ເສັ້ນທາງແຫ່ງຄວາມຫວັງ
ພ້ອມແລ້ວທີ່ໃຫ້ພວກເຮົາໄດ້ກາຍເປັນອິສຣະພາບ
ອົງພຣະຄຣິສຕ໌ຍາມໃດກໍພ້ອມສະເໝີ ທີ່ຈະປົດປ່ອຍເອົາ ພວກເຮົາໃຫ້ເປັນອິສຣະພາບອອກໄປຈາກຄວາມບາບ, ແຕ່ຢ່າລືມ ວ່າພຣະອົງຈະບໍ່ໃຊ້ວິທີການແບບບັງຄັບໃຈ. ຖ້າພວກເຮົາຫາກທຳ ການລ່ວງລະເມີດຢູ່ບໍ່ຖອຍ ແລະແນວຄິດຈິດໃຈກໍກິ້ງເກືອກລີເລືອ ຢູ່ນຳແຕ່ຄວາມຊົ່ວຮ້າຍນັ້ນຢ່າງຫລົ້ມຫົວຈົມທ້າຍ, ທັງຕົນເອງກໍ ບໍ່ຄິດຢາກຈະມີຄວາມເປັນອິສຣະພາບໄປຈາກຄວາມຊົ່ວຮ້າຍນັ້ນ ເລີຍ, ທັງບໍ່ຍອມຢາກເຂົ້າມາຢູ່ໃຕ້ພຣະບາຣະມີຂອງພຣະອົງ ແລ້ວ ຈະໃຫ້ພຣະອົງກະທຳສິ່ງໃດຕື່ມອີກສຳລັບພວກເຮົາ? ພວກເຮົາເປັນ ຝ່າຍຜູ້ທຳລາຍຕົນເອງດ້ວຍການປະຕິເສດຕໍ່ຄວາມຮັກຂອງ ອົງ ພຣະຜູ້ເປັນເຈົ້າຢ່າງດື້ດ້ານຫົວແຂງ. ຢູ່ໃນໜັງສືພຣະຄຳພີໄດ້ມີຄຳ ຕັດເອົາໄວ້ດັ່ງນີ້ “ມາເຖີດ,ບັດນີ້ ກໍເປັນລືກງາມຍາມດີແລ້ວ, ນີ້ກໍເປັນວັນເວລາແຫ່ງການໂຜດ ໃຫ້ລອດແລ້ວ” (2ໂກຣິນ ໂທ[2Corinthians]6:2), ”ວັນນີ້ ຖ້າທ່ານຫາກໄດ້ຍິນ ສຽງຂອງພຣະອົງ ແລ້ວກໍຈົ່ງຢ່າທຳໃຈຂອງຕົນເອງໃຫ້ແຂງ ກະດ້າງໄປເລີຍ” (ຮິບຣູ 3:7,8). SCL 58.1
“ມະນຸດມັກມອງເບິ່ງທີ່ໃບໜ້າ ແຕ່ພຣະເຈົ້າພັດ ມອງ ເບິ່ງທີ່ຫົວໃຈ” (1ຊາມູເອນ[1Samuel] 16:17), ຫົວໃຈຂອງມະນຸດນັ້ນປະກອບດ້ວຍຄວາມຮູ້ສຶກທີ່ ຂັດແຍ້ງປໍລະ ປັກກັນລະຫວ່າງຄວາມສຸກໃຈ ແລະ ຄວາມເສົ້າໃຈ, ມີຄວາມລຸ້ມ ຫລົງແລະບໍ່ແນ່ນອນ, ມີຄວາມບໍ່ບໍຣິສຸດແລະລໍ້ລວງຢ່າງມາກ ມາຍກ່າຍກອງ. ອົງພຣະຜູ້ເປັນເຈົ້າຊົງຮູ້ດີເຖິງຄວາມຄິດຈິດໃຈ ແລະຄວາມມຸ້ງຫວັງຕັ້ງໃຈທັງໝົດຂອງພວກເຮົາ. ຢ່າງໃດກໍດີ, ຈົ່ງ ກ້າວເດີນເຂົ້າໄປຫາພຣະອົງພ້ອມກັບຮອຍດ່າງດຳແຫ່ງຊີວິດຂອງ ທ່ານນັ້ນເສັຍເຖີດ. ຈົ່ງທຳຕົນໃຫ້ເປັນເໝືອນດັ່ງທີ່ຜູ້ຂຽນບົດເພງ ສັນລະເສີນທີ່ໄດ້ກ່າວເອົາໄວ້ຢູ່ໃນໜັງສືພຣະຄຳພີນັ້ນເສັຍເຖີດ ແລ້ວຫັນມາເປິດເຜີຍທຸກຫ້ອງຫົວໃຈຂອງຕົນຕໍ່ພຣະອົງຜູ້ຊົງເປັນ ພຣະອໍລະຫັນ ແລະຈົ່ງກ່າວຄຳຮ້ອງຂໍອອກມາວ່າ: “ຂ້າແດ່ອົງ ພຣະຜູ້ເປັນເຈົ້າ, ໂຜດຈົ່ງໄດ້ສັນລະສູດເບິ່ງຕົວຂ້ານ້ອຍນີ້ ເຖີດ ແລະ ຈົ່ງມາຮູ້ໃຈຂ້ານ້ອຍນີ້ເຖີດ: ໂຜດຈົ່ງເຂົ້າມາ ທົດສອບຕົວຂ້ານ້ອຍ ແລະ ຈົ່ງຮູ້ຄວາມຄິດຈິດໃຈຂອງຂ້າ ນ້ອນນີ້ເຖີດ: ແລະຈົ່ງມອງເຫັນທາງຊົ່ວຮ້າຍໃນຕົວຂ້າ ນ້ອຍນີ້ແລະໂຜດຈົ່ງໄດ້ນຳພາຂ້ານ້ອຍໃຫ້ເດີນ ໄປຕາມ ເສັ້ນທາງແຫ່ງຄວາມອະມະຕະດ້ວຍເຖີດ” (ເພງສັນລະເສີນ 139:23,24). SCL 58.2
ຫລາຍຄົນກໍພາກັນມີຄວາມເຊື່ອຕໍ່ຄວາມຮູ້ປັນຍາ, ເຊື່ອ ຕໍ່ຄວາມດີຂອງຮູບນອກຂອງຄົນ, ແຕ່ໃນເວລາດຽວກັນຢູ່ໃນຫົວໃຈ ຂອງພວກເຂົາກໍຍັງຄົງມີຄວາມສົກກະປົກຢູ່. ທ່ານຈົ່ງໄຫວ້ວອນ ດ້ວຍຄຳວ່າ: “ຂ້າແດ່ອົງພຣະຜູ້ເປັນເຈົ້າ, ໂຜດຈົ່ງໄດ້ເນ ຮະມິຕສ້າງໃຫ້ຂ້ານ້ອຍໄດ້ມີຫົວໃຈອັນຂາວສະອາດ ແລະ ຈົ່ງຟື້ນຟູເອົາຈິດວິນຍານອັນຊອບທັມໃຫ້ເຂົາມາຢູ່ໃນຕົວ ຂ້ານ້ອຍດ້ວຍເຖີດ” (ເພງສັນລະເສີນ 51:10). ຂໍໃຫ້ທ່ານຈົ່ງ ເປັນຄົນສຸຈຣິດຕໍຕົນເອງດ້ວຍເຖີດ. ທ່ານຈົ່ງເປັນຄົນທີ່ມີຄວາມຕັ້ງ ໜ້າບຸກບືນຄ້າຍດັ່ງວ່າຊີວິດຂອງ ທ່ານນັ້ນພວມກຳລັງຕົກຢູ່ໃນພັຍ ອັນຕະລາຍຢູ່ແລ້ວ. ນີ້ເປັນບັນາທີ່ຈະຕ້ອງໄດ້ຮັບການແກ້ໄຂລະ ຫວ່າງອົງພຣະຜູ້ເປັນເຈົ້າກັບຕົວຂອງທ່ານເອງ ແລະການແກ້ໄຂ ດັ່ງກ່າວກໍເປັນການຕັດສິນເຖິງຄວາມອະມະຕະ. ສ່ວນຄວາມຫວັງ ແບບເປົ່າລ້າບໍ່ມີຄວາມຈິງຈັງນັ້ນກໍມີແຕ່ຈະສະແດງໃຫ້ເຫັນເຖິງ ຄວາມພັງພິນາດຂອງທ່ານເອງພຽງເທົ່ານັ້ນ. SCL 59.1