ເສັ້ນທາງແຫ່ງຄວາມຫວັງ
ບົດທີ 4—ການຍອມຮັບສາລະພາບ
ຢູ່ໃນໜັງສືພຣະຄຳພີຍັງມີຄຳສຸພາສິດກ່າວເອົາໄວ້ວ່າ:“ຜູ້ໃດທີ່ເຊື່ອງອຳຄວາມຜິດຄວາມບາບ ຂອງຕົນເອົາໄວ້ເຂົາ ກໍຈະບໍ່ມີຄວາມຈະເຣີນຂຶ້ນໄດ້, ແຕ່ສ່ວນຜູ້ໃດທີ່ຍອມຮັບ ສາລະພາບແລະປະລະຄວາມຊົ່ວຊ້າເລວຊາມຂອງຕົນນັ້ນ ເຂົາກໍຈະຖືກເມດຕາສົງສານ” (ສຸພາສິດ 28:13). SCL 64.1
ເງື່ອນໄຂສຳລັບການ ຈະໄດ້ຮັບມາເຊິ່ງຄວາມເມດຕາກະ ຣຸນາຈາກອົງພຣະຜູ້ເປັນເຈົ້ານັ້ນກໍກະທັດລັດງ່າຍດາຍ, ຖືກຕ້ອງ ເປັນທັມແລະສົມເຫດສົມຜົນ, ເພື່ອຈະໄດ້ມາເຊິ່ງຄວາມອະພັຍໂທດ ຕໍ່ຄວາມບາບຂອງພວກເຮົານັ້ນອົງພຣະຜູ້ເປັນເຈົ້າກໍບໍ່ ໄດ້ທວງໃຫ້ ພວກເຮົາຕ້ອງກະທຳສິ່ງໃດທີ່ເປັນການງານອັນໜັກໜາໄປເລີຍ. ພວກເຮົາກໍບໍ່ມີຄວາມຈຳເປັນເລີຍທີ່ຈະໄປເສັຍເວລາເພື່ອ ທຳຕົນ ໃຫ້ກາຍເປັນນັກບວດນັກບຸນເຊິ່ງຕ້ອງອອກເດີນທາງ ເປັນຄົນພະ ເນຈອນໄປສູ່ເຂດແດນແຄວ້ນຖິ່ນອັນກວ້າງໄກແລ້ວທຳໃຫ້ຮ່າງ ກາຍຂອງຕົນຕ້ອງອິດເມື່ອຍໂຫຍຫິວເຈັບປວດທໍລະມານໂດຍແນ ໃສ່ຈຸດປະສົງເພື່ອຈະມອບກາຍຖະຫວາຍຊີວິດຂອງຕົນຕໍ່ພຣະເທພ ເຈົ້າ ຫລື ເພື່ອຈະໃຫ້ຄວາມບາບຂອງຕົນໄດ້ຖືກລົບລ້າງໄປ. ຜູ້ໃດ ທີ່ຍອມຮັບສາລະພາບຄວາມຜິດຄວາມບາບແລະຍອມປະຖິ້ມ ຄວາມຊົ່ວຮ້າຍເລວຊາມຂອງຕົນໄປນັ້ນເຂົາເອງກໍຈະໄດ້ຮັບ ຄວາມເມດຕາສົງສານຈາກພຣະອົງເຈົ້າ. SCL 64.2
ຜູ້ເປັນອັຄສາວົກຂອງ ອົງພຣະເຢຊູທ່ານໜຶ່ງໄດ້ກ່າວເອົາ ໄວ້ວ່າ: “ຈົ່ງຍອມຮັບສາລະພາບຄວາມຜິດຂອງທ່ານຕໍ່ກັນ ແລະກັນເສັຍເຖີດເພື່ອຕົນຈະໄດ້ຫາຍດີ” (ຢາໂກໂບ [James]5:16). ຈົ່ງຍອມຮັບສາລະພາບຄວາມບສບຂອງທ່ານ ຕໍ່ອົງພຣະຜູ້ເປັນເຈົ້າ ຜູ້ຊົງມີອຳນາດແຕ່ພຽງຜູ້ດຽວທີ່ຈະໃຫ້ອະພັຍ ຕໍ່ຄວາມບາບເຫລົ່ານັ້ນ ແລະຈົ່ງຍອມຮັບສາລະພາບຄວາມຜິດ ພາດຂອງພວກທ່ານຕໍ່ກັນແລະກັນ. ຖ້າທ່ານຫາກໄດ້ມຳໃຫ້ຜູ້ໃດທີ່ ເປັນເພື່ອນຫລື ຄົນຂ້າງຄຽງຂອງທ່ານຕ້ອງໄດ້ຮັບຄວາມຜິດອົກ ຜິດໃຈໄປ ທ່ານກໍຈະຕ້ອງໄປສະແດງເຖິງການຍອມສາລະພາບຜິດ ຂອງຕົນ, ສ່ວນໜ້າທີ່ຂອງຝ່າຍຜູ້ທີ່ຖືກທຳ ໃຫ້ຜິດໃຈນັ້ນກໍຄືຈະຕ້ອງ ໃຫ້ອະພັຍຕໍ່ທ່ານດ້ວຍຄວາມເຕັມໃຈ. ຕໍ່ຈາກນັ້ນ ທ່ານຕ້ອງເຂົ້າ ໄປຍອມຂໍອະພັຍໂທດຈາກອົງພຣະຜູ້ເປັນເຈົ້າ ເພາະວ່າຄົນຜູ້ທີ່ທ່ານ ໄດ້ທຳໃຫ້ເຂົາຕ້ອງຜິດໃຈໄປນັ້ນເຂົາກໍຄືລູກຫລານຂອງ ພຣະເຈົ້າຜູ້ ໜຶ່ງ, ເພາະສະນັ້ນການໄປທຳໃຫ້ ເຂົາໄດ້ເກີດມີຄວາມຜິດອົກຜິດ ໃຈນັ້ນກໍບໍ່ຕ່າງຫຍັງຈາກການທີ່ທ່ານໄດ້ກະທຳຄວາມບາບຝ່ານຝືນ ຕໍ່ອົງພຣະຜູ້ເປັນເຈົ້າເຊິ່ງເປັນຜູ້ຊົງໃຫ້ການເນຣະມິຕສ້າງແລະເປັນ ພຣະເຈົ້າຜູ້ໂຜດໃຫ້ລອດຂອງເຂົາ. ທ່ານຈົ່ງນຳເອົາເຣື່ອງລາວທັງ ໝົດນັ້ນໄປສະເໜີ ໃຫ້ພຣະເຈົ້າຜູ້ຊົງເປັນຜູ້ຊື່ກາງແຕ່ພຽງຜູ້ດຽວ, ເພາະພຣະອົງນັ້ນເອງຊົງເປັນພຣະມະຫາປຸໂຣຫິດຂອງພວກເຮົາ, “ຜູ້ເຊິ່ງເຄີຍໄດ້ຜ່ານການທົດສອບໃນທຸກດ້ານເໝືອນດັ່ງພວກເຮົາ ແຕ່ເຖິງປານນັ້ນກໍຍັງບໍ່ມີຄວາມບາບໃດໆຕິດຕົວເລີຍ” “ພຣະອົງ ຊົງມີຄວາມເມດຕາສົງສານຕໍ່ຄວາມອ່ອນເພັຍທັງສິ້ນຂອງພວກ ເຮົາ” (ຮິບຣູ 4:15)ແລະ ພຣະອົງກໍຊົງມີຣິເດດທີ່ຈະສຳລະສະ ສາງເອົາພວກເຮົາໃຫ້ຂາວສະອາດໄປຈາກຮອຍດ່າງດຳ, ຈາກ ຄວາມຜິດພາດທຸກປະການ. SCL 65.1
ຜູ້ໃດທີ່ຍັງບໍ່ທັນອ່ອນຍອມມອບຊີວິດຈິດໃຈຂອງ ຕົນຕໍ່ອົງ ພຣະຜູ້ເປັນ ເຈົ້າແລະຍັງບໍ່ທັນຍອມຮັຍສາລະພາບຕໍ່ຄວາມຜິດຂອງ ຕົນເທື່ອນັ້ນສະແດງວ່າເຂົາເອງກໍຍັງບໍ່ທັນໄດ້ປະຕິບັດຕາມເງື່ອນ ໄຂຂໍ້ສຳຄັນທີ່ຈະພາໃຫ້ພຣະຜູ້ເປັນເຈົ້າຍອມຮັບເຂົ້າໄດ້. ຖ້າວ່າພວກ ເຮົາຫາກຍັງບໍ່ທັນໄດ້ລອງຍອມຮັບສາລະພາບຄວາມຜິດຄວາມ ບາບອັນຈະພາໃຫ້ຕົນບໍ່ເກີດມີຄວາມກິນແໜງໃຈໃນພາຍໜ້າ ແລະ ຖ້າວ່າພວກເຮົາຫາກຍັງບໍ່ທັນໄດ້ທຳໃຈຂອງຕົນ ໃຫ້ຖ່ອມລົງເພື່ອ ຍອມຮັບສາລະພາບຄວາມບາບຂອງຕົນດ້ວຍຄວາມຈິງໃຈ ແລະບໍ່ ທັນໄດ້ສະແດງຄວາມໜ່າຍແໜງຕໍ່ຄວາມເລວຊາມຂອງຕົນນັ້ນ ແລ້ວກໍສະແດງວ່າຕົນເອງກໍຍັງບໍ່ທັນໄດ້ຊອກສະແຫວງຫາການ ໃຫ້ອະພັຍ ຕໍ່ຄວາມບາບຂອງຕົນນັ້ນດ້ວຍຄວາມຈິງໃຈເທື່ອ ແລະ ຖ້າຫາກຍັງບໍ່ທັນໄດ້ກະທຳສິ່ງດັ່ງກ່າວນີ້ມາກ່ອນແລ້ວກໍສະແດງ ວ່າທ່ານກໍຍັງບໍ່ທັນໄດ້ຮັບເອົາຄວາມ ສັນຕິຈາກອົງພຣະຜູ້ເປັນເຈົ້າ ນັ້ນເທື່ອ. ມີແຕ່ເຫດຜົນອັນດຽວເທົ່ານັ້ນທີ່ຈະພາໃຫ້ຄວາມບາບທີ່ ຜ່ານມາຂອງພວກເຮົາບໍ່ໄດ້ຮັບການອະພັຍໂທດ - ສິ່ງນັ້ນກໍຄືການ ທີ່ພວກເຮົາບໍ່ຕ້ອງການຢາກຖ່ອມໃຈຂອງຕົນລົງ ແລະບໍ່ຢາກຍອມ ປະຕິບັດຕາມເງື່ອນໄຂທີ່ໄດ້ວາງເອົາໄວ້ຢູ່ ໃນໜັງສືພຣະຄຳພີເຊິ່ງ ເປັນ ພຣະວັຈນະແຫ່ງສັຈທັມຄວາມຈິງຂອງອົງພຣະຜູ້ເປັນເຈົ້ານັ້ນ. ກ່ຽວກັບສິ່ງທີ່ກ່າວມານີ້ກໍໄດ້ມີຄຳແນະນຳເອົາໄວ້ຢ່າງຊັດເຈນຢູ່ ແລ້ວ. ການຍອມຮັບສາລະພາບຕໍ່ຄວາມບາບນັ້ນບໍ່ວ່າຈະເປັນໄປ ຢູ່ໃນຮູບການໃດ, ຢູ່ຕໍ່ໜ້າຊຸມນຸມຊົນຫລືວ່າໃນຖານສ່ວນຕົວກັບອົງ ພຣະຜູ້ເປັນເຈົ້າກໍຕາມລ້ວນແຕ່ ຈະຕ້ອງຖືກກະທຳໄປດ້ວຍຄວາມ ຕື່ນຕົວສະໝັກໃຈແລະຈາກໃຈຈິງແທ້. ການໃຊ້ວິທີບີບບັງຄັບກັນຢູ່ ໃນ ສິ່ງນີ້ແມ່ນເປັນໄປບໍ່ໄດ້, ເຊັ່ນດຽວກັນກັບການກະທຳໄປແບບ ມະລຸ້ມມະລ້ວຍ, ຖືເບົາເອົາງ່າຍຫລືວ່າການບັງຄັບຕໍ່ຄົນຜູ້ ທີ່ຍັງບໍ່ ທັນເຂົ້າໃຈໄດ້ໃນຄວາມຊົ່ວຊ້າເລວຊາມແຫ່ງຄວາມບາບຂອງຕົນ ນັ້ນ ກໍເປັນໄປບໍ່ໄດ້. ມີແຕ່ການຍອມຮັບສາລະພາບທີ່ອອກມາຈາກ ສ່ວນເລິກ ຂອງຫົວໃຈພຽງເທົ່ານັ້ນຈິງຈະເປັນທີ່ ຍອມຮັບເອົາໄດ້ ຈາກອົງພຣະຜູ້ເປັນເຈົ້າ ຜູ້ຊົງມີຄວາມເມດຕາສົງສານຢ່າງຖ້ວມ ລົ້ນ. ຢູ່ໃນບົດເພງສັນລະເສີນຂອງໜັງສື ພຣະຄຳພີໄດ້ມີຄຳກ່າວ ເອົາໄວ້ວ່າ: “ອົງ ພຣະຜູ້ເປັນເຈົ້າກໍຢູ່ໃກ້ກັບພວກຄົນຜູ້ທີ່ມີຫົວ ໃຈອັນແຕກຫັກແລະ ໂຜດເອົາຜູ້ທີ່ໄດ້ຖ່ອມໃຈຂອງຕົນນັ້ນ ໃຫ້ໄດ້ຮັບຄວາມລອດພົ້ນ” (ເພງສັນລະເສີນ 34:18). SCL 66.1
ຈົ່ງມີຄວາມລະອຽດຊັດເຈນ ໃນການຍອມຮັບສາລະພາບ ຕໍ່ຄວາມບາບທີ່ມີຢູ່ໃນຕົວຂອງທ່ານນັ້ນການຍອມຮັບສາລະພາບຕໍ່ ຄວາມບາບທີ່ແທ້ຈິງນັ້ນຍາມໃດກໍມີລັກສະນະລະອຽດຊັດເຈນ ແລະ ຕ້ອງຍອມຮັບຮູ້ໃນຄວາມບາບອັນລະອຽດໃດໜຶ່ງທີ່ຕົນໄດ້ກະທຳ ມາ. ຄວາມຜິດຄວາມບາບນັ້ນກໍມີຫລາຍລັກສະນະ, ບາງຢ່າງກໍ ອາດຈະສາມາດນຳເອົາໄປຂາບທູນຕໍ່ອົງພຣະຜູ້ເປັນເຈົ້າແຕ່ພຽງ ຜູ້ດຽວເທົ່ານັ້ນ, ແຕ່ ບາງຢ່າງກໍອາດຈະນຳເອົາໄປ ຂໍໂທດຂໍອະ ພັຍຈາກຄົນຜູ້ທີ່ຕົນໄດ້ທຳໃຫ້ເຂົາຕ້ອງ ໄດ້ຮັບຄວາມຜິດອົກຜິດໃຈ ໄປ ແລະ ອີກບາງຢ່າງກໍຄວນຈະຕ້ອງຖືກນຳເອົາ ໄປຍອມຮັບສາ ລະພາບຢູ່ຕໍ່ໜ້າຊຸມນຸມຊົນ. ແຕ່ການຍອມຮັບສາລະພາບທຸກ ຢ່າງນັ້ນກໍຈະຕ້ອງມີລັກສະນະເປັນຄວາມລະອຽດແນ່ນອນ, ຖືກ ຕາມເປົ້າໝາຍແລະຈະຕ້ອງຍອມຮັບເອົາແຕ່ຄວາມຜິດຄວາມ ບາບທີ່ຕົນໄດ້ກະທຳລົງໄປເທົ່ານັ້ນ. SCL 67.1
ຢູ່ໃນຍຸກສະໄໝຂອງທ່ານຊາມູເອລ (Samuel) ເຊິ່ງຜູ້ ເປັນນັກພະຍາກອນຂອງອົງພຣະຜູ້ເປັນເຈົ້ານັ້ນພວກໄພ່ພົນອິສຣະ ເອລ(Israel) ກໍພາກັນເອົາຕົວຫ່າງເຫີນອອກ ໄປຈາກອົງພຣະຜູ້ ເປັນເຈົ້າຂອງພວກຕົນນັ້ນເປັນອີກຄັ້ງໃໝ່. ພວກເຂົາຈິງເປັນຝ່າຍ ທີ່ໄດ້ພາກັນຮັບເອົາເຄາະຍ້ອນຜົນສະທ້ອນຕາມມາຈາກຄວາມ ບາບຂອງພວກຕົນ, ເພາະພວກເຂົາເອງໄດ້ພາກັນປະຖິ້ມຄວາມ ເຊື່ອທີ່ມີຕໍ່ພຣະເຈົ້າຂອງພວກຕົນ, ກັບມາບໍ່ເຊື່ອໃນອຳນາດແລະ ອະພິປັນຍາຂອງ ພຣະອົງໃນການປົກຄອງຊາຕອິສຣະເອລ, ບໍ່ເຊື່ອ ໃນຄວາມສາມາດຂອງພຣະອົງທີ່ຈະໃຫ້ການພິທັກຮັກສາ ແລະເປັນ ທະນາຍຜູ້ປົກປ້ອງຕໍ່ພວກເຂົາເອົາໄວ້. ພວກເຂົາຈິ່ງໄດ້ພາກັນຫັນ ຫລັງໃສ່ພຣະເຈົ້າຜູ້ຍິ່ງໃຫຍ່ຜູ້ຊົງເປັນຜູ້ປົກຄອງທົ່ວທັງໝົດ ພາກພື້ນ ມະຫາຈັກກະວານແຫ່ງນີ້ ແລ້ວຈາກນັ້ນກໍພາກັນເກີດມີ ຄວາມຕ້ອງ ການຢາກຈະມີຣະບົບການປົກຄອງທີ່ເໝືອນກັນກັບພວກຊົນຊາດ ຕ່າງໆທີ່ອາສັຍຢູ່ອ້ອມຂ້າງພວກຕົນນັ້ນ. ກ່ອນທີ່ຈະໄດ້ຮັບຄວາມ ສັນຕິຈາກອົງພຣະຜູ້ເປັນເຈົ້າມານັ້ນພວກເຂົາກໍໄດ້ສະແດງການ ຍອມຮັບສາລະພາບໃນຄວາມບາບຂອງ ພວກຕົນຢ່າງລະອຽດຊັດ ເຈນດັ່ງນີ້: “ພວກຂ້ານ້ອຍໄດ້ພາກັນນຳເອົາຄວາມຊົ່ວຮ້າຍ ອັນນີ້ເຂົ້າມາເຕີມໃສ່ຄວາມບາບທັງໝົດທີ່ມີຢູ່ນຳພວກຂ້າ ນ້ອຍດ້ວຍການທວງຂໍເພື່ອ ໃຫ້ພວກຕົນໄດ້ມີກະສັຕເປັນຜູ້ປົກ ຄອງ” (1ຊາມູເອລ 12:19). ພວກຊົນຊາຕອິສຣະເອລໄດ້ພາ ກັນສະແດງຄວາມຮັບສາລະພາບອ່ອນຍອມໃນຄວາມບາບ ທີ່ພວກ ຕົນຮູ້ສຶກສຳນຶກວ່າຕົນໄດ້ກະທຳລົງໄປແລ້ວນັ້ນ. ຄວາມອະກະຕັນ ຍູບໍ່ຮູ້ບຸນຄຸນຂອງພວກເຂົາ ນັ້ນກໍໄດ້ທຳໃຫ້ພວກເຂົາເອງຕ້ອງໄດ້ ຮັບຄວາມເຈັບແຄ້ນໃຈແລະນັ້ນກໍໄດ້ເປັນສິ່ງ ທີ່ພາໃຫ້ພວກເຂົາ ຕ້ອງຕັດແຍກໃຫ້ຫ່າງໄກອອກຈາກ ອົງພຣະຜູ້ເປັນເຈົ້າຂອງ ພວກຕົນໄປອີກ. SCL 68.1