ເສັ້ນທາງແຫ່ງຄວາມຫວັງ

58/107

ພຣະອົງຍັງຄົງສະຖິດຢູ່ກັບພວກເຮົາ

ໃນເວລາທີ່ພຣະຄຣິສຕ໌ ໄດ້ສະເດັດຂຶ້ນໄປສູ່ເມືອງສະຫວັນ ແລ້ວນັ້ນ, ພວກສາວົກທັງຫລາຍຂອງພຣະອົງກໍຍັງຄົງມີຄວາມຮູ້ ສຶກວ່າພຣະອົງຍັງຄົງສະຖິດຢູ່ກັບພວກຕົນດັ່ງເລີຍ. ນັ້ນຄືການເຂົ້າ ມາສະຖິດຢູ່ ຂອງພຣະອົງເອງຢ່າງແທ້ຈິງເຊິ່ງເຕັມໄປດ້ວຍຄວາມ ຮັກ ແລະຄວາມມີແສງສະຫວ່າງ. ພຣະເຢຊູຜູ້ຊົງເປັນພຣະເຈົ້າຜູ້ ໂຜດໃຫ້ລອດຜູ້ເຊິ່ງເຄີຍຮ່ວມເດີນມາງ, ເຄີຍຮ່ວມເວົ້າຈາສົນທະ ນາ, ເຄີຍຮ່ວມໄຫວ້ພຣະອະທິຖານກັບພວກຕົນ ແລະທັງເຄີຍເປັນ ຜູ້ທີ່ໃຫ້ຄວາມຫວັງແລະກຳລັງໃຈນັ້ນບັດນີ້ກໍໄດ້ຖືກນຳໃຫ້ສະເດັດຂຶ້ນ ໄປສູ່ເມືອງສະຫວັນຊັ້ນຟ້າໃນຂະນະທີ່ຂ່າວປະເສີດແຫ່ງຄວາມສັນ ຕິກໍຍັງຄົງສືບຕໍ່ກ້ອງກັງວານອອກມາຈາກພຣະໂອດຂອງພຣະອົງ ນັ້ນຢູ່ ແລະຂະນະທີ່ກ້ອນເມກອັນເປັນຂະບວນແຫ່ຂອງ ພວກທູຕສະ ຫວັນໄດ້ຫຸ້ມລອມເອົາພຣະອົງໄປແລ້ວນັ້ນພຣະສຸຣະສຽງຂອງ ພຣະ ອົງກໍໄດ້ດັງກ້ອງອອກມາໃສ່ຫູຂອງພວກສາວົກເຫລົ່ານັ້ນວ່າ: “ດູ ເຖີດ, ເຮົາພຣະອົງກໍຍັງຄົງສະຖິດຢູ່ ກັບພວກທ່ານທັງ ຫລາຍຕະຫລອດໄປຈົນກວ່າໂລກນີ້ຈະສິ້ນສຸດອາວະສານ.” (ມັດທາຍ 28:20). ພຣະເຢຊູຊົງໄດ້ສະເດັດຂຶ້ນໄປສູ່ເມືອງສະຫວັນ ຊັ້ນຟ້າໂດຍເຫັນເປັນຮູບຮ່າງຂອງມະນຸດ. ພວກສາວົກເຫລົ່ານັ້ນ ກໍຮູ້ດີວ່າພຣະອົງຊົງພຳນັກຢູ່ຕໍ່ໜ້າພຣະຣາຊບັນລັງຂອງ ອົງພຣະ ຜູ້ເປັນເຈົ້າແລະຍັງຄົງເປັນມິດສະຫາຍຜູ້ຍິ່ງໃຫຍ່ ແລະ ທັງເປັນ ພຣະເຈົ້າຜູ້ໂຜດໃຫ້ລອດຂອງພວກຕົນດັ່ງເຄີຍ ແລະຄວາມຮັກຂອງ ພຣະອົງກໍບໍ່ມີວັນທີ່ຈະປ່ຽນແປງໄປໄດ້, ພຣະອົງກໍຍັງຄົງຮູ້ດີໃນ ຄວາມທຸກທໍລະມານຂອງມະນຸດ. ພຣະອົງຊົງເປັນຜູ້ນຳເອົາຄຸນງາມ ຄວາມດີເຊິ່ງໄດ້ມາຈາກພຣະໂລຫິດທີ່ ສູງສົ່ງດ້ວຍຄຸນຄ່າຂອງ ພຣະອົງເອງເຂົ້າໄປທູນຖວາຍແດ່ອົງພຣະຜູ້ເປັນເຈົ້າ ແລະ ພຣະ ອົງທັງໄດ້ເອົາຮອຍບາດແຜຢູ່ທີ່ຝ່າພຣະຫັດແລະຢູ່ທີ່ຝ່າພຣະບາດຂອງພຣະອົງເອງອອກມາສະແດງໃຫ້ເຫັນເພື່ອເປັນການລະນຶກ ເຖິງຄຸນຄ່າລາຄາທີ່ພຣະອົງຊົງໄດ້ຈັບຈ່າຍໄປເພື່ອ ໃຫ້ການໄຖ່ຖອນ ເອົາພວກໄພ່ພົນທັງຫລາຍຂອງພຣະອົງ. ພວກສາວົກຂອງພຣະອົງ ເຫລົ່ານັ້ນກໍຮູ້ດີວ່າພຣະເຢຊູຊົງ ໄດ້ສະເດັດຂຶ້ນໄປສູ່ເມືອງສະຫວັນ ຊັ້ນຟ້າເພື່ອຈະໄດ້ຫ້າງຫາກະກຽມສະຖານທີ່ເອົາໄວ້ໃຫ້ແກ່ພວກ ຕົນ, ຈາກນັ້ນພຣະອົງກໍຈະໃຫ້ການສະເດັດລົງມາອີກເປັນຄັ້ງໃໝ່ ເພື່ອຮັບເອົາພວກຕົນເພື່ອຈະໄດ້ພາກັນໄປຢູ່ຮ່ວມກັບພຣະອົງອີກ. SCL 145.1

ເມື່ອໃດທີ່ພວກສາວົກທັງຫລາຍຂອງ ພຣະອົງໄດ້ຖືກສົ່ງຂຶ້ນ ໄປສູ່ເມືອງສະຫວັນຊັ້ນຟ້ານັ້ນແລ້ວພວກເພິ່ນກໍຈະເຕົ້າໂຮມກັນເຂົ້າ ເຝົ້າພຣະອົງເພື່ອຂາບທູນຂໍເດຊາແຈ້ງເຖິງຄວາມປະສົງຂອງ ພວກຕົນຕໍ່ອົງພຣະບິດາເຈົ້າໂດຍອ້າງອີງເຖິງພຣະນາມຂອງອົງ ພຣະເຢຊູຄຣິສຕ໌ນັ້ນເອງ. ພວກເພິ່ນກໍຈະພາກັນຄູ້ເຂົ່າລົງດ້ວຍ ຄວາມເກງຂາມເພື່ອຂາບໄຫວ້ພຣະອົງພ້ອມທັງຈະພາກັນວ່າຢ້ຳ ເຖິງຂໍ້ຄວາມຂອງພຣະສັນຍາທີ່ວ່າ: “ສິ່ງໃດທີ່ພວກທ່ານຈະ ຮ້ອງຂໍເອົາຈາກອົງພຣະບິດາເຈົ້າໂດຍຜ່ານພຣະນາມ ຂອງເຮົາ, ພຣະອົງເຈົ້າກໍຈະໂຜດປະທານລົງມາໃຫ້ພວກ ທ່ານ. ເທົ່າເຖິງເວລານີ້ພວກທ່ານກໍຍັງບໍ່ທັນໄດ້ຮ້ອງຂໍ ເອົາສິ່ງໃດໂດຍຜ່ານພຣະນາມຂອງເຮົາ, ເພາະສະນັ້ນ ພວກທ່ານຈົ່ງພາກັນຮ້ອງຂໍເອົາແລ້ວກໍຈະໄດ້ມາ, ເພື່ອ ໃຫ້ພວກທ່ານໄດ້ມີຄວາມສຸກຢ່າງເຕັມສ່ວນ.” (ໂຢຫັນ 16:23:24). ພວກໄພ່ພົນທີ່ໄດ້ຮັບການໂຜດໃຫ້ລອດເຫລົ່ານັ້ນກໍ ຈະພາກັນຍົກມື້ຂຶ້ນເພື່ອສະແດງ ອອກໃຫ້ເຫັນເຖິງຄວາມເຊື່ອຂອງ ພວກຕົນໃຫ້ສູງຍິ່ງຂຶ້ນ ແລະ ພ້ອມທັງຈະພາກັນຮ້ອງກ່າວຄຳຢັ້ງ ຢືນອັນແຮງກ້າຂອງພວກຕົນອອກມາວ່າ: “ອົງພຣະຄຣິສຕ໌ ເຈົ້າຊົງໄດ້ສິ້ນພຣະຊົນໄປ, ແຕ່ກໍໄດ້ຟື້ນພຣະຊົນຄືນມາ ອີກເປັນຄັ້ງໃໝ່. ພຣະອົງຊົງປະທັບຢູ່ທີ່ພຣະຫັດເບື້ອງ ຂວາຂອງອົງພຣະຜູ້ເປັນເຈົ້າ ແລະທັງເປັນທະນາຍຄວາມ ຜູ້ປົກປ້ອງເອົາພວກເຮົາອີກດ້ວຍ.” (ໂຣມັນ 8:34). ໃນວັນ ເທສການເພັນທີຄອສຕ໌ (Pentecost) ອົງພຣະວິນຍານບໍຣິສຸດ ຜູ້ເຊິ່ງເປັນຜູ້ ໃຫ້ຄວາມປອບໃຈນັ້ນກໍຊົງໄດ້ສະເດັດລົງມາສະຖິດຢູ່ ນຳພວກເຂົາທັງຫລາຍ, ອົງພຣະຄຣິສຕ໌ຊົງໄດ້ກ່າວໄວ້ກ່ອນນັ້ນວ່າ: “ພຣະອົງ (ເຊິ່ງໝາຍເຖິງພຣະວິນຍານບໍຣິສຸດ-ຜູ້ແປ) ຈະມາສະຖິດຢູ່ກັບພວກທ່ານ.” ພຣະຄຣິສຕ໌ ຍັງໄດ້ກ່າວຕໍ່ໄປ ອີກວ່າ: “ນີ້ກໍເປັນການດີສຳລັບພວກທ່ານທີ່ເຮົາພຣະອົງ ຕ້ອງຈາກທີ່ນີ້ໄປ, ເພາະຖ້າວ່າເຮົາຫາກບໍ່ໄປແລ້ວພຣະ ວິນຍານບໍຣິສຸດຜູ້ຈະໃຫ້ການປອບໃຈນັ້ນກໍຈະບໍ່ມາຫາ ພວກທ່ານ, ແຕ່ຖ້າວ່າເຮົາພຣະອົງຫາກອອກໄປຈາກນີ້ ແລ້ວເຮົາກໍຈະແຕ່ງໃຫ້ພຣະອົງສະເດັດລົງມາຫາພວກ ທ່ານທັງຫລາຍ.” (ໂຢຫັນ 14:17, 16:7). ນັບແຕ່ນີ້ໄປ ອົງພຣະຄຣິສຕ໌ ກໍຈະເຂົ້າມາສະຖິດຢູ່ໃນດວງໃຈຂອງພວກລູກ ຫລານທັງຫລາຍຂອງ ພຣະອົງຢູ່ເປັນເນື່ອງມິດໂດຍຜ່ານພຣະວິນ ຍານບໍຣິສຸດຂອງພຣະອົງເອງ. ຄວາມສັມພັນຂອງພວກເຂົາກັບ ພຣະອົງມາບັດນີ້ກໍຈະມີຄວາມໃກ້ຊິດສະໜິດແໜ້ນຍິ່ງກວ່າເວລາ ທີ່ພຣະອົງເຄີຍໄດ້ລົງມາໃຊ້ຊີວິດຢູ່ໃນໂລກມະນຸດເຮົານີ້ອີກ. ພວກ ເຂົາກໍຈະເປັນຜູ້ສະທ້ອນໃຫ້ເຫັນເຖິງແສງສະຫວ່າງ, ເຖິງຄວາມ ຮັກ ແລະ ຣິດເດດຂອງອົງພຣະຄຣິສຕ໌ທີ່ສະຖິດຢູ່ພາຍໃນພວກຕົນ ນັ້ນ, ສະນັ້ນເມື່ອຜູ້ໃດໄດ້ມາເຫັນພວກກ່ຽວແລ້ວກໍຈະພາກັນ: “ອັສ ຈັນໃຈ... ທີ່ພວກເຂົາໄດ້ຮູ້ວ່າພວກກ່ຽວກໍເຄີຍໄດ້ຢູ່ຮ່ວມ ກັບອົງພຣະເຢຊູເຈົ້າ.” ( ພຣະກິຈການ 4:13). SCL 147.1