ເສັ້ນທາງແຫ່ງຄວາມຫວັງ

63/107

ການຝຶກຝົນຫລໍ່ຫລອມທາງດ້ານຄຸນສົມບັດທັສນະ

ຄວາມຄິດຈິຕໃຈທີ່ຢາກຈະອອກ ເຮື່ອເທແຮງເພື່ອຮັບໃຊ້ ຄົນອື່ນໂດຍປາສຈາກຄວາມເຫັນແກ່ຕົວນັ້ນກໍຈະສ້າງໃຫ້ຄຸນສົມບັດ ທັສນະຂອງຄົນມີຄວາມເລິກເຊິ່ງເຖິງຖອງ, ມີຄວາມທຸ່ນທ່ຽງ ແລະ ມີຄວາມຮັກເໝືອນກັບອົງພຣະຄຣິສຕ໌ເຈົ້າ, ເຂົາກໍຈະມີຄວາມສັນ ຕິແລະຄວາມສຸກໃນຊີວິດ. ຊີວິດທາງໃຈຂອງເຂົາກໍຈະໄດ້ຮັບການ ເຊີດຊູໃຫ້ສູງສົ່ງຍິ່ງຂຶ້ນ, ຄວາມກຽດຄ້ານ ແລະ ຄວາມເຫັນແກ່ຕົວ ກໍຈະບໍ່ຄ້າງຄາຢູ່ໃນຫົວໃຈຂອງເຂົາເລີຍ. ຄົນຜູ້ໃດທີ່ມີຄວາມເຊື່ອ ໃນພຣະຄຣິສຕ໌ທີ່ໄດ້ເຄີຍຝຶກຝົນຫລໍ່ຫລອມຕົນຢູ່ພາຍໃຕ້ພຣະເດດ ພຣະຄຸນຂອງອົງພຣະຜູ້ເປັນເຈົ້ານັ້ນເຂົາກໍຈະເຕີບໃຫຍ່ຂຶ້ນດ້ວຍ ຄວາມເຊື່ອທີ່ເຂັ້ມແຂງແລະກໍຈະກັບກາຍມາເປັນຜູ້ທີ່ມີຄວາມຫ້າວ ຫັນຕັ້ງໜ້າໃນການຮັບໃຊ້ອົງພຣະຜູ້ເປັນເຈົ້າ. ພວກຄົນປະເພດນີ້ ຈະມີທັສນະຄວາມເຊື່ອທີ່ແຈ້ງຂາວ, ບໍ່ຄອນແຄນແລະມີພະລັງອັນ ຕັ້ງໜ້າໃນການໄຫວ້ວອນອະທິຖານທີ່ເພີ່ມທະວີຍິ່ງຂຶ້ນ. ພຣະວິນ ຍານຂອງອົງພຣະຜູ້ເປັນເຈົ້າເຊິ່ງເປັນຜູ້ສົ່ງອິດທິພົນຕໍ່ ຈິຕວິນຍານ ຂອງພວກເຂົານັ້ນກໍຈະເປັນຜູ້ຮຽກໃຫ້ພວກເຂົາ ໄດ້ກ້າວເດີນໄປສູ່ ຊີວິດທີ່ມີຄວາມປະສານກົມກຽວກັນຢ່າງສັກສິດ. ຜູ້ໃດທີ່ອຸທິດຕົນ ເອງໃນການຮັບໃຊ້ເພື່ອ ໃຫ້ຄົນອື່ນໄດ້ຮັບຄວາມສຸກໂດຍບໍ່ຄິດເຖິງ ສິດຜົນປະໂຫຍດສ່ວນຕົວນັ້ນ ໃນຕົວແລະນອກຕົວແລ້ວແມ່ນພວກ ເຂົາກໍເປັນຝ່າຍທີ່ ອອກເຮື່ອເທແຮງເພື່ອຄວາມລອດໃຫ້ແກ່ຕົນ ນັ້ນເອງ. SCL 159.1

ພວກເຮົາຈະສາມາດຈະເຣີນເຕີບໂຕຂຶ້ນຢູ່ພາຍໃຕ້ ພຣະ ເດດພຣະຄຸນຂອງ ອົງພຣະຜູ້ເປັນເຈົ້າໄດ້ກໍຕໍ່ເມື່ອພວກເຮົາຫາກທຳ ງານທີ່ອົງພຣະຄຣິສຕ໌ໄດ້ມອບໝາຍເອົາໄວ້ໃຫ້ນັ້ນດ້ວຍຄວາມສຸຈ ຣິດ, ທຳທຸກສິ່ງຢ່າງທີ່ຕົນສາມາດທຳໄດ້ເພື່ອໃຫ້ການຊ່ວຍເຫລືອ ແກ່ພວກຄົນຜູ້ທີ່ກຳລັງຕົກຢູ່ໃນຄວາມຄັບຂັນ, ຊ່ວຍໃຫ້ພວກເຂົາໄດ້ ຮັບຄວາມສຸກ. ພະລັງຄວາມເຂັ້ມແຂງຈະເກີດມີຂຶ້ນໄດ້ກໍດ້ວຍຜ່ານ ການຝຶກຝົນຫລໍ່ຫລອມຕົນເອງ, ສ່ວນການເຄື່ອນໄຫວຂອງຄົນນັ້ນກໍ ເປັນເງື່ອນໄຂໃຫ້ແກ່ການມີຊີວິດ. ຜູ້ໃດທີ່ພະຍາຍາມຢາກຈະຮັກສາ ການດຳຣົງຊີວິດຂອງຕົນ ໃນຖານະທີ່ເປັນຄົນຜູ້ເຊື່ອ ໃນອົງພຣະ ຄຣິສຕ໌ດ້ວຍການລໍຮັບເອົາແຕ່ຄວາມຈະເຣີນພອນຈາກພຣະບາຣະ ມີຂອງພຣະເຈົ້າຊື່ໆໂດຍທີ່ຈະບໍ່ອອກເຮືອເທແຮງກະທຳສິ່ງ ໃດເລີຍ ເພື່ອອົງພຣະຄຣິສຕ໌ ນັ້ນພວກເຂົາກໍບໍ່ຕ່າງຫຍັງໄປຈາກພວກຄົນ ທີ່ຢາກໃຊ້ຊີວິດຢູ່ແບບເປົ່າລ້າຄືມີແຕ່ຢາກກິນແຕ່ບໍ່ຢາກທຳງານນັ້ນ ເອງ. ຊີວິດທາງໃຈກໍເໝືອນກັນກັບຊີວິດທາງທຳມະຊາດ, ຖ້າຜູ້ ໃດຫາກບໍ່ທຳໃຫ້ອົງຄະຕ່າງໆໃນຮ່າງກາຍຂອງ ຕົນມີການເຄື່ອນ ໄຫວເໜັງຕີງເປັນປົກກະຕິແລ້ວອີກບໍ່ນານພວກອົງຄະເຫລົ່ານັ້ນກໍ ຈະໃຊ້ການບໍ່ ໄດ້ເຊິ່ງນັ້ນກໍຄືຜົນຕາມມາອັນຫລີກບໍ່ພົ້ນຈາກຄວາມ ຂາດສະມັຖພາບ ແລະ ຄວາມເປັນອຳມະພາດຂອງຊີວິດບໍ່ວ່າຈະ ເປັນທາງກາຍກໍຄືທາງໃຈ. ຄົນຜູ້ທີ່ເຊື່ອໃນພຣະຄຣິສຕ໌ກໍເຊັ່ນກັນ, ຖ້າເຂົາຫາກບໍ່ນຳໃຊ້ພະລັງທີ່ພຣະເຈົ້າໄດ້ໂຜດປະທານມາໃຫ້ ແກ່ພວກເຂົາແລ້ວນັ້ນ, ບໍ່ພຽງແຕ່ເຂົາຈະບໍ່ສາມາດເຕີບໂຕຂຶ້ນໄດ້ໃນ ອົງພຣະຄຣິສຕ໌ພຽວເທົ່ານັ້ນ. ແຕ່ເຂົາທັງຍັງຈະສູນເສັຍພະລັງເຮືອ ແຮງທີ່ຕົນກຳລັງມີຢູ່ນັ້ນໄປອີກດ້ວຍ. SCL 160.1