ເສັ້ນທາງແຫ່ງຄວາມຫວັງ

83/107

ຢ່າຢູ່ຢ່າງໂດດດ່ຽວລໍາພັງ

ອົງພຣະຜູ້ເຈົ້າບໍ່ເຄີຍໄດ້ຕັດສອນເອົາໄວ້ເລີຍວ່າການ ເຂົ້າມາໄຫວ້ພຣະນະມັສການນັ້ນແຕ່ລະຄົນພວກເຮົາຈະຕ້ອງອອກ ໄປໃຊ້ຊີວິດຢູ່ຢ່າງໂດດດ່ຽວລໍາພັງໂດຍທໍາຕົນໃຫ້ກັບກາຍມາເປັນ ແບບພະລືສີ ຫຼືວ່າເປັນແບບຄຸນພໍ່ເຈົ້າຫົວນັ້ນແຕ່ຢ່າງໃດ ຫຼືວ່າ ຈະໃຫ້ພວກເຮົາຕ້ອງພາກັນໂບກມືອໍາລາຈາກທາງຝ່າຍໂລກນີ້ໄປ ເລີຍ. ຊີວິດຂອງພວກເຮົາຈະຕ້ອງເປັນແບບຊີວິດຂອງພຣະຄຣິ ສຕ໌ເຈົ້າ. ພຣະອົງກໍເຄີຍສະເດັດຜ່ານໄປມາຂ້າມຜ່ານເຂດພູຜາປ່າ ດົງ ແລະ ທັງເຂດແຄວ້ນທີ່ມີຊຸມຊົນອາສັຍຢູ່ຢ່າງຄັບຄາໜາແໜັນ. ພຣະອົງຊົງໃຊ້ຊີວິດຢູ່ດ້ວຍການທໍາມາຫາລ້ຽງຊີບຂອງຕົນພ້ອມ ທັງມີການໄຫວ້ພຣະອະທິຖານປະສານການໄປ. ຜູ້ໃດທີ່ມີແຕ່ໄຫວ້ ພຣະອະທິຖານແຕ່ຊໍ້າພັດບໍ່ເຮັດບໍ່ສ້າງຫຍັງນັ້ນ ອີກບໍ່ດົນເຂົາກໍຈະ ເຊົາທັງໄຫວ້ວອນຕໍ່ພຣະເຈົ້ານັ້ນອີກຊໍ້າຫຼືວ່າການໄຫວ້ພຣະຂອງ ເຂົາກໍຈະກັບກາຍໄປເປັນລັກສະນະແບບເອົາພຽງແຕ່ທາງຮູບ ການເທົ່ານັ້ນ. ເມື່ອຄົນເຮົາຫາກເອົາຕົນແຍກອອກໄປຈາກຊີວິດ ທາງສັງຄົມ. ຈາກພັນທະຂອງຕົນໃນຖານະທີ່ເປັນຜູ້ເຊື່ອໃນພຣະ ຄຣິສຕ໌ຜູ້ໜຶ່ງ. ຈາກການແບກຫາບໄມ້ກາງເຂນຂອງພຣະເຈົ້າແລ້ວ ແລະ ເມື່ອໃດທີ່ເຂົາຫາກຢຸດທໍາງານຢ່າງຕັ້ງໜ້າເພື່ອພຣະຜູ້ເປັນ ເຈົ້າຜູ້ຊົງ ໄດ້ທ້າງງານຢ່າງໜັກເພື່ອຕົນນັ້ນ ແລ້ວເຂົ້າກໍຈະບໍ່ມີອັນ ໃດອີກທີ່ຈະນໍາເອົາມາເວົ້າໃນເວລາໄຫວ້ພຣະແລະເຂົາກໍຈະບໍ່ມີ ຈິດໃຈທີ່ຈະມາອຸທິດຕົນເພື່ອພາຣະກິດອັນເປັນການກຸສົນນັ້ນຕໍ່ໄປອີກ ເລີຍ, ຈາກນັ້ນການໄຫວ້ພຣະຂອງເຂົາກໍຈະກາຍມາເປັນລັກສະນະ ແບບເຫັນແກ່ຕົວ. ພວກເຂົາກໍຈະບໍ່ສາມາໄຫວ້ພຣະອ້ອນວອນເພື່ອ ແກ້ໄຂຄວາມຈໍາເປັນຂອງສັງຄົມມະນຸດຫຼືວ່າເພື່ອການກໍ່ສ້າງສະຖາປະນາພຣະຣາຊອານາຈັກ ຂອງອົງພຣະຄຣິສຕ໌ແລະທັງເຂົາຍັງ ຈະບໍ່ໄຫວ້ວອນຂໍເອົາພະລັງແຮງມາໃຫ້ແກ່ຕົນເພື່ອຈະໄດ້ສືບຕໍ່ພາ ຣະກິດຮັບໃຊ້ອົງພຣະຜູ້ເປັນເຈົ້ານັ້ນເລີຍ. SCL 202.2

ພວກເຮົາມີຄວາມສູນເສັຍມາກມາຍໃນເວລາທີ່ບໍ່ພາກັນ ເຫັນຄວາມສໍາຄັນຂອງກາລະໂອກາດທີ່ຈະເຕົ້າຮວມກັນເພື່ອປຸກ ສ້າງກໍາລັງໃຈໃຫ້ແກ່ກັນແລະກັນໃນການເຂົ້າມາຮັບໃຊ້ອົງພຣະ ຜູ້ເປັນເຈົ້າ. ຄວາມຈິງທາງພຣະວັຈນະຂອງພຣະອົງກໍຈະສູນເສັຍ ຄວາມໝາຍ ແລະ ທັງສູນເສັຍຄວາມມີຊີວິດຊີວາທີ່ຕໍ່ແນວຄິດປັນ ຍາຂອງພວກເຮົາ.ພຣະວັຈນະຂອງພຣະເຈົ້າກໍຈະບໍ່ກາຍເປັນສິ່ງ ທີ່ຈະໃຫ້ແສງສະຫວ່າງອັນສັກສິດແກ່ດວງຈິດດວງໃຈໄດ້ ແລະ ສຸດ ທ້າຍມາຊີວິດທາງຈິດວິນຍານຂອງພວກເຮົາກໍຈະກ້າວເຂົ້າໄປສູ່ ຈຸດຈົບ. ໃນຖານະທີ່ເປັນຜູ້ຮ່ວມໃນວົງຄະນາຍາດຂອງອົງພຣະ ຄຣິຕສ໌ເຈົ້ານັ້ນ ພວກເຮົາກໍມີຄວາມສູນເສັຍຢ່າງມາກມາຍຍ້ອນ ຂາດຄວາມເຫັນອົກເຫັນໃຈເຊິ່ງກັນແລະກັນ. ຄົນຜູ້ທີ່ຖືວ່າຕົນເປັນ ຜູ້ເຊື່ອໃນພຣະຄຣິສຕ໌ແຕ່ຊໍ້າພັດກັກຕົວຢູ່ຢ່າງໂດດດ່ຽວນັ້ນເຂົາກໍ ບໍ່ສາມາດທີ່ຈະປະຕິບັດສໍາເຣັດໜ້າທີ່ ເຊິ່ງພຣະຜູ້ເປັນເຈົ້າໄດ້ມອບ ໝາຍເອົາໄວ້ໃຫ້ເຂົານັ້ນໄດ້. ການສຶກສາອົບຮົມຄຸນຄ່າທາງສັງຄົມ ໃຫ້ເກີດມີຂຶ້ນຢູ່ໃນຄຸນລັກສະນະທາດແທ້ຂອງ ຄົນຢ່າງຖືກຕ້ອງນັ້ນ ກໍຈະພາໃຫ້ພວກເຮົາເກີດມີຄວາມເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ ແລະ ນີ້ກໍຄືພາຫານະຢ່າງໜຶ່ງເພື່ອກໍ່ສ້າງສົ່ງເສີມ ແລະຊຸກຍູ້ກໍາ ລັງໃຈກັນໃຫ້ມີຄວາມເຂັ້ມແຂງຂຶ້ນຢູ່ໃນພຣະກິດການຮັບໃຊ້ພຣະເຈົ້າ. SCL 203.1