ເສັ້ນທາງແຫ່ງຄວາມຫວັງ

60/107

ບົດທີ 9—ຊີວິດແລະການກະທຳ

ອົງພຣະຜູ້ເປັນເຈົ້າຊົງເປັນບໍ່ເກີດແຫ່ງຊີວິດ, ເປັບບໍ່ເກີດແຫ່ງ ແສງສະຫວ່າງ ແລະ ຄວາມສຸກໃຫ້ແກ່ພື້ນພິພົບມະຫາຈັກກະວານ ທັງໝົດ. ພຣະອົງກໍປຽວສະເໝືອນແສງປະກາຍທີ່ພຸ້ງສະຫວ່າງ ອອກມາຈາກດວງຕາເວັນ, ປຽບດັ່ງແປວນ້ຳທີ່ພຸ່ງພົ້ນອອກມາ ຈາກບໍ່ນ້ຳແຫ່ງຊີວິດທີ່ສົ່ງພຣະພອນຂອງພຣະອົງໃຫ້ແກ່ພວກສັພສິ່ງ ສັພການທັງໝົດທີ່ພຣະອົງຊົງໄດ້ໃຫ້ການເນຣະມິຕປະດິດສ້າງຂຶ້ນ ມາ. ເມື່ອມີອົງພຣະຜູ້ເປັນເຈົ້າເຂົ້າມາສະຖິດຢູ່ໃນຫົວໃຈຂອງຄົນ ແລ້ວຄວາມຮັກແລະຄວາມຈະເຣີນພອນກໍຈະສະທ້ອນອອກມາຈາກ ຕົວຂອງເຂົາໄປສູ່ບັນດາຜູ້ຄົນທັງຫລາຍທີ່ຢູ່ອ້ອມຂ້າງເຂົານັ້ນ. SCL 151.1

ຄວາມສຸກຂອງພຣະເຈົ້າຜູ້ໂຜດໃຫ້ລອດຂອງພວກເຮົາ ນັ້ນກໍຢູ່ທີ່ການໄດ້ຊ່ວຍດຶງເອົາມະນຸດຜູ້ ທີ່ກຳລັງຕົກຢູ່ໃນຄວາມພັງ ພິນາດນັ້ນໃຫ້ໄດ້ຮັບຄວາມລອດພົ້ນຂຶ້ນມາ. ເພື່ອເປົ້າໝາຍດັ່ງກ່າວ ນີ້ ພຣະອົງກໍບໍ່ໄດ້ຄິດເສັຍດາຍໄປເລີຍທີ່ຈະໃຫ້ການອຸທິດຊີວິດຂອງ ພຣະອົງໂດຍຜ່ານຄວາມທໍລະມານຢູ່ທີ່ໄມ້ກາງເຂນແຫ່ງ ພຣະມະ ຫາວິຣະກັມໂດຍບໍ່ໄດ້ເອົາຫົວໃສ່ໃຈຊາຕໍ່ການດູຖູກຢຽດຫຍາມແຕ່ ຢ່າງໃດທັງສິ້ນ. ພວກບັນດາທູຕສະຫວັນກໍພາກັນທຳງານຢ່າງບໍ່ ຂາດລະຍະເພື່ອນຳເອົາຄວາມສຸກມາສູ່ຄົນທັງຫລາຍ, ເພາະນີ້ ກໍເປັນຄວາມສຸກຂອງພວກເຂົາເຈົ້າ. ພວກຄົນຜູ້ທີ່ມີຄວາມເຫັນແກ່ ຕົວທັງຫລາຍກໍພາກັນຖືວ່າການຊ່ວຍເຫລືອຕໍ່ຜູ່ທີ່ກຳລັງຕົກທຸກໄດ້ ຍາກ ແລະ ຕໍ່ຜູ້ທີ່ມີຄວາມຊົ່ວຊ້າເລວຊາມນັ້ນເປັນກໍເປັນຄວາມຕ່ຳ ຕ້ອຍສຳລັບຕົນ, ແຕ່ສິ່ງນີ້ເອງກໍຄືງານທີ່ພວກເທວະທູຕຂອງພຣະ ເຈົ້າຈະຕ້ອງເປັນຜູ້ກະທຳ. ຈິດວິນຍານແຫ່ງຄວາມຮັກທີ່ມີຄວາມ ເສັຍສະຫລະອັນຍິ່ງໃຫຍ່ຂອງພຣະຄຣິສຕ໌ນັ້ນ ກໍຄືຈິດວິນຍານທີ່ຄຸ້ມ ຄອງເອົາບັນຍາກາດແຫ່ງເມືອງຟ້າ ແລະ ທັງເປັນຄຸນລັກສະ ນະທາດແທ້ແຫ່ງຄວາມຈະເຣີນພອນຂອງເມືອງສະຫວັນຊັ້ນຟ້າ ນັ້ນອີກດ້ວຍ. ນີ້ຄືຈິດວິນຍານທີ່ຈະເກີດຂຶ້ນຢູ່ກັບພວກຄົນທັງ ຫລາຍທີ່ໄດ້ເຫັນເຂົ້າມາເຊື່ອໃນອົງພຣະຄຣິສຕ໌ ແລະ ຈິດວິນຍານ ດັ່ງກ່າວນີ້ກໍຈະສະແດງອອກໃຫ້້ເຫັນຢູ່ໃນການກະທຳຂອງພວກ ເຂົາເອງ. SCL 152.1

ເມື່ອເວລາທີ່ຄວາມຮັກຂອງອົງພຣະຄຣິສຕ໌ ຫາກໄດ້ເຂົ້າ ມາສະຖິດຢູ່ໃນຫົວໃຈຂອງຄົນແລ້ວອາຍກິ່ນອັນຫອມຫວນຈາກ ຄວາມຮັກດັ່ງກ່າວກໍບໍ່ສາມາດທີ່ຈະຖືກເຊື່ອງຊ້ອນເອົາໄວ້ໄດ້. ອິດ ທິພົນອັນບໍຣິສຸດຜຸດຜ່ອງຂອງຄວາມຮັກດັ່ງກ່າວກໍຈະສະທ້ອນອອກ ໄປສູ່ທຸກຄົນທີ່ພວກເຮົາໄດ້ມີການຄົບຄ້າສະມາຄົມກັບເຂົາ. ຈິດວິນ ຍານຂອງພຣະຄຣິສຕ໌ທີ່ເຂົ້າມາສະຖິດຢູ່ໃນຫົວໃຈຂອງຄົນນັ້ນກໍປຽບ ສະເໝືອນບໍ່ນ້ຳຢູ່ກາງທະເລຊາຍທີ່ຈະພຸ່ງອອກມາໃຫ້ຄວາມສົດຊື່ນ ເບີກບານແກ່ທຸກຄົນ ແລະຈະເປັນສິ່ງທີ່ທຳໃຫ້ພວກຄົນທີ່ ພວມກຳ ລັງຕົກຢູ່ໃນຄວາມພິນາດນັ້ນ ໄດ້ເກີດມີຄວາມຕ້ອງການຢາກຈະ ເຂົ້າມາດູດດື່ມເອົາທານນ້ຳແຫ່ງຊີວິດນີ້. SCL 152.2

ຄວາມຮັກຕໍ່ອົງພຣະເຢຊູເຈົ້ານັ້ນ ກໍຈະສະແດງອອກໃຫ້ ເຫັນຢູ່ໃນຄວາມຕ້ອງການຢາກຈະທຳງານເໝືອນດັ່ງທີ່ພຣະອົງຊົງ ໄດ້ກະທຳມາເພື່ອນຳມາເຊິ່ງຄວາມຈະເຣີນພອນ ແລະເພື່ອການ ຟື້ນຊີບຂອງມະນຸສໂລກ. ຄວາມຮັກຕໍ່ອົງພຣະເຢຊູຄຣິສຕ໌ນັ້ນຈະ ເປັນສິ່ງນຳພາໃຫ້ພວກເຮົາໄດ້ເກີດມີຄວາມຮັກ, ມີຄວາມແນບ ນວນ ແລະ ຄວາມເມດຕາສົງສານ ຕໍ່ທຸກສິ່ງຢ່າງທີ່ອົງພຣະເທພ ບິດາເຈົ້າຊົງໄດ້ໃຫ້ການເນຣະມິຕປະດິດສ້າງຂຶ້ນມາ. ຊີວິດຂອງ ພຣະເຈົ້າຜູ້ໂຜດໃຫ້ລອດໃນເວລາທີ່ພຣະອົງຊົງໄດ້ສະເດັດລົງມາໃຊ້ ຊີວິດຢູ່ໃນ ໂລກມະນຸດເຮົານີ້ກໍບໍ່ໄດ້ເປັນຊີວິດແບບຢູ່ຢ່າງສະໜຸກກິນ ສະບາຍແລະເຫັນແກ່ຕົວ, ແຕ່ຫາກເປັນຊີວິດທີ່ເຕັມໄປດ້ວຍການ ທຳງານຢ່າງຕັ້ງໜ້າ ແລະ ບໍ່ຮູ້ອິດເມື່ອຍເພື່ອໂຜດຜາຍເອົາມະນຸດ ທີ່ ກຳລັງຕົກຢູ່ໃນຄວາມພິນາດໃຫ້ໄດ້ຮັບຄວາມລອດພົ້ນ. ນັບຕັ້ງ ແຕ່ເວລາທີ່ພຣະອົງໄດ້ປະສູດອອກມາຈົນໄປເຖິງເວລາແຫ່ງການ ສິ້ນພຣະຊົນຢູ່ທີ່ໄມ້ກາງເຂນແຫ່ງເນີນເຂົາກ້ອນໂກທາ (Golgo tha) ນັ້ນພຣະອົງກໍໄດ້ເດີນຕາມເສັ້ນທາງແຫ່ງຄວາມເສັຍສະ ຫລະ, ພຣະອົງບໍ່ໄດ້ຫາທາງທີ່ຈະຫລີກອອກໄປຈາກຄວາມ ຮັບຜິດ ຊອບອັນໜັກໜ່ວງ, ຈາກການເດີນທາງທີ່ອິດເມື່ອຍໂຫຍຫີວ ແລະ ຈາກວຽກງານທີ່ຫຍຸ້ງຍາກສັບສົນ, ພຣະອົງຊົງກ່າວວ່າ: “ພຣະ ບຸຕຂອງມະນຸດບໍ່ໄດ້ສະເດັດລົງມາເພື່ອຈະ ໃຫ້ຜູ້ອື່ນ ເຂົ້າມາຮັບໃຊ້ຕົນ, ແຕ່ຫາກເພື່ອຕົນເອງຈະໄດ້ເປັນຝ່າຍ ຜູ້ຮັບໃຊ້ ແລະເພື່ອຈະໄດ້ອຸທິດຊີວິດຂອງພຣະອົງ ໃຫ້ເປັນ ຄ່າໄຖ່ສຳລັບຄົນທັງຫລາຍ.” (ມັດທາຍ:20:28), ນີ້ຄືຈຸດ ປະສົງໃຫຍ່ຢູ່ໃນຊີວິດຂອງພຣະອົງ. ສ່ວນສິ່ງອື່ນທີ່ນອກເໜືອໄປ ຈາກນີ້ສຳລັບພຣະອົງແລ້ວກໍເປັນພຽງແຕ່ເລື້ອງສຳຮອງ ແລະ ເປັນສິ່ງຊ່ວຍໃຫ້ບັນລຸໄດ້ ເຖິງເປົ້າໝາຍອັນສຳຄັນທີ່ກ່າວມານັ້ນ ເອງ. ການກະທຳຕາມພຣະປະສົງຂອງອົງພຣະຜູ້ເປັນເຈົ້າ ແລະ ການປະຕິບັດພຣະກິຈການຂອງພຣະອົງໃຫ້ສຳເຣັດນັ້ນກໍຄືອາຫານ ແລະນ້ຳດື່ມສຳລັບພຣະອົງ. ສິ່ງທີ່ເປັນສິດຜົນປະໂຫຍດ ແລະຄວາມ ເຫັນແກ່ຕົວນັ້ນກໍບໍ່ມີສ່ວນເຂົ້າມາພົວພັນແຕ່ຢ່າງໃດເລີຍຢູ່ໃນພຣະ ກິຈການຮັບໃຊ້ຂອງພຣະອົງນັ້ນ. SCL 153.1