ເສັ້ນທາງແຫ່ງຄວາມຫວັງ
ຜູກພັນດ້ວຍສາຍສັມພັນທີ່ບໍ່ມີວັນຈະຕັດຂາດໄປໄດ້
ໃນເວລາທີ່ອົງພຣະຄຣິສຕ໌ຊົງໄດ້ສະເດັດລົງມາໂດຍການຖື ເອົາເນື້ອກາຍຂອງມະນຸດໃຫ້ໄປເປັນຂອງພຣະອົງນັ້ນພຣະອົງກໍໄດ້ ຜູກພັນເອົາມະນຸດທັງຫລາຍໃຫ້ຕິດພັນຢູ່ກັບພຣະອົງດ້ວຍສາຍສັມ ພັນທີ່ໄດ້ມາຈາກຄວາມຮັກທີ່ບໍ່ມີພະລັງອຳນາດໃດໆຈະສາມາດ ພັງທະລາຍໄປໄດ້, ຍົກເວັ້ນແຕ່ມະນຸດເຮົາຈະເປັນຜູ້ເລືອກເອົາ ເອງວ່າຕົນຈະຢູ່ໃນຝ່າຍໃດ. ທຸກເມື່ອທຸກຍາມສາຕານກໍຈະເປັນ ຜູ້ພະຍາຍາມໃຊ້ກົນອຸບາຍລໍ້ລວງ ເພື່ອຈະທຳໃຫ້ສາຍສັມພັນດັ່ງ ກ່າວນີ້ຖືກຕັດຂາດໄປ ແລະເພື່ອຈະໃຫ້ພວກເຮົາໄດ້ເລືອກເອົາເສັ້ນ ທາງແຫ່ງການແບ່ງແຍກຕົນເອງ ໃຫ້ຫ່າງເຫີນອອກໄປຈາກອົງ ພຣະຄຣິສຕ໌ເຈົ້າ, ນີ້ເອງຄືຈຸດທີ່ພວກເຮົາຄວນຈະຕ້ອງລະວັງຕົວ, ຕ້ອງຕໍ່ສູ້, ຕ້ອງໄຫວ້ພຣະອ້ອນວອນ, ຕ້ອງອອກແຮງຕັ້ງໜ້າເພື່ອ ບໍ່ໃຫ້ມານຮ້າຍໃດໆເຂົ້າມາລໍ້ລວງ ໃຫ້ພວກເຮົາຕ້ອງໄປເລືອກເອົາ ພຣະເຈົ້າອົງອື່ນມາເປັນສິ່ງບູຊາ, ເພາະວ່າພວກເຮົາຍາມໃດກໍມີເສ ຣີພາບຢູ່ສະເໝີທີ່ຈະກະທຳສິ່ງນັ້ນໄປ. ມາເຖີດ, ພວກເຮົາຈົ່ງພາ ກັນມາມໍລະສຸມເອົາສາຍຕາຂອງພວກເຮົາທັງຫລາຍໃຫ້ຈ້ອງ ມອງໄປສູ່ອົງພຣະຄຣິສຕ໌ ແລະພຣະອົງກໍຈະເປັນຝ່າຍຜູ້ໃຫ້ການປົກ ປ້ອງຮັກສາພວກເຮົາເອົາໄວ້. ເມື່ອເວລາພວກເຮົາພາກັນສົ່ງສາຍ ຕາໄປຍັງອົງພຣະເຢຊູຄຣິສຕ໌ນັ້ນ ແລ້ວພວກເຮົາກໍຈະໄດ້ຮັບຄວາມ ປອດພັຍ. ຈະບໍ່ມີສິ່ງໃດອີກທີ່ຈະສາມາດມາດຶງແຍກເອົາພວກເຮົາ ໃຫ້ຫ່າງອອກໄປຈາກພຣະຫັດຂອງພຣະອົງນັ້ນໄດ້. ເມື່ອເວລາທີ່ ພວກເຮົາຫາກຈ່ອງດຶງພຣະອົງເອົາໄວ້ໃຫ້ໝັ້ນແລ້ວພວກເຮົາກໍ ຈະຖືກ “ປ່ຽນແປງໄປສູ່ພາບພົດອັນດຽວກັນຈາກລາສີນີ້ໄປ ສູ່ລາສີໃໝ່, ດັ່ງໄດ້ມາຈາກພຣະວິນຍານຂອງອົງພຣະຜູ້ ເປັນເຈົ້າ” (2ໂກຣິນທຽນ3:18). SCL 141.1
ພວກສາວົກລຸ້ນແລກຂອງອົງພຣະເຢຊູ ຄຣິສຕ໌ທີ່ໄດ້ພາກັນ ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄຸນລັກສະນະຄ້າຍດັ່ງພຣະອົງກໍດ້ວຍ ວິທີດັ່ງກ່າວມານັ້ນ. ໃນເວລາທີ່ພວກສາວົກເຫລົ່ານັ້ນໄດ້ຍິນໄດ້ ຟັງພຣະວັຈນະຂອງອົງພຣະເຢຊູ ແລ້ວພວກເພິ່ນກໍເກີດມີຄວາມຮູ້ ສຶກໃນຄວາມຈຳເປັນ ຂອງຕົນທີ່ຢາກຈະໃຫ້ມີພຣະອົງເຂົ້າມາເປັນ ທີ່ເພິ່ງ. ພວກເພິ່ນໄດ້ພາກັນຊອກຫາພຣະອົງແລະກໍໄດ້ພົບກັບພຣະ ອົງ, ຈາກນັ້ນກໍໄດ້ພາກັນຕິດຕາມພຣະອົງໄປ. ພວກເພິ່ນເຄີຍໄດ້ຢູ່ ຮ່ວມກັບ ພຣະອົງຢູ່ທີ່ບ້ານເຮືອນ, ຢູ່ທີ່ໂຕ໊ະຮັບປະທານອາຫານ, ຢູ່ ສະຖານທີ່ປົກບັງແລະຢູ່ຕາມທົ່ງນາປ່າດົງ. ພວກເພິ່ນໄດ້ພາກັນ ເດີນຕາມພຣະອົງໄປຢູ່ໃນທຸກບ່ອນທຸກທີ່ເໝືອນດັ່ງພວກເດັກນັກ ຮຽນ ເຊິ່ງເດີນຕາມຫລັງນາຍຄູຂອງພວກຕົນໄປໂດຍໄດ້ຮ່ຳຮຽນ ສຶກສາເອາບົດຮຽນແຫ່ງຄວາມຈິງທີ່ສັກສິດຈາກພຣະໂອດ (ປາກ)ຂອງພຣະອົງເອງຢູ່ທຸກມື້ທຸກວັນ. ພວກເພິ່ນໄດ້ພາກັນສົ່ງ ສາຍຕາໄປຍັງ ພຣະອົງເໝືອນກັນກັບທີ່ພວກຄົນໃຊ້ເຊິ່ງກຳ ລັງຈ້ອງມອງເບິ່ງເຈົ້ານາຍທີ່ຮັກ ແລະແສນດີຂອງພວກຕົນເພື່ອ ຈະໄດ້ ທຳຄວາມເຂົ້າໃຈໃນໜ້າທີ່ການງານຂອງພວກຕົນ. ພວກ ທ່ານ ອັຄສາວົກ ທີ່ໄດ້ກ່າວມາຂ້າງເທິງນັ້ນກໍເປັນ “ມະນຸດ ເໝືອນກັນກັບພວກເຮົານີ້ເອງ” (ຢາໂກໂບ 5:71). ພວກເພິ່ນ ກໍຈຳເປັນຕ້ອງໄດ້ຜ່ານສະໜາມລົບເພື່ອຕໍ່ສູ້ກັບຄວາມບາບເໝືອນ ກັນກັບພວກເຮົານີ້. ເພື່ອຈະມີຊີວິດຢູ່ດ້ວຍຄວາມບໍຣິສຸດໄດ້ນັ້ນພວກ ເພິ່ນກໍມີຄວາມຈຳເປັນຢູ່ໃນພຣະເດດພຣະຄຸນດັ່ງດຽວກັນນີ້. SCL 142.1