ເສັ້ນທາງແຫ່ງຄວາມຫວັງ

74/107

ທ່ານຈົ່ງໄຫວ້ວອນຂໍເອົາຄວາມມີແສງສະຫວ່າງ

ບໍ່ມີຈັກເທື່ອທີ່ພຣະຄຳພີຈະຖືກສຶກສາຮ່ຳຮຽນໂດຍທີ່ບໍ່ມີ ການໄຫວ້ວອນອະທິຖານ. ທຸກຄັ້ງ, ກ່ອນທີ່ຈະເປີດພຣະຄຳພີມາ ອ່ານນັ້ນ ພວກເຮົາກໍຈະຕ້ອງໄຫວ້ວອນອະທິຖານຂໍເອົາແສງສະ ຫວ່າງຈາກອົງພຣະວິຍານບໍຣິສຸດແລະທ່ານກໍຈະໄດ້ຮັບມາ. ໃນ ເວລາທີ່ທ່ານນາທະນາເອນ (Nathanael) ໄດ້ເຂົ້າໄປພົບກັບ ພຣະເຢຊູນັ້ນ, ພຣະອົງກໍໄດ້ກ່າວວ່າ: “ດູເຖີດ, ນີ້ແມ່ນຄົນອິສ ຣະເອລທີ່ແທ້ຈິງເຊິ່ງບໍ່ມີຄວາມດຸຮ້າຍໃນຕົວ.” ແລ້ວທ່ານ ນາທະນາເອນກໍໄດ້ຖາມພຣະອົງວ່າ: “ພຣະອົງຮູ້ຈັກຂ້ານ້ອຍ SCL 181.1

ໄດ້ແນວໃດ?” ສ່ວນຝ່າຍພຣະເຢຊູກໍຊົງຕັດຕອບດັ່ງນີ້: “ເຮົາ ພຣະອົງກໍເຫັນເຈົ້າຢູ່ກ້ອງກົກໝາກເດື່ອເທດກ່ອນທີ່ ຟີ ລິບໄດ້ເອີ້ນເຈົ້າມານັ້ນອີກ.” (ໂຢຫັນ 1:47, 48). ໃນເວລາ ທີ່ພວກເຮົາໄຫວ້ພຣະອະທິຖານຢູ່ຕາມສະຖານທີ່ອັນງຽບສະຫງັດ ບ່ອນຕ່າງໆຢູ່ນັ້ນ ພຣະເຢຊູກໍຊົງຫລິງເຫັນພວກເຮົາເໝືອນກັນ ໃນເມື່ອພວກເຮົາຫາກພາກັນຊອກຫາພຣະອົງເພື່ອຂໍເອົາຄວາມມີ ແສງສະຫວ່າງເພື່ອຈະຊ່ວຍໃຫ້ພວກເຮົາໄດ້ຮູ້ຈັກວ່າອັນໃດເປັນ ສັຈທັມຄວາມຈິງກັນແທ້. ບັນດາທູຕສະຫວັນຈາກໂລກແຫ່ງ ຄວາມມີແສງສະຫວ່າງນັ້ນກໍຈະພາກັນເຂົ້າມາຢູ່ໃກ້ກັບພວກຄົນຜູ້ ທີ່ພວມກຳລັງຊອກຫາການຊີ້ນຳຂອງພຣະເຈົ້າດ້ວຍຄວາມຖ່ອມ ຕົວຢູ່ນັ້ນ. SCL 182.1

ພຣະວິຍານບໍຣິສຸດຊົງໃຫ້ການຍົກຍໍສໍຣະເສີນຕໍ່ພຣະເຈົ້າ ຜູ້ໂຜດໃຫ້ລອດ. ນີ້ກໍຄືພາລະໜ້າທີ່ຂອງພຣະວິຍານບໍຣິສຸດທີ່ ຈະຕ້ອງນຳສະເໜີໃຫ້ພວກເຮົາໄດ້ພາກັນຮູ້ຈັກກັບອົງພຣະຄຣິສຕ໌ ເຈົ້າ, ຮູ້ຈັກຄວາມບໍຣິສຸດຜຸດຜ່ອງ ແລະ ພຣະກິດອັນຍິ່ງໃຫຍ່ໃນ ການໂຜດເອົາມະນຸດໃຫ້ໄດ້ຮັບຄວາມລອດໂດຍຜ່ານອົງພຣະເຢ ຊູຄຣິສຕ໌. ພຣະເຢຊູຊົງໄດ້ຕັດກ່າວເອົາໄວ້ວ່າ: “ພຣະອົງເຈົ້າ ຈະຮັບເອົາຈາກເຮົາພຣະອົງນີ້ໄປ ແລະຈະຊົງສະແດງ ອອກໃຫ້ທ່ານໄດ້ເຫັນສິ່ງນັ້ນ.” (ໂຢຫັນ 16:14). ມີແຕ່ພຣະ ວິນຍານຂອງພຣະເຈົ້າພຽງເທົ່ານັ້ນທີ່ຈະສາມາດເປັນອາຈານ ສອນກ່ຽວເຣື່ອງສັຈທັມຄວາມຈິງນັ້ນໄດ້. ພຣະຜູ້ເປັນເຈົ້າຊົງໃຫ້ ການຕີລາຄາຕໍ່ຄຸນຄ່າຂອງມະນຸດສູງສົ່ງພຽງໃດຈົນເຖິງຂັ້ນວ່າ ພຣະອົງຊົງໄດ້ອຸທິດພຣະບຸຕຂອງພຣະອົງໃຫ້ສະເດັດລົງມາສິ້ນພຣະ ຊົນເພື່ອພວກເຮົາທັງຫລາຍ ແລະ ທັງຍັງໄດ້ມອບໝາຍໃຫ້ພຣະວິນ ຍານຂອງພຣະອົງລົງມາເປັນພຣະອາຈານສອນ ແລະ ເປັນຜູ້ຊີ້ ຊ່ອງທາງໃຫ້ແກ່ມວນມະນຸດຂອງພວກເຮົາ./. SCL 182.2