ເສັ້ນທາງແຫ່ງຄວາມຫວັງ
ຕົກມາເຖິງວັນນີ້ກໍເໝືອນກັນກັບສະໄໝຜ່ານມາ
ຕົກມາໃນວັນນີ້ ອົງພຣະຄຣິສຕ໌ຫໍມີຄວາມປະສົງທີ່ຈະກະທຳ ກັບພວກລູກຫລານຂອງ ພຣະອົງໝົດທຸກຢ່າງເໝືອນກັນກັບພຣະ ອົງເຄີຍໄດ້ກະທຳມາກັບພວກອັຄສາວົກລຸ້ນແລກໃນສະໄໝຜ່ານ ມານັ້ນ. ໃນຂະນະທີ່ອົງພຣະເຢຊູເຈົ້າໄດ້ໄຫວ້ວອນຄັ້ງສຸດທ້າຍຮ່ວມ ກັບພວກສາວົກຂອງພຣະອົງຢູ່ນັ້ນພຣະອົງຊົງກ່າວວ່່າ: “ຂ້າພຣະ ອົງບໍ່ໄດ້ໄຫວ້ວອນສະເພາະແຕ່ເພື່ອພວກສາວົກເຫລົ່ານີ້ ພຽງເທົ່ານັ້ນ, ແຕ່ຫາກຍັງເພື່ອພວກຄົນທັງຫລາຍທີ່ເຂົ້າ ມາເຊື່ອໃນຂ້າພຣະອົງ ໂດຍຜ່ານຄຳເວົ້າຂອງພວກເຂົາ ເອງ.” (ໂຢຫັນ 17:20). SCL 149.1
ພຣະເຢຊູ ໄດ້ໄຫວ້ວອນອະທິຖານເພື່ອ ພວກເຮົາທັງຫລາຍ ແລະພຣະອົງຍັງໄດ້ຂໍຮ້ອງເພື່ອຈະໃຫ້ພວກເຮົາໄດ້ເປັນອັນໜຶ່ງອັນ ດຽວກັນກັບພຣະອົງເໝືອນດັ່ງທີ່ ພຣະອົງຊົງເປັນອັນໜຶ່ງອັນດຽວ ກັນກັບອົງພຣະບິດາເຈົ້ານັ້ນ. ຄວາມເປັນພັນທະມິດດັ່ງກ່າວນີ້ໝາຍ ເຖິງສິ່ງໃດ? ພຣະເຈົ້າຜູ້ໂຜດໃຫ້ລອດຊົງໄດ້ຕັດກ່າວກ່ຽວກັບພຣະ ອົງເອົາໄວ້ວ່າ: “ຜູ້ເປັນພຣະບຸຕກໍບໍ່ສາມາດທີ່ຈະກະທຳສິ່ງ ໃດດ້ວຍຕົນເອງໄດ້ຈັກຢ່າງ.” “ແມ່ນພຣະບິດາເຈົ້າຜູ້ຊົງ ສະຖິດຢູ່ ໃນເຮົານີ້ຊົງເປັນຜູ້ກະທຳການເຫລົ່ານັ້ນ.” (ໂຢ ຫັນ 5:19;14:10). ກໍເໝືອນກັນກັບເມື່ອເວລາທີ່ອົງພຣະຄຣິສ ຕ໌ຫາກໄດ້ເຂົ້າມາສະຖິດຢູ່ໃນຫົວໃຈຂອງພວກເຮົາແລ້ວພຣະອົງກໍ ຈະເປັນຜູ້ທຳໃຫ້ພວກເຮົາ “ໄດ້ເກີດມີທັງຄວາມຢາກແລະທັງ ມີການກະທຳທີ່ ເປັນໄປຕາມນ້ຳພຣະທັຍຂອງພຣະອົງ” (ຟີລິບປຽນ 2:13). ພວກເຮົາຈະຕ້ອງພາກັນທຳງານເໝືອນດັ່ງ ທີ່ພຣະອົງເຄີຍໄດ້ກະທຳມາ, ພວກເຮົາຈະຕ້ອງສະແດງອອກໃຫ້ ເຫັນເຖິງຄວາມເປັນຈິດໜຶ່ງໃຈດຽວກັນ. ສະນັ້ນເມື່ອໄດ້ພາກັນເຂົ້າ ມາຮ່ວມຮັກຕໍ່ພຣະອົງ ແລະ ພ້ອມກັນດຳຣົງຢູ່ໃນພຣະອົງແລ້ວພວກ ເຮົາກໍຈະຕ້ອງພາກັນ “ເຕີບໃຫຍ່ຂຶ້ນໃນພຣະອົງຢູ່ໃນທຸກສິ່ງ ຢ່າງເພາະວ່າອົງພຣະຄຣິສຕ໌ ນັ້ນຊົງເປັນດັ່ງສີລະ(ຫົວ)” (ເອເຟຊຽນ 4:15)./. SCL 149.2