ເສັ້ນທາງແຫ່ງຄວາມຫວັງ
ໜ້າທີ່ຄວາມຮັບຜິດຊອບຂອງພວກເຮົາ
ຄຣິສຕ໌ຈັກຂອງພຣະເຢຊູ ຄຣິສຕ໌ແມ່ນອົງການຜູ້ຕາງໜ້າ ຂອງພຣະເຈົ້າທີ່ພຣະອົງຊົງໄດ້ ແຕ່ງຕັ້ງຂຶ້ນມາເພື່ອທຳສຳເຣັດ ພຣະກິຈການແຫ່ງການ ໂຜດເອົາມະນຸດໃຫ້ໄດ້ຮັບຄວາມລອດພົ້ນ. ພາຣະກິດຂອງຄຣິສຕ໌ຈັກນັ້ນແມ່ນການປະກາດຂ່າວປະເສີດຂອງ ພຣະເຈົ້າໃຫ້ເຜີຍແຜ່ອອກໄປຢູ່ໃນທຸກມຸມໂລກ. ໜ້າທີ່ຄວາມຮັບຜິດ ຊອບໃນງານນີ້ກໍຕົກມາໃສ່ບ່າແບກຫາບຂອງພວກເຮົາທັງໝົດທີ່ ເປັນຜູ້ມີຄວາມເຊື່ອໃນອົງພຣະຄຣິສຕ໌ນີ້. ແຕ່ລະຄົນກໍຈະຕ້ອງຮູ້ ຈັກນຳໃຊ້ຄວາມຮູ້ຄວາມສາມາດທີ່ມີຢູ່ຂອງຕົນເຂົ້າໃນການປະຕິ ບັດໜ້າທີ່ເຊິ່ງພຣະເຈົ້າຜູ້ໂຜດໃຫ້ລອດໄດ້ມອບໝາຍມານັ້ນໃຫ້ມີ ຄວາມສຳເຣັດ. ຄວາມຮັກຂອງອົງພຣະຄຣິສຕ໌ ທີ່ໄດ້ໂຜດປະທານ ມາໃຫ້ພວກເຮົານັ້ນກໍໄດ້ເປັນສິ່ງທີ່ທຳໃຫ້ພວກເຮົາຕ້ອງກາຍເປັນ ລູກໜີ້ຂອງທຸກຄົນທີ່ບໍ່ທັນໄດ້ຮູ້ຈັກກັບພຣະອົງນັ້ນເທື່ອ. ອົງພຣະຜູ້ ເປັນເຈົ້າຊົງໄດ້ໂຜດປະທານເອົາຄວາມເປັນແສງສະຫວ່າງມາໃຫ້ ແກ່ພວກເຮົານັ້ນກໍບໍ່ແມ່ນວ່າເພື່ອສະເພາະຈະໃຫ້ພວກເຮົາແຕ່ພຽງ ຝ່າຍດຽວ, ແຕ່ຫາກເພື່ອໃຫ້ແສງສະວ່າງນັ້ນໄດ້ສະທ້ອນອອກໄປ ສູ່ຄົນອື່ນນຳອີກດ້ວຍ. SCL 161.1
9ຖ້າວ່າພວກຄົນຜູ້ທີ່ເຊື່ອໃນອົງພຣະຄຣິສຕ໌ຫາກພາກັນມີ ຄວາມເຂົ້າໃຈດີໃນໜ້າທີ່ຄວາມຮັບຜິດຊອບຂອງຕົນນັ້ນແລ້ວກໍໜ້າ ຈະມີຄົນນັບ ເປັນຮ້ອຍໆພັນໆພ້ອມກັນເຄື່ອນໄຫວເຜີຍແຜ່ຂ່າວປະ ເສີດໃຫ້ແກ່ພວກຄົນຜູ້ທີ່ຍັງບໍ່ທັນໄດ້ຮູ້ຈັກກັບພຣະເຈົ້ານັ້ນເທື່ອແທນ ທີ່ຈະມີພຽງແຕ່ຄົນກຸ່ມນ້ອຍທີ່ພວມກຳລັງພາກັນທຳງານດັ່ງກ້າວ ຢູ່ໃນເວລານີ້. ສ່ວນຜູ້ໃດທີ່ບໍ່ສາມາດເຂົ້າຮ່ວມໃນງານປະກາດຂ່າວ ປະເສີດດ້ວຍຕົນເອງໄດ້ນັ້ນເຂົາກໍຈະໃຫ້ການຊ່ວຍເຫລືອອຸບປະ ຖັມດ້ວຍແຮງຊັພ, ດ້ວຍການສະໜັບສະໜູນທາງໃຈແລະດ້ວຍການ ໄຫວ້ພຣະອະທິຖານຊ່ວຍໃຫ້ກັນ. ຢູ່ໃນບັນດາປະເທດທີ່ມີຄົນເຊື່ອໃນ ພຣະຄຣິສຕ໌ສາສນາເປັນສ່ວນໃຫຍ່ນັ້ນການທຳງານເພື່ອກອບກູ້ ເອົາມະນຸດໃຫ້ໄດ້ຮັບຄວາມລອດພົ້ນກໍຄວນຈະຕ້ອງເປັນງານທີ່ສູງ ສົ່ງກວ່າໝູ່. SCL 161.2
ຖ້າເຫັນວ່າຕົນເອງຫາກຖືກຮຽກໃຫ້ມາເປັນຜູ້ທຳງານເພື່ອຄອບຄົວແລະຍາດຕິພີ່ນ້ອງຂອງຕົນເອງຫລືວ່າເພື່ອສັງຄົມ ແວດລ້ອມໃກ້ຄຽງທີ່ຕົນອາສັຍຢູ່ນັ້ນແລ້ວກໍບໍ່ມີຄວາມຈຳເປັນທີ່ຈະ ອອກເດີນທາງໄປສູ່ດິນແດນແຄວ້ນອື່ນທີ່ກວາງໄກ, ພວກເຮົາຕ້ອງ ທຳງານຢູ່ກັບທີ່ນັ້ນໂລດ, ກໍທຳຢູ່ກັບຄອບຄົວຂອງຕົນເອງ, ຢູ່ກັບ ພີ່ນ້ອງປ້ອງປາຍຂອງຕົນເອງ, ຢູ່ພາຍໃນຄຣິສຕ໌ຈັກທ້ອງຖິ່ນຂອງ ຕົນ ແລະ ຢູ່ຖ້າມກາງມວນຊົນທີ່ຕົນມີການສື່ສັມພັນແລະມີທຸລະວຽກ ງານຮ່ວມກັນຢູ່ນັ້ນ. SCL 162.1
ພຣະເຈົ້າຜູ້ໂຜດ ໃຫ້ລອດຂອງພວກເຮົາໄດ້ໃຊ້ເວລາສ່ວນ ມາກແຫ່ງການດຳຣົງຊີວິດຂອງ ພຣະອົງທີ່ມີຢູ່ໃນເມືອງມະນຸດເຮົາ ນີ້ເພື່ອທຳງານຢ່າງທໍລະຫົດທົນຢູ່ໃນ ໂຮງຊ່າງໄມ້ອັນນ້ອຍໆທີ່ ໝູ່ບ້ານນາຊາແຣັດ (Nazareth). ພວກເທວະທູຕທັງຫລາຍກໍ ໄດ້ພາກັນຢູ່ຮ່ວມໃກ້ສິດກັບພຣະອົງຢູ່ຕະຫລອດເວລາ,ບໍ່ວ່າໃນຍາມ ທີ່ພຣະອົງຈະຢູ່ຫລືຮ່ວມເດີນທາງໄປມາກັບພວກຊາວນາຊາວສວນ ຫລືວ່າກັບພວກຊາວຜູ້ອອກແຮງງານສາມັນຊົນທົ່ວໄປໂດຍທີ່ ບໍ່ມີຜູ້ ໃດຮູ້ໄດ້ເລີຍວ່າພຣະອົງນັ້ນເອງຄືພຣະບຸຕຂອງ ພຣະເຈົ້າຜູ້ເຊິ່ງຊົງ ເປັນພຣະເຈົ້າຜູ້ໂຜດໃຫ້ລອດຂອງໂລກມະນຸດ. ພຣະອົງຍາມໃດກໍ ມີຄວາມຈົງຮັກພັກດີຕໍ່ການປະຕິບັດພາຣະກິດຂອງຕົນ, ບໍ່ວ່າຈະ ເປັນການທຳງານຢູ່ໃນໂຮງຊ່າງຂະໜາດນ້ອຍ, ຈະເປັນເວລາທີ່ ພຣະອົງໃຫ້ການມະໂຫສົດພະຍາບານຕໍ່ພວກຄົນເຈັບໄຂ້ໄດ້ປ່ວຍ ທັງຫລາຍຫລືວ່າໃນຍາມທີ່ພຣະອົງຊົງສະເດັດຜ່ານຟອງພະຍຸຢູ່ ກາງທະເລນ້ຳເລິກກາລີເລ(Galilee)ນັ້ນກໍດີ. ສະນັ້ນ, ເຖິງແມ່ນ ວ່າພວກເຮົາຈະມີໜ້າທີ່ການບໍ່ສູງກໍຕາມ, ແຕ່ພວກເຮົາກໍສາມາດ ທີ່ຈະປະຕິບັດສຳເຣັດແມ່ນກະທັ້ງວຽກງານອັນນ້ອຍໆຂອງ ຕົນ. ພວກເຮົາສາມາດທີ່ ຈະກ້າວເດີນໄປແລະສາມາດທີ່ຈະເປັນຜູ້ ຮ່ວມງານຂອງພຣະອົງໄດ້. SCL 162.2