ເສັ້ນທາງແຫ່ງຄວາມຫວັງ

25/107

ຈົ່ງສຶກສາຮ່ຳຮຽນດ້ວຍການໄຫວ້ພຣະອະທິຖານ

ມາເຖີດ, ຈົ່ງພາກັນເຂົ້າມາສຶກສາຮ່ຳຮຽນພຣະວັຈນະ ຂອງພຣະເຈົ້າດ້ວຍການໄຫວ້ພຣະອະທິຖານ. ໂດຍຜ່ານກົດໝາຍ ພຣະບັນຍັຕຂອງ ພຣະຜູ້ເປັນເຈົ້າແລະການດຳລົງຊີວິດຂອງພຣະ ຄຣິສຕ໌ ນັ້ນພຣະວັຈນະຂອງພຣະເຈົ້າ (ຫລືວ່າພຣະຄຳພີ-ຜູ້ແປ) ໄດ້ເປັນຜູ້ນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບບັນດາຫລັກການທີ່ຍິ່ງໃຫຍ່ ແຫ່ງຄວາມສັກສິດບໍຣິສຸດ ເຊິ່ງຖ້າຫາກຂາດສິ່ງດັ່ງກ່າວໄປແລ້ວ “ກໍບໍ່ມີຜູ້ໃດອີກຈະສາມາດເຫັນພຣະເຈົ້າໄດ້” (ຮີບຣູ 12: 14). ພຣະຄຳພີຂອງພຣະເຈົ້າເປັນຜູ້ຊ່ວຍໃຫ້ພວກເຮົາໄດ້ມີຄວາມ ເຂົ້າໃຈໃນຄວາມບາບ, ເປັນຜູ້ເປີດເຜີຍໃຫ້ເຫັນເຖິງເສັ້ນທາງແຫ່ງ ຄວາມລອດພົ້ນຢ່າງແຈ່ມແຈ້ງ. ທ່ານຈົ່ງມີຄວາມເອົາໃຈໃສ່ຕໍ່ພຣະ ວັຈນະຂອງອົງພຣະຜູ້ເປັນເຈົ້າເສັນເຖີດ ເພາະວ່າ ນັ້ນຄືພຣະສຸຣະ ສຽງຂອງພຣະເຈົ້າທີ່ກຳລັງເວົ້າຈາສົນທະນາຕໍ່ຊີວິດຈິດໃຈຂອງ ທ່ານນັ້ນຢູ່. SCL 60.1

ເມື່ອທ່ານຫາກໄດ້ ເຫັນເຖິງຄວາມຊົ່ວຊ້າເລວຊາມຂອງ ຄວາມບາບ ແລະເຫັນສະພາບຂອງຕົວທ່ານທີ່ຢູ່ໃນສະພາວະຄວາມ ຈິງຂອງມັນໃນເວລານີ້ ແລ້ວທ່ານກໍຈົ່ງຢ່າໄດ້ເກີດມີຄວາມທໍ້ຖອຍ ນ້ອຍໃຈໄປເລີຍ, ເພາະວ່າການທີ່ ອົງພຣະຄຣິສຕ໌ເຈົ້າຊົງໄດ້ສະ ເດັດລົງມາໃນໂລກນີ້ ກໍແມ່ນເພື່ອຈະໄດ້ໃຫ້ການ ໂຜດຜາຍເອົາ ພວກຄົນບາບທັງລາຍໃຫ້ໄດ້ຮັບຄວາມລອດພົ້ນນັ້ນເອງ. ບໍ່ມີ ຄວາມຈຳເປັນໃດເລີຍທີ່ພວກເຮົາຈະຕ້ອງໃຊ້ຄວາມພະຍາຍາມ ຂອງຕົນເພື່ອໃຫ້ອົງພຣະຜູ້ເປັນເຈົ້າຕ້ອງເກີດມີຄວາມພໍພຣະທັຍ ນຳ, ເພາະສິ່ງນັ້ນກໍຄື - ຄວາມຮັກອັນປະເສີດເລີດລ້ຳ! ອົງພຣະຜູ້ ເປັນເຈົ້າຜູ້ເຊິ່ງສະຖິດຢູ່ໃນອົງ ພຣະຄຣິສຕ໌ ນັ້ນເອງ “ຊົງເປັນຜູ້ ທຳໃຫ້ໂລກມະນຸດໄດ້ຫັນມາຄືນດີກັບພຣະອົງ ” (2ໂກຣິນທຽນ 5:19). ພຣະອົງຊົງໃຊ້ຄວາມຮັກຢ່າງເມດຕາປານີຂອງພຣະອົງ ເພື່ອດຶງດູດເອົາຊີວິດຈິດໃຈຂອງພວກມະນຸດໃນຖານະທີ່ເປັນພວກ ລູກໆທັງຫລາຍຂອງພຣະອົງທີ່ກຳລັງພາກັນຫລົງຜິດຢູ່ນັ້ນ.ບໍ່ມີບິດາ ມານດາຈາກເມືອງມະນຸດຜູ້ໃດອີກແລ້ວທີ່ຈະມີຄວາມອົດທົນຕໍ່ພວກ ລູກຜູ້ທີ່ຫລົງຜິດຂອງຕົນເໝືອນດັ່ງທີ່ ອົງພຣະຜູ້ເປັນເຈົ້າຊົງມີຕໍ່ ພວກຄົນຜູ້ເຊິ່ງພຣະອົງເອງຊົງໄດ້ສະເດັດລົງມາເພື່ອໂຜດປະທານ ໃຫ້ພວກເຂົາໄດ້ຮັບຄວາມລອດພົ້ນ. ບໍ່ມີມະນຸດຜູ້ໃດອີກແລ້ວທີ່ຈະ ຮຽກຮ້ອງເອົາຜູ້ເປັນຄົນພານນັ້ນ ດ້ວຍຄວາມນິ້ມນວນອ່ອນ ຫວານເໝືອນດັ່ງອົງພຣະຜູ້ເປັນເຈົ້ານີ້. ບໍ່ມີສົບບໍ່ມີປາກຂອງມະນຸດ ຜູ້ໃດອີກແລ້ວທີ່ຈະມາໃຊ້ຄວາມເວົ້າອັນນິ້ມນວນອ່ອນຫວານກັບຄົນ ຜູ້ຫລົງຜິດເໝືອນດັ່ງພຣະອົງນີ້. ຄຳໝັ້ນສັນຍາແລະຄຳຕັກເຕືອນ ທັງໝົດຂອງ ພຣະອົງນັ້ນກໍລ້ວນແຕ່ເປັນການສະແດງອອກໃຫ້ເຫັນ ເຖິງຄວາມຮັກຂອງ ພຣະອົງທີ່ຈະຫາຄຳເວົ້າອັນໃດມາພັນລະນາ ບໍ່ໄດ້ເລີຍ. SCL 61.1

ເມື່ອໃດທີ່ສາຕານ (Satan) ຫາກກັບເຂົ້າມາເວົ້າໃຫ້ ທ່ານວ່າ ທ່ານນັ້ນກໍເປັນຄົນຜູ້ມີຄວາມບາບໜາສາໂຫດຜູ້ໜຶ່ງ,ເຖິງ ຢ່າງໃດກໍຈົ່ງຢ່າລືມມອງໄປຫາ ອົງພຣະເຢຊູເຈົ້າຜູ້ຊົງເປັນພຣະ ເຈົ້າຜູ້ໂຜດໃຫ້ລອດຂອງທ່ານແລະ ຈົ່ງກ່າວເຖິງພຣະເດດພຣະ ຄຸນຂອງພຣະອົງ. ການເອົາສາຍຕາມາຈ້ອງມອງໄປຫາຄວາມ ເປັນແສງສະຫວ່າງທີ່ພຸ່ງພົ້ນອອກມາຈາພຣະອົງນັ້ນກໍຈະເປັນ ການຊ່ວຍຕົວຂອງທ່ານໄດ້, ໃຫ້ທ່ານຈົ່ງເປັນຜູ້ທີ່ຫັນມາຍອມຮັບ ຮູ້ຕໍ່ຄວາມບາບຂອງຕົນ, ແຕ່ໃຫ້ບອກກ່າວຕໍ່ຜູ້ເປັນຜີມານນັ້ນ ເສັຍວ່າ “ພຣະເຢຊູ ຄຣິສຕ໌ຊົງໄດ້ສະເດັດລົງມາໃນໂລກ ນີ້ເພື່ອໂຜດເອົາຄົນບາບທັງຫລາຍ ໃຫ້ໄດ້ຮັບຄວາມລອດ ພົ້ນ” (1ຕີໂມທີ 1:15) ແລະ ທ່ານກໍຈະໄດ້ຄວາມລອດພົ້ນດ້ວຍ ຄວາມຮັກຂອງພຣະອົງທີ່ຈະຫາສິ່ງໃດມາປຽບປານບໍ່ໄດ້. ພຣະເຢ ຊູເຈົ້າເຄີຍໄດ້ຖາມທ່ານສີມອນ (Simon) ກ່ຽວເລື້ອງຂອງລູກໜີ້ ສອງຄົນນັ້ນວ່າ: ມີຜູ້ໜຶ່ງຕິດໜີ້ເຈົ້ານາຍຂອງຕົນພຽງເລັກນ້ອຍ, ແຕ່ສ່ວນອີກລູກໜີ້ຜູ້ໜຶ່ງນັ້ນກໍຊ້ຳພັດຕິດໜີ້ເຈົ້ານາຍຂອງຕົນເປັນ ຈຳນວນອັນມະຫາສານ. ສ່ວນນາຍຜູ້ເປັນເຈົ້າໜີ້ໃຈດີກໍໄດ້ ໃຫ້ອະ ພັຍແກ່ທັງສອງຄົນເຂົາເຫລົ່ານັ້ນເທົ່າທຽມກັນ. ຈາກນັ້ນ ອົງພຣະ ຄຣິສຕ໌ຈິ່ງໄດ້ຖາມທ່ານສີມອນວ່າ ລູກໜີ້ຜູ້ໃດຈະຮັກເຈົ້ານາຍຂອງ ເຂົາມາກກວ່າ. ສ່ວນທ່ານສີມອນກໍໄດ້ຕອບວ່າ: ”ກໍແມ່ນຜູ້ທີ່ ໄດ້ຖືກເຈົ້າໜີ້ໃຫ້ອະພັຍມາກກວ່ານັ້ນເອງ” (ລູກາ [Luke]7:43). ພວກເຮົາທັງຫລາຍກໍເປັນຄົນບາບໜັກເໝືອນ ກັນທັງນັ້ນ, ແຕ່ອົງພຣະຄຣິສຕ໌ເຈົ້າຊົງໄດ້ສະເດັດລົງມາສິ້ນພຣະ ຊົນເພື່ອຈະໃຫ້ພວກເຮົາທັງຫລາຍໄດ້ພາກັນຮັບການໃຫ້ອະພັຍ ໂທດ. ຄຸນງາມຄວາມດີທີ່ມາຈາກການເສັຍສະຫລະຄັ້ງມະຫາວິຣະ ກັມຂອງ ອົງພຣະຄຣິສຕ໌ນັ້ນກໍເປັນສິ່ງພຽງພໍແລ້ວສຳລັບການນຳ ເອົາໄປຖວາຍຕໍ່ອົງພຣະເທພບິດາເຈົ້າເພື່ອຂໍຄວາມອະພັຍໂທດ ໂຜດໃຫ້ມະນຸດພວກເຮົາທັງຫລາຍໄດ້ຮັບຄວາມລອດພົ້ນ. ຜູ້ໃດທີ່ ໄດ້ຮັບການໃຫອະພັຍໂທດຈາກພຣະອົງມາກກວ່າ ຜູ້ນັ້ນກໍຈະຮັກ ພຣະອົງມາກໜັກແລະເຂົາກໍຈະຫຍັບເຂົ້າໄປຢູ່ໃກ້ກັບພຣະທີ່ນັ່ງ ເພື່ອຢືນເຝົ້າພຣະອົງຢ່າງໃກ້ຊິດ ແລ້ວກໍຈະຮ້ອງເພງສັນລະເສີນ ພຣະອົງຕໍ່ຄວາມຮັກອັນຍິ່ງໃຫຍ່ ແລະຕໍ່ການເສຍສະຫລະເພື່ອ ຄວາມອະມະຕະຄັ້ງນັ້ນ. SCL 62.1

ຍິ່ງພວກເຮົາມີຄວາມເຂົ້າໃຈ ໃນຄວາມຮັກຂອງພຣະເຈົ້າ ເລິກເຊິ່ງພຽງໃດກໍຍິ່ງພາໃຫ້ພວກເຮົາເຫັນໄດ້ຢ່າງຊັດເຈນເຖິງ ຄວາມຊົ່ວຊ້າເລວຊາມແຫ່ງຄວາມບາບຂອງຕົນ. ເມື່ອໃດທີ່ພວກ ເຮົາເຂົ້າໃຈໄດ້ໃນຄວາມຮັກອັນຍິ່ງໃຫຍ່ທີ່ ພຣະເຈົ້າຊົງໄດ້ໂຜດປະ ທານມາໃຫ້ພວກເຮົາ, ເມື່ອໃດທີ່ພວກເຮົາເຂົ້າໃຈໄດ້ໃນຄວາມ ໝາຍອັນເລິກເຊິ່ງບາງປະການທີ່ມີຢູ່ ໃນການເສັຍສະຫລະອັນມະ ຫາສານເຊິ່ງອົງພຣະຄຣິສຕ໌ຊົງໄດ້ອຸທິດໄປເພື່ອມະນຸດເຮົາທັງ ຫລາຍ ນັ້ນແລ້ວຫົວໃຈຂອງພວກເຮົາກໍຈະເກີດມີຄວາມອ່ອນໄຫວ ຍ້ອນຄວາມຮູ້ສຶກໃນຄວາມຮັກອັນປະເສີດຂອງອົງພຣະຜູ້ເປັນເຈົ້າ, ເພາະວ່າພວກເຮົາໄດ້ເກີດມີຄວາມຮູ້ສຶກທີ່ຈະຍອມຮັບສາລະພາບ ຕໍ່ຄວາມຜິດຄວາມບາບຂອງຕົນ./. SCL 63.1