ເສັ້ນທາງແຫ່ງຄວາມຫວັງ
ຫົວຂໍ້ເພື່ອການຄົ້ນຄິດຈິນຕະນາການ
ພວກເຮົາຄວນຈະມາເຕົ້າໂຮມກັນຢູ່ໃຕ້ພຣະມະຫາວິຣະກັມ ແຫ່ງໄມ້ກາງເຂນ. ອົງພຣະຄຣິສຕ໌ເຈົ້າເຊິ່ງເປັນຜູ້ທີ່ຖືກພວກເຂົາ ໄດ້ປະທານຊີວິດຢູ່ມີ່ໄມ້ກາງເຂນນັ້ນເອງທີ່ຄວນຈະເປັນຫົວຂໍ້ສຳ ລັບການຄົ້ນຄິດຈິນຕະນາການ, ສຳລັບການເວົ້າຈາສົນທະນາ ແລະ ທັງເປັນສິ່ງທີ່ພາໃຫ້ຄວາມຄິດຈິດອາລົມຂອງພວກເຮົາຕ້ອງເກີດ ມີຄວາມສົດຊື່ນເບີກບານເປັນຢ່າງຍິ່ງ. ພວກເຮົາຈະຕ້ອງມີຄວາມ ຈົດຈຳຮັກສາເອົາຄວາມຈະເຣີນພອນທຸກຢ່າງທີ່ ພວກເຮົາໄດ້ຮັບ ມາຈາກອົງພຣະຜູ້ເປັນເຈົ້ານັ້ນ ໃວ້ຢູ່ໃນຄວາມຄິດຈິດໃຈຂອງພວກ ຕົນ ແລະເມື່ອໃດທີ່ພວກເຮົາຫາກເກີດມີຄວາມເຂົ້າໃຈໄດ້ໃນຄວາມ ຮັກອັນຍິ່ງໃຫຍ່ຂອງພຣະອົງນັ້ນແລ້ວພວກເຮົາກໍຈະເກີດມີຄວາມ ຕ້ອງການທີ່ ຈະມອບຄວາມໄວ້ວາງໃຈເອົາທຸກສິ່ງທຸກປະການ ໃຫ້ມາຢູ່ໃນພຣະຫັດຂອງ ພຣະອົງຜູ້ເຊິ່ງໄດ້ຖືກເຂົາຕອກແທງປະ ຫານ ໃສ່ໄມ້ກາງເຂນທີ່ໄດ້ກາຍເປັນມະຫາວິຣະກັມແຫ່ງພາຣະກິດ ເພື່ອການໂຜດຜານເອົາມະນຸດພວກເຮົາທັງຫຼາຍໃຫ້ໄດ້ຮັບຄວາມ ລອດພົ້ນນັ້ນ. SCL 209.1
ໂດຍອີງໃສ່ພະລັງແຮງອັນໄດ້ມາຈາກການຍ້ອງຍໍສໍຣະ ເສີນນັ້ນຊີວິດຈິດໃຈຂອງຄົນເຮົາກໍສາມາດທີ່ຈະທະຍານເຫາະຂຶ້ນ ໄປຢູ່ໃກ້ກັບເມືອງສະຫວັນຊັ້ນຟ້ານັ້ນໄດ້. ຢູ່ທີ່ເມືອງສະຫວັນພຸ້ນພວກ ຊາວເມືອງສະຫວັນທັງຫລາຍກໍພາກັນນົບໄຫວ້ນະມັສການອົງພຣະ ຜູ້ເປັນເຈົ້າດ້ວຍສຽງຂັບລໍາທຳເພງ ແລະດ້ວຍສຽງດົນຕຣີມະໂຫ ລີ. ສະນັ້ນ, ໃນເມື່ອເວລາທີ່ພວກເຮົາພາກັນສະແດງຄວາມກະຕັນ ຍູຮູ້ບຸນຄຸນຕໍ່ອົງພຣະຜູ້ເປັນເຈົ້າຢູ່ນັ້ນກໍສະແດງວ່າການຂາບໄຫວ້ ນະມັສການຂອງ ພວກເຮົາໄດ້ກ້າວເຂົ້າໄປສູ່ຄວາມຄ້າຍຄຽງກັບ ການຂາບໄຫວ້ນະມັສການຂອງພວກຊາວເມືອງສະຫວັນເຫຼົ່ານັ້ນ. “ຜູ້ໃດທີ່ນໍາເອົາການສັນລະເສີນເຂົ້າມາຖວາຍ, ຜູ້ນັ້ນກໍໂຄຣົບນັບ ຖືພຣະຜູ້ເປັນເຈົ້າ” (ເພງສັນລະເສີນ 50:23). ມາເຖີດ, ພວກ ເຮົາຈົ່ງພ້ອມກັນມາສະແດງຄວາມໂຄຣົບນັບຖືແລະຊື່ນຊົມໃນຢູ່ຕໍ່ ໜ້າພຣະພັກຂອງພຣະເຈົ້າຜູ້ຊົງໃຫ້ການເນຣະມິດສ້າງຂອງພວກ ເຮົານັ້ນດ້ວຍ “ຄວາມກະຕັນຍູຮູ້ບຸນຄຸນ ແລະດ້ວຍສຽງດົງຕຣີ ມະໂຫລີ.” (ເອຊາຢາ 51:3)./. SCL 210.1