ກາຍເປັນຄົນຜູ້ທີ່ຊື່ສັດສຸຈຣິດຢູ້ໃນທຸກວຽກງານ. SCL 208.1