ເສັ້ນທາງແຫ່ງຄວາມຫວັງ
ທ່ານຈົ່ງມອງໄປສູ່ເມືອງຟ້າສະຫວັນ
ຈົ່ງໃຫ້ແນວຄິດຈິດໃຈຂອງທ່ານນັ້ນມຸ້ງໄປສູ່ຈຸດໝາຍທີ່ສູງ ສົ່ງເພື່ອຈະໃຫ້ອົງພຣະຜູ້ເປັນເຈົ້າໄດ້ໂຜດປະທານໃຫ້ພວກເຮົາໄດ້ ຫາຍໃຈເອົາບັນຍາກາດແຫ່ງເມືອງສະຫວັນຊັ້ນຟ້າ. ພວກເຮົາ ກໍສາມາດທີ່ ຈະຢູ່ຢ່າງໃກ້ຄຽງກັບອົງພຣະຜູ້ເປັນເຈົ້າໄດ້ແມ່ນກະ ທັ້ງວ່າເມື່ອໃດທີ່ ຕົນຫາກຕົກເຂົ້າໄປໃນການທົດສອບຢ່າງກະທັນ ຫັນແລ້ວແນວຄິດຈິດໃຈຂອງພວກເຮົາກໍຈະກັບຕ່າວຄືນໄປສູ່ພຣະ ອົງຢ່າງອັດຕະໂນມັດຕາມທາງລັກສະນະສັນຊາດຍານເໝືອນດັ່ງ ດອກໄມ້ ທີ່ກໍາລັງໂນ້ມອ່ຽງໄປສູ່ດວງຕາເວັນນັ້ນເອງ. SCL 200.1
ຈົ່ງນໍາເອົາຄວາມຕ້ອງການ, ຄວາມສຸກ, ຄວາມເສົ້າ, ຄວາມຂັດສົນທາງໃຈ ແລະຄວາມຫວາດຫວັ່ນຢ້ານກົວຕ່າງໆທັງ ໝົດຂອງທ່ານນັ້ນໄປຂາບທູນຕໍ່ ອົງພຣະຜູ້ເປັນເຈົ້າເພື່ອໃຫ້ພຣະອົງ ໄດ້ຮັບຊາບນໍາທຸກຢ່າງ.ພຣະອົງຈະບໍ່ເກີດມີຄວາມຮູ້ສຶກໜັກໜ່ວງ ໃດໆເລີຍຍ້ອນການ ໄຫວ້ວອນກ່ຽວບັນຫາຕ່າງໆໃນຊີວິດຂອງ ທ່ານນັ້ນ. ພຣະອົງຜູ້ເຊິ່ງສາມາດນັບອ່ານໄດ້ເຖິງເສັ້ນຜົນທຸກເສັ້ນ ທີ່ມີຢູ່ໃນຫົວຂອງທ່ານນັ້ນ ກໍຈະບໍ່ເມີນເສີຍຕໍ່ຄວາມຈໍາເປັນຕ່າງໆ ຂອງພວກລູກຫລານຂອງພຣະອົງທີ່ໄດ້ຖືນຳເອົາມາຮ້ອງຂໍຍໍມື ໄປນັ້ນເລີຍ. “ພຣະຜູ້ເປັນເຈົ້າຊົງມີຄວາມເອັນດູສົງສານ ຍິ່ງໜັກ ແລະຊົງມີຄວາມແນບນວນໃນຄວາມເມດຕາກະ ຣຸນາ.” (ຢາໂກໂບ 5:11). ພຽງແຕ່ພວກເຮົາເລົ່າເຖິງຄວາມ ຂັດສົນໃຈຂອງ ພວກເຮົາໃຫ້ພຣະອົງໄດ້ຮູ້ນໍາແລ້ວດວງພຣະທັຍ ທີ່ປ່ຽມລົ້ນໄປດ້ວຍຄວາມຮັກຂອງ ພຣະອົງນັ້ນກໍຈະຕ້ອງກະທົບກະ ເທືອນໄປນໍາດ້ວຍ. ຈົ່ງນໍາເອົາທຸກສິ່ງຢ່າງທີ່ທໍາໃຫ້ແນວຄິດຈິດໃຈ ຂອງທ່ານ ຕ້ອງເກີດມີຄວາມສັບສົນວຸ້ນວາຍນັ້ນໄປມອບໃວ້ກັບ ພຣະອົງ. ບໍ່ມີສີ່ງໃດເລີຍທີ່ຈະເປັນການໜັກໜາສໍາລັບພຣະອົງ, ເພາະວ່າພຣະອົງເອງຊົງເປັນຜູ້ຄຸ້ມຄອງບໍຣິຫານຕໍ່ພື້ນພິພົບມະຫາ ຈັກກະວານທັງປວງແຫ່ງນີ້. ທຸກສິ່ງຢ່າງທີ່ກ່ຽວພັນກັບຄວາມສັນ ຕິສຸກຂອງພວກເຮົານັ້ນພຣະອົງກໍບໍ່ຊົງຖືວ່າເປັນສິ່ງເລັກນ້ອຍເບົາ ບາງໄປເລີຍ. ຢູ່ໃນປະສົບການແຫ່ງຊີວິດຂອງພວກເຮົານັ້ນກໍບໍ່ມີ ພາກໃດຕອນໃດເລີຍທີ່ພຣະອົງຈະອ່ານບໍ່ອອກ, ບໍ່ມີສິ່ງໃດທີ່ຈະສັບ ສົນຫຍຸ້ງຍາກເກີນໄປກວ່າທີ່ພຣະອົງຈະປົດແກ້ອອກໃຫ້ໄດ້. ບໍ່ວ່າ ຈະເປັນໂສກນາຕກັມອັນໃດທີ່ຕົກມາໃສ່ແມ່ນກະທັ້ງພວກລູກ ຫລານຜູ້ອ່ອນນ້ອຍຂອງພຣະອົງ, ບໍ່ວ່າຈະເປັນຄວາມຄັບຂັນກະວົນ ກະວາຍຢູ່ໃນຈິດໃຈ, ບໍ່ວ່າຈະເປັນຄວາມສຸກແລະຄໍາໄຫວ້ວອນທີ່ ອອກມາຈາກໃຈ ທຸກຄັ້ງທີ່ຈະບໍ່ຜ່ານການພິນິດພິຈາຣະນາຂອງພຣະ ເທພບິດາເຈົ້າໄປໄດ້, ເພາະວ່າພຣະອົງຈະໃຫ້ຄວາມສົນໃຈຢ່າງ ບໍ່ລໍຊ້າ. “ພຣະອົງຊົງເປັນຜູ້ໃຫ້ການມະໂຫສົດພະຍາບານ ແກ່ຄົນຜູ້ທີ່ມີຫົວໃຈອັນແຕກຫັກ ແລະ ຮໍາບາດ ແຜຂອງພວກ ເຂົາ” (ເພງສັນລະເສີນ 147:3). ຄວາມສັມພັນລະຫວ່າງອົງພຣະ ຜູ້ເປັນເຈົ້າກັບມະນຸດແຕ່ລະຄົນນັ້ນກໍມີລັກສະນະອັນແນ່ນອນແລະຄົບ ຖ້ວນສົມບູນເໝືອນດັ່ງວ່າຄົນຜູ້ນັ້ນກໍເປັນພຽງແຕ່ ຄົນຜູ້ໜຶ່ງຜູ້ດຽວ ຢູ່ໃນໂລກນີ້ທີ່ອົງພຣະບິດາເຈົ້າຊົງ ໄດ້ອຸທິດພຣະບຸຕທີ່ແສນຮັກ ແລະ ຫວງແຫນອົງໜຶ່ງອົງອົງດຽວຂອງພຣະອົງໃຫ້ສະເດັດລົງມາສິ້ນ ພຣະຊົນຕາງເຂົາ. SCL 200.2
ພຣະເຢຊູຊົງໄດ້ຕັດກ່າວເອົາໃວ້ວ່າ: “ພວກທ່ານຈົ່ງ ຮ້ອງຂໍ ໂດຍຜ່ານພຣະນາມຂອງເຮົາພຣະອົງ ແລະ ເຮົາ ກໍບໍ່ເຄີຍໄດ້ບອກຕໍ່ທ່ານວ່າເຮົາຈະໄປໄຫວ້ວອນພຣະບິດາ ເຈົ້າເພື່ອພວກທ່ານ, ເພາະວ່າພຣະບິດາເຈົ້າເອງຊົງຮັກ ພວກທ່ານ”, “ເຮົາພຣະອົງຊົງໄດ້ຄັດເລືອກເອົາພວກ ທ່ານມາ... ສິ່ງໃດທີ່ພວກທ່ານຈະຮ້ອງຂໍຈາກພຣະບິດາ ເຈົ້າໂດຍຜ່ານພຣະນາມຂອງເຮົາພຣະອົງນັ້ນພຣະອົງກໍ ຈະໂຜດປະທານເອົາສິ່ງນັ້ນມາໃຫ້.” (ໂຢຫັນ 16:26,27; 15:16). ແຕ່ວ່າການໄຫວ້ວອນໂດຍຜ່ານພຣະນາມຂອງພຣະເຢ ຊູນັ້ນກໍເປັນສິ່ງທີ່ມີຄວາມໝາຍມາກໄປກວ່າການທີ່ຈະເອີ້ນເຖິງຊື່ ສຽງຂອງພຣະອົງແບບທໍາມະດາຢູ່ໃນຕອນເລີ່ມຕົ້ນ ແລະ ຕອນ ມ້ວນທ້າຍຂອງການໄຫວ້ພຣະອະທິຖານພຽງເທົ່ານັ້ນ. ນີ້ຄືການ ໄຫວ້ພຣະອະທິຖານທີ່ຈະຕ້ອງທໍາດ້ວຍສະຕິປັນຍາ ແລະ ດ້ວຍພຣະ ວິນຍານຂອງອົງພຣະເຢຊູເຈົ້າ ແລະທັງມີຄວາມເຊື່ອໃນຄໍາສັນຍາ ຂອງພຣະອົງ, ໄວ້ວາງໃຈໃນພຣະເດດພຣະຄຸນຂອງພຣະອົງ ແລະ ກະທໍາຕາມພຣະກິຈການຂອງພຣະອົງ. SCL 202.1