ເສັ້ນທາງແຫ່ງຄວາມຫວັງ

1/107

ເສັ້ນທາງແຫ່ງຄວາມຫວັງ

ຄຳນຳ

ຂໍກາບຮຽນມາຍັງບັນດາທ່ານຜູ້ອ່ານທັງຫລາຍ. “ເສັ້ນທາງແຫ່ງຄວາມຫວັງ” ເຊິ່ງເປັນໜັງສືທີ່ທ່ານກຳລັງຈັບອ່ານຢູ່ໃນຂະນະນີ້ ໄດ້ຖືກແປອອກມາຈາກຕົ້ນສະບັບ ເປັນພາສາອັງກິດທີ່ມີຊື່ວ່າ “Steps to Christ” ເປັນໜັງສືທີ່ຂຽນໂດຍນັກປະພັນຍິງອາເມຣິ ກັນຄົນໜຶ່ງຊື່ວ່າ ເອແລນ ວາຍຕ໌ (Ellen G White 1827-1915). ນີ້ເປັນໜຶ່ງໃນ ຜົນງານທີ່ໜ້າສັນລະເສີນໃນທົ່ວໂລກຂອງນາງໃນຈຳນວນບົດ ປະພັນທັງໝົດປະມານຣ້ອຍ ເຫລັ້ມ. “ເສັ້ນທາງແຫ່ງຄວາມຫວັງ” ເປັນໜັງສືທີ່ອະພິປາຍກ່ຽງກັບເສັ້ນທາງຂອງ ຊີວິດຂອງຄົນເຮົາ ເພື່ອບັນລຸເປົ້າໝາຍອັນສູງສົ່ງແຫ່ງການຮູ້ຈັກກັບອົງພຣະຜູ້ເປັນເຈົ້າ ແລະການອຸທິດຕົນແກ່ພາຣະກິດແຫ່ງຄວາມຮັກຕໍ່ເພື່ອນມະນຸດດ້ວຍກັນ. ນັບວ່າເປັນໜັງສື ສາຣະຄະດີທີ່ມີຄຸນຄ່າສູງ ເພື່ອສົ່ງເສີມການຝຶກຝົນຫລໍ່ຫລອມທາງດ້ານແນວຄິດຈິດໃຈຂອງ ຄົນໃຫ້ຫັນໄປສູ່ທາງແຫ່ງຄວາມສັນຕິ, ຄວາມປອງດອງແລະຄວາມເສຍສະຫລະ. SCL iv.1

ຄຣິສຕ໌ຄະນະວັນເສົາແຫ່ງປະເທດລາວຂໍຖືໂອກາດນີ້ສະແດງ ຄວາມຮູ້ບຸນຄຸນ ຕໍ່ພັກແລະລັດໂດຍຜ່ານກົມສາສນາປະຈຳສູນກາງແນວລາວສ້າງຊາດທີ່ໄດ້ອະນຸຍາດ ໃຫ້ແປແລະຈັດພິມໜັງສືເຫລັ້ມນີ້ຂຶ້ນເພື່ອບັນດາທ່ານຜູ້ອ່ານທັງຫລາຍຢ່າງເປັນທາງ ການແລະຖືກຕ້ອງຕາມກົດໝາຍ.ສ່ວນພາສາລາວທີ່ໃຊ້ໃນການແປພາສານີ້ເປັນການ ປະສົມກົມກ່ຽວກັນລະຫວ່າງຫລັກໄວຍາກອນລາວເດີມແລະລາວສະໄໝໃໝ່. SCL iv.2

ພ້ອມດຽວກັນ,ຂໍໃຫ້ສິ່ງສັກສິດໃນສາກົນນະໂລກຈົ່ງໂຜດບັນດານປະທານພຣະພອນ ມາຍັງທຸກທ່ານທີ່ໄດ້ໃຫ້ການອຸບປະຖຳເອົາໜັງສືເຫລັ້ມນີ້ໄວ້ຄອບຄອງ ເປັນເພື່ອນ ຄູ່ມືຮ່ວມທາງຂອງທ່ານ. ພວກເຮົາຍັງບໍ່ສາມາດທີ່ຈະລືມສະແດງຄວາມຂອບພຣະຄຸນ ເປັນຢ່າງສູງມາຍັງບັນດາເພື່ອນຮ່ວມງານທຸກທ່ານທີ່ໄດ້ອຸທິດສະຕິປັນຍາແລະຄວາມສາມາດ ທັງໝົດຂອງຕົນອອກດ້ວຍຈິດດ້ວຍໃຈ.ບາງຄົນແລະອົງການຈັດຕັ້ງກໍໄດ້ອຸທິດທັງຊັພສິນອັນ ບໍ່ໜ້ອຍຈົນມຳໃຫ້ໜັງສືເຫລັ້ມນີ້ໄດ້ປາກົດອອກສູ່ສາຍຕາຂອງທ່ານຜູ້ອ່ານທັງຫລາຍດັ່ງທີ່ເຫັນ ນຳກັນຢູ່ນີ້. SCL iv.3

ເຖິງວ່າຂ້າພຣະເຈົ້າຈະເວົ້າໄດ້ລາຍພາສາຂອງພວກມະນຸດແລະ ພວກ ທູຕສະຫວັນທັງຫລາຍກໍດີ, ແຕ່ເມື່ອຂ້າພຣະເຈົ້າຫາກບໍ່ມີຄວາມຫັກປລ້ວຕົນກໍຈະ ກາຍເປັນດັ່ງຄ້ອງຫລືແຊ່ງທີ່ມີຊື່ສຽງດັງແບບອຶກກະທຶກ. ເຖິງຂ້າພຣະເຈົ້າຫາກ ມີພອນສະຫວັນໃນການພະຍາກອນ ແລະເຂົ້າໃຈໄດ້ຄວາມເລິກລັບອັສຈັນມັງໝົດ ກໍດີ, ແລະມີຄວາມຮູ້ທັງໝົດ, ມີທັງຄວາມເຊື່ອຈົນວ່າຂ້າພຣະເຈົ້າສາມາດເຄື່ອນ ຍ້າຍພູເຂົາກໍໄດ້,ແຕ່ຖ້າຫາກບໍ່ມີຄວາມຮັກແລ້ວຕົວຂ້າພຣະເຈົ້າກໍບໍ່ມີຫຍັງເລີຍ. ເຖິງວ່າຂ້າພຣະເຈົ້າແຈກສິ່ງຂອງທີ່ຕົນມີເພື່ອລ້ຽງພວກຄົນຈົນ, ຈົນວ່າຈະເຜົາຕົນ ເອງກໍດີ, ແຕ່ຖ້າຂ້າພຣະເຈົ້າຫາກບໍ່ມີຄວາມຮັກແລ້ວສິ່ງເຫລົ່ານັ້ນມັນກໍບໍ່ນຳປະ ໂຫຍດອັນໃດມາໃຫ້ຕົນເລີຍ. SCL v.1

ຄວາມຮັກຄືຄວາມເສັຍສະຫລະແລະຄືຄວາມດີ, ຄວາມຮັກບໍ່ມີການອິດສາ, ຄວາມຮັກບໍ່ອວດອ້າງຕົນ, ບໍ່ຍົກຍໍຕົນ, ບໍ່ມີຄວາມແຂງກະດ້າງ, ບໍ່ສະແຫວງຫາ ຜົນປະໂຫຍດແກກ່ຕົນ, ບໍ່ໂກດເຄືອງ, ບໍ່ຄິດຮ້າຍ, ບໍ່ຊື່ນຊົມຍິນດີຕໍ່ຄວາມຜິດພາດ ພັ້ງໄດ້, ສ່ວນການພະຍາກອນນັ້ນອາດພາດພັ້ງໄດ້, ສ່ວນພາສາຕ່າງໆນັ້ນອາດສິ້ນ ສຸດລົງໄດ້, ຫລືວ່າຄວາມຮູ້ນັ້ນກໍອາດສູນຫາຍໄປໄດ້, ເພາະວ່າພວກເຮົາຮູ້ແຕ່ເປັນ ບາງສ່ວນ ແລະພວກເຮົາທຳການພະຍາກອນເປັນບາງສ່ວນ, ແຕ່ເມື່ອໃດສິ່ງທີ່ມີ ຄວາມບໍຣິບູນໄດ້ມາເຖິງແລ້ວອັນທີ່ເປັນບາງສ່ວນນັ້ນໍຈະຫາຍໄປ. SCL v.2

ເມື່ອທີ່ຂ້າພຣະເຈົ້າຍັງເປັນເດັກຂ້າພຣະເຈົ້າກໍເວົ້າແບບພາສາຂອງເດັກ, ຂ້າພຣະເຈົ້າກໍເຂົ້າໃຈຕາມພາສາຂອງເດັກ, ແຕ່ພໍເມື່ອຂ້າພຣະເຈົ້າໄດ້ກາຍ ເປັນບູຣູດແລ້ວສິ່ງທີ່ເປັນແບບເດັກນັ້ນຂ້າພຣະເຈົ້າກໍເອົາມັນຖິ້ມໄປເສັຍ. SCL v.3

ເພາະວ່າໃນເວລານີ້ພວກເຮົາເຫັນໂດຍຜ່ານກະຈົກ, ບໍ່ແຈ່ມແຈ້ງ, ແຕ່ເມື່ອນັ້ນມາແມ່ນແບບໜ້າເຊິ່ງໜ້າ. ດຽວນີ້ຂ້າພຣະເຈົ້າຮູ້ແຕ່ເປັນພາກສ່ວນ, ແຕ່ຕໍ່ຈາກນັ້ນຂ້າພຣະເຈົ້າຈະຮູ້ດັ່ງທີ່ພຣະເຈົ້າຮູ້ຕົວເຮົາ. SCL v.4

ບັດນີ້, ທີ່ຍັງຄົງຢູ່ກໍມີສາມຢ່າງຄື: ຄວາມເຊື່ອ, ຄວາມຫວັງ, ຄວາມຮັກ, ແຕ່ວ່າທີ່ຍິ່ງໃຫຍ່ກວ່າໝູ່ໝົດໃນນີ້ກໍຄືຄວາມຮັກນີ້ເອງ. SCL v.5

(ພຣະຄຳພີໃໝ່, 1 ໂກຣິນໂທ (Corinthians) 13:1-13)