ເສັ້ນທາງແຫ່ງຄວາມຫວັງ
ຈົ່ງໃຫ້ກໍາລັງໃຈເຊິ່ງກັນແລະກັນ
ຖ້າວ່າພວກຄົນຜູ້ເຊື່ອໃນພຣະຄຣິສຕ໌ທັງຫລາຍຫາກຮ່ວມ ໃຈສາມັກຄີກັນ ແລະຮ່ວມກັນສົນທະນາເວົ້າຈາຕໍ່ກັນແລະກັນກ່ຽວ ເຣື່ອງຄວາມຮັກຂອງພຣະເຈົ້າ ແລະຄວາມຈິງອັນປະເສີດແຫ່ງພາ ຣະກິດຂອງການໂຜດມະນຸດໃຫ້ລອດນັ້ນ, ຫົວໃຈຂອງພວກເຂົາກໍ ຈະເກີດມີຄວາມສົດຊື່ນເບີກບານຂຶ້ນແລະບັນຍາກາດອັນສົດໃສດັ່ງ ກ່າວກໍຍັງຈະສະທ້ອນໄປສູ່ຜູ້ອື່ນໆອີກດ້ວຍ. ຢູ່ໃນແຕ່ລະມື້ແຕ່ລະວັນ ພວກເຮົາກໍສາມາດທີ່ຈະທໍາການສຶກສາຮໍາຮຽນໃຫ້ຕົນໄດ້ເກີດມີຄວາມຮູ້ກ່ຽວກັບພຣະເທພບິດາເຈົ້າມາກຍິ່ງຂຶ້ນ, ຮັບເອົາປະສົບ ການອັນສົດໆຮ້ອນໆຈາກພຣະເດດພຣະຄຸນຂອງພຣະອົງ, ຈາກນັ້ນ ພວກເຮົາກໍຈະເກີດມີຄວາມຕ້ອງການທີ່ ຈະເວົ້າຈາສົນທະນາກ່ຽວ ກັບເຣື່ອງຄວາມຮັກຂອງພຣະອົງແລະ ການທີ່ພວກເຮົາທໍາແບບ ນີ້ໄປເລື້ອຍໆກໍຈະພາໃຫ້ຫົວໃຈຂອງພວກເຮົາເກີດມີຄວາມອົບອຸ່ນ ແລະມີຄວາມເຂັ້ມແຂງຍິ່ງຂຶ້ນ. ຖ້າວ່າພວກເຮົາຫາກພາກັນຄິດ ແລະເວົ້າຈາສົນທະນາກັນກ່ຽວເຣື່ອງ ພຣະເຢຊູມາກກວ່າການສົນ ທະນາແຕ່ກ່ຽວກັບເຣື່ອງຂອງຕົນເອງນັ້ນແລ້ວພວກເຮົາກໍຈະເກີດ ມີຄວາມຮູ້ສຶກວ່າອົງພຣະຜູ້ເປັນເຈົ້າຊົງເຂົ້າມາ ສະຖິດຢູ່ກັບພວກ ຕົນມາກຍິ່ງຂຶ້ນ. SCL 204.1
ຖ້າວ່າພວກເຮົາຫາກພາກັນຄິດເຖິງ ອົງພຣະຜູ້ເປັນເຈົ້າ ຢູ່ຢ່າງບໍ່ຂາດລະຍະເໝືອນດັ່ງທີ່ ພຣະອົງຊົງເປັນຜູ້ໃຫ້ຄວາມເອົາ ໃຈໃສ່ອຸບປະຖັມຄໍ້າຊູຕໍ່ ພວກເຮົາຢູ່ນັ້ນພວກເຮົາກໍຄວນຈະຍົກເອົາ ພຣະອົງໄວ້ທີ່ສູງຢູ່ ໃນຄວາມຄິດຈິດໃຈຂອງພວກຕົນແລະກໍຈະພາ ກັນມີຄວາມຊື່ນຊົມໃຈທີ່ຈະມາເວົ້າຈາສົນທະນາກັນກ່ຽວເຣື່ອງ ຂອງພຣະອົງ ແລະຈະໃຫ້ການຍ້ອງຍໍສໍຣະເສີນຕໍ່ພຣະອົງຢູ່ສະເໝີ. SCL 205.1
ພວກເຮົາມັກຈະທັກທາຍສົນທະນາກັນກ່ຽວກັບເລື່ອງຂອງ ມະນຸດທີ່ມີລັກສະນະເປັນຂອງ ຊົ່ວຄາວກໍຍ້ອນວ່າພວກເຮົາມີຄວາມ ສົນໃຈໃນສິ່ງເຫຼົ່ານັ້ນ. ພວກເຮົາມັກພາກັນເວົ້າເລື້ອງພັກພວກໝູ່ ກອງຂອງຕົນກໍເພາະວ່າພວກເຮົາມີຄວາມຕໍ່ຮັກພວກເຂົາ. ເພາະ ວ່າພວກເຮົາມີຄວາມສຸກແລະຄວາມໂສກຮ່ວມກັນກັບພວກເຂົາ.ແຕ່ເຖິງຢ່າງໃດ, ພວກເຮົາກໍຍັງມີເຫດຜົນອັນຍິ່ງໃຫຍ່ຢ່າງນັບບໍ່ ຖ້ວນທີ່ຈະພາກັນສະແດງຄວາມຮັກຕໍ່ອົງພຣະຜູ້ເປັນເຈົ້າມາກກວ່າ ຄວາມຮັກທີ່ມີຕໍ່ເພື່ອນມະນຸດດ້ວຍກັນນັ້ນອີກ. ການທໍາໃຫ້ຄວາມ ຄິດຈິດໃຈທັງໝົດຂອງພວກເຮົາ ຕ້ອງຄິດຄໍານຶງເຖິງພຣະອົງ, ການເວົ້າຈາສົນທະນາກັນກ່ຽວກັບຄຸນງານຄວາມດີຂອງພຣະອົງແລະ ການເລົ່າເຣື່ອງຣິດອໍານາດຂອງ ພຣະອົງນັ້ນ-ຄວນຈະຕ້ອງ ເປັນສິ່ງສໍາຄັນ ກວ່າໝູ່ຢູ່ໃນການດໍາຣົງຊີວິດຂອງພວກເຮົາຢູ່ໃນ ໂລກນີ້. ຂອງພຣະຣາຊານອັນມີຄຸນຄ່າທີ່ພຣະອົງເຈົ້າໄດ້ໂຜດມາ ໃຫ້ພວກເຮົານັ້ນກໍບໍ່ແມ່ນເພື່ອຈະໃຫ້ມັນໄປເຊື່ອມຊຶມຢູ່ໃນຄວາມຄິດ ຈິດໃຈຂອງຕົນແລະພາໃຫ້ຕົນເກີດມີຄວາມນິຍົມຊົມຊອບມາກຈົນ ວ່າບໍ່ຢາກຈະນໍາເອົາສິ່ງໃດໄປມອບຄືນໃຫ້ແກ່ພຣະເຈົ້ານັ້ນເລີຍ. ຂອງໂຜດປະທານເຫລົ່ານັ້ນ ກໍແມ່ນເພື່ອເປັນການຕັກເຕືອນພວກ ເຮົາ ໃຫ້ຄິດຄໍານຶງເຖິງພຣະອົງຢູ່ຢ່າງເປັນປະຈໍາ ແລະເພື່ອຈະ ໄດ້ຜູກພັນກັບພວກເຮົາດ້ວຍຄວາມຮັກ ແລະ ຄວາທກະຕັນຍູຮູ້ບຸນ ຄຸນຕໍ່ພຣະເທພເຈົ້າຜູ້ຊົງເປັນຜູ້ໂຜດປະທານເອົາຄວາມຢູ່ເຢັນເປັນ ສຸກທຸກຢ່າງມາໃຫ້ແກ່ພວກເຮົາທັງຫລາຍ. ພວກເຮົາຍັງພາກັນຄິດ ຢູ່ນໍາແຕ່ສິ່ງທີ່ເປັນທາງຝ່າຍໂລກນີ້ມາກເກີນໄປ. ມາເຖີດ, ພວກ ເຮົາຈົ່ງພາກັນມາສົ່ງສາຍຕາຂອງພວກເຮົາໃຫ້ສູງຍິ່ງຂຶ້ນ. ຈົ່ງ ມອງໄປຍັງປະຕູໂຂງແຫ່ງພຣະວິຫານຂອງອົງພຣະຜູ້ເປັນເຈົ້າທີ່ ຕັ້ງສະຖິດຢູ່ ເມືອງສະຫວັນຊັ້ນຟ້າເບື້ອງນັ້ນ, ເຊິ່ງເປັນບ່ອນທີ່ມີ ແສງສະຫວ່າງອັນສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າສະທ້ອນ ອອກມາຈາກພຣະພັກຂອງພຣະຄຣິສຕ໌ຜູ້ຊົງ “ມີຄວາມສາ ມາດທີ່ຈະຊ່ວຍໂຜດເອົາທຸກຄົນທີ່ເຂົ້າມາຫາອົງພຣະຜູ້ ເປັນເຈົ້າໂດຍຜ່ານພຣະອົງນັ້ນໃຫ້ໄດ້ຮັບຄວາມລອດ.” (ຮີ ບຣູ 7:25). SCL 205.2