ເສັ້ນທາງແຫ່ງຄວາມຫວັງ
ບົດທີ 11—ຄວາມດີເລີດຂອງການໄຫວ້ພຣະອະທິຖານ
ອົງພຣະຜູ້ເປັນເຈົ້າຊົງໃຫ້ການທັກທາຍສົນທະນາກັບມະນຸດ ທັງຫລາຍໂດຍຜ່ານປາກົດການທາງທຳມະຊາດແວດລ້ອມ, ຜ່ານ ການເປີດເຜີຍພຣະນິມິຕ ແລະ ຜ່ານອິດທິພົນຂອງອົງພຣະວິນຍານ ບໍຣິສຸດ. ແຕ່ນີ້ກໍຍັງບໍ່ທັນພຽງພໍເທື່ອ, ພວກເຮົາກໍຍັງຈະຕ້ອງເປີດ ອົກເປີດໃຈຂອງຕົນຕໍ່ພຣະອົງອີກດ້ວຍ. ເພື່ອຈະໄດ້ມາເຊິ່ງຊີວິດ ທາງດ້ານຈິດວິນຍານທີ່ມີຄວາມເຂັ້ມແຂງນັ້ນພວກເຮົາກໍຕ້ອງມີ ຄວາມສັມພັນຢ່າງມີຊີວິດຊີວາກັບອົງພຣະເທພບິດາເຈົ້າຂອງຕົນ. ຄວາມຄິດຂອງພວກເຮົາກໍອາດຈະກ້ຽວກອດຢູ່ກັບພຣະອົງ, ຢູ່ກັບ ຜົນງານແຫ່ງການເນຣະມິຕປະດິດສ້າງຂອງພຣະອົງຢູ່ກັບຄວາມ ເມດຕາກະຣຸນາແລະຄວາມຈະເຣີນພອນທີ່ພຣະອົງຊົງໄດ້ໂຜດປະ ທານມາໃຫ້ນັ້ນ, ແຕ່ສິ່ງທັງໝົດເຫລົ່ານີ້ກໍຍັງບໍ່ທັນແມ່ນການມີຄວາມ ສັມພັນກັບ ອົງພຣະຜູ້ເປັນເຈົ້າຢ່າງເຕັມຄວາມໝາຍເທື່ອ, ພວກ ເຮົາຍັງຈະຕ້ອງເລົ່າໃຫ້ພຣະອົງໄດ້ຮູ້ຈັກກ່ຽວກັບຄວາມຈິງໃນຊີວິດ ຂອງຕົນອີກດ້ວຍ. SCL 184.1
ໃນເວລາໄຫວ້ພຣະອະທິຖານຢູ່ນັ້ນພວກເຮົາ ກໍຈະຕ້ອງເປີດ ຫົວໃຈຂອງຕົນອອກໃຫ້ອົງພຣະຜູ້ເປັນເຈົ້າໄດ້ຮູ້ຈັກນຳເໝືອນກັນ ກັບວ່າທ່ານກຳລັງເວົ້າຈາສົນທະນາກັບເພື່ອນເປັນເພື່ອນຕາຍ ຂອງຕົນເອງນັ້ນຢູ່. ການກະທຳແບບນີ້ກໍບໍ່ແມ່ນວ່າພຣະເຈົ້າຈະບໍ່ ຮູ້ຫຍັງຈັກຢ່າງກ່ຽວກັບຕົວຂອງພວກເຮົານັ້ນເລີຍ, ແຕ່ນີ້ມັນແມ່ນ ຄວາມຈຳເປັນ ສຳລັບພວກເຮົານັ້ນເອງເພື່ອຈະຊ່ວຍໃຫ້ຕົນກ້າວ ເດີນເຂົ້າໄປຫາພຣະເຈົ້ານັ້ນໄດ້. ການໄຫວ້ພຣະອະທິຖານຈະບໍ່ ຊ່ວຍນຳເອົາພຣະເຈົ້າໃຫ້ຫຍັບເຂົ້າມາໃກ້ພວກເຮົາ, ແຕ່ກົງກັນ ຂ້າມ, ຄືຈະເປັນການຊ່ວຍໃຫ້ພວກເຮົານັ້ນເອງທີ່ຈະເປັນຜູ້ໄດ້ຫຍັບ ໃກ້ເຂົ້າໄປຫາພຣະອົງ. SCL 185.1
ເມື່ອເວລາທີ່ອົງພຣະເຢຊູຄຣິສຕ໌ໄດ້ສະເດັດລົງມາໃຊ້ຊີວິດ ຢູ່ໃນໂລກມະນຸດເຮົານີ້ພຣະອົງຊົງໄດ້ສອນໃຫ້ພວກອັຄສາວົກທັງ ຫລາຍຂອງພຣະອົງໃຫ້ພາກັນຮູ້ຈັກໄຫວພຣະອະທິຖານ. ພຣະອົງ ໄດ້ບອກສອນໃຫ້ພວກສາວົກເຫລົ່ານັ້ນໃຫ້ຮູ້ຈັກນຳເອົາຄວາມຈຳ ເປັນໃນຊີວິດປະຈຳວັນຂອງຕົນເຂົ້າໄປກາບທູນຕໍ່ອົງພຣະຜູ້ເປັນ ເຈົ້າ ແລະ ນຳເອົາຄວາມຂັດສົນຈົນໃຈທັງໝົດນັ້ນໃຫ້ຕົກໄປຢູ່ໃນ ຄວາມຮັບຜິດຊອບຂອງພຣະອົງ. ສ່ວນຄຳໝັ້ນສັນຍາທີ່ພຣະອົງເຄີຍ ໄດ້ໃຫ້ໄວ້ຕໍ່ພວກສາວົກເຫລົ່ານັ້ນກໍຍັງຄົງເປັນຄຳໝັ້ນສັນຍາທີ່ຍັງ ຄົງມີຕໍ່ພວກເຮົາທັງຫລາຍເໝືອນກັນຈົນເທົ່າເຖິງທຸກວັນນີ້. SCL 185.2
ໃນເວລາທີ່ພຣະເຢຊູໄດ້ສະເດັດລົງມາດຳຣົງຊີວິດຢູ່ຖ້າມ ກາງມວນມະນຸດເຮົານັ້ນ, ພຣະອົງເອງກໍເປັນຜູ້ທີ່ບໍ່ໄດ້ລົດລະໃນ ການໄຫວ້ພຣະອະທິຖານ. ພຣະເຈົ້າຜູ້ໂຜດໃຫ້ລອດຂອງພວກເຮົາ ຊົງທຳຕົນໃຫ້ມີ ຄວາມໃກ້ຊິດຕິດແທດກັບຄວາມຈຳເປັນໃນຊີວິດ ປະຈຳວັນແລະຄວາມອ່ອນເພັຍໄຮ້ສະມັຖພາບຂອງມະນຸດພວກ ເຮົາ, ສະນັ້ນພຣະອົງຈິ່ງໄດ້ກາຍເປັນຜູ້ຮ້ອງຂໍຕໍ່ວ່າ, ເປັນຜູ້ຊອກສະ ແຫວງຫາພະລັງອັນມີຊີວິດຊີວາຈາກອົງພຣະຜູ້ເປັນເຈົ້າເພື່ອຈະ ໄດ້ມີ ຄວາມສາມາດແບກຫາບເອົາພາລະໜ້າທີ່ໃນການຮັບໃຊ້ ຂອງພຣະອົງຢູ່ທີ່ ເມືອງມະນຸດແລະສາມາດທີ່ຈະສູ້ທົນຜ່ານຜ່າໄດ້ ຕໍ່ການທົດສອບລໍ້ລວງນາໆປະການເຫລົ່ານັ້ນ. ພຣະເຢຊູຊົງເປັນ ແບບຢ່າງສຳລັບພວກເຮົາຢູ່ໃນທຸກສິ່ງທຸກປະການ. ພຣະອົງຊົງ ເປັນຍາດພີ່ນ້ອງຜູ້ຊ່ວຍແບ່ງເບົາເອົາຄວາມອ່ອນແຮງຂອງພວກ ເຮົາ, “ພຣະອົງໄດ້ຜ່ານການທົດສອບຢູ່ໃນທຸກສິ່ງຢ່າງ ເໝືອນດັ່ງພວກເຮົາ” ແຕ່ເຖິງປານນັ້ນກໍຍັງຄົງບໍ່ມີຄວາມບາບ ຕິດຕົວເລີຍ, ຄຸນລັກສະນະທາດແທ້ຂອງພຣະອົງແມ່ນມີຄວາມ ໜ່າຍແໜງຕໍ່ຄວາມຊົ່ວຮ້າຍເລວຊາມ. ຢູ່ໃນໂລກມະນຸດທີ່ ເຕັມໄປດ້ວຍຄວາມບາບນີ້, ພຣະອົງກໍເຄີຍໄດ້ສູ້ທົນຜ່ານຜ່າ ແລະ ໄດ້ຮູ້ຈັກກັບຄວາມເຈັບປວດທາງໃຈ. ໃນຖານະທີ່ພຣະອົງໄດ້ຊົງມາ ເປັນມະນຸດຢູ່ ນັ້ນການໄຫວ້ພຣະອະທິຖານກໍໄດ້ກາຍເປັນຄວາມຈຳ ເປັນ ແລະ ເປັນທັງໂອກາດອັນດີເລີດອີກດ້ວຍ. ພຣະອົງມີຄວາມ ສຸກ ແລະ ຄວາມສະບາຍໃຈໃນການຊື່ສັມພັນກັບອົງພຣະບິດາເຈົ້າ. ເພາະສະນັ້ນ, ໃນເມື່ອພຣເຈົ້າຜູ້ໂຜດໃຫ້ລອດຂອງມະນຸດຜູ້ຊົງເປັນ ທັງພຣະບຸຕຂອງພຣະເຈົ້ານັ້ນຫາກມີຄວາມຈຳເປັນໃນການໄຫວ້ ພຣະອະທິຖານຢ່າງນັ້ນແລ້ວ ຄັ້ນຊັນພວກເຮົາຜູ້ເປັນມະນຸດທີ່ມີ ຄວາມອ່ອນແຮງຂາດສະມັຖພາບ ແລະ ທັງເປັນມະນຸດທາງຝ່າຍ ເນື້ອກາຍທີ່ມີບາບຢ່າງພວກເຮົານີ້ເດຈະບໍ່ມີຄວາມຈຳເປັນຍິ່ງໄປ ກວ່າພຣະອົງຫລືທີ່ຈະຕ້ອງເອົາໃຈໃສ່ໃນການໄຫວ້ພຣະອະທິ ຖານຢ່າງເອົາຈິງເອົາຈັງແລະບໍ່ລົດລະ. SCL 186.1