ເສັ້ນທາງແຫ່ງຄວາມຫວັງ

43/107

ຜູ້ໃດເປັນເຈົ້າຂອງຫົວໃຈຂອງທ່ານ?

ຜູ້ໃດເປັນເຈົ້າຂອງຫົວໃຈຂອງທ່ານ? ຄວາມຄິດຈິດໃຈ ຂອງພວກເຮົານັ້ນຢູ່ກັບໃຜ? ພວກເຮົາມັກສົນທະນາກັນກ່ຽວກັບ ເຣື່ອງຂອງຜູ້ໃດ? ອາລົມຈິດແລະພະລັງແຮງອັນດີຢ້ຽມຂອງພວກ ເຮົານັ້ນເປັນຂອງໃຜ? ຖ້າວ່າພວກເຮົາຫາກເປັນຜູ້ເຊື່ອໃນອົງ ພຣະຄຣິສຕ໌ແລ້ວ ແນວຄິດຈິດໃຈຂອງ ພວກເຮົາກໍຝາກຝັງໄວ້ຢູ່ກັບ ພຣະອົງແລະຕົນກໍຊອບທີ່ຈະຄິດຄຳນຶງເຖິງພຣະອົງ. ທຸກສິ່ງຢ່າງ ທີ່ພວກເຮົາມີຢູ່ ກໍຈະຖືກນຳເອົາໄປອຸທິດໃຫ້ພຣະອົງ. ພວກເຮົາ ກໍຈະເກີດມີຄວາມຕ້ອງການຢາກປະພຶດຕົນໃຫ້ເປັນເໝືອນພຣະອົງ, ຢາກຈະຫາຍໃຈເອົາຈິດວິນຍານຂອງພຣະອົງ, ຢາກຈະກະທຳ ຕາມພຣະປະສົງຂອງພຣະອົງແລະຢາກຈະທຳໃຫ້ພຣະອົງໄດ້ມີ ຄວາມ ພໍພຣະທັຍນຳຕົນຢູ່ໃນທຸກສິ່ງທຸກຢ່າງ. SCL 109.1

ຜູ້ໃດທີ່ໄດ້ຖືກດັດແປງກໍ່ສ້າງຕົນໃຫ້ກັບກາຍມາເປັນຄົນໃໝ່ ຢູ່ໃນອົງພຣະເຢຊູຄຣິສຕ໌ນັ້ນເຂົາກໍຈະສະແດງອອກໃຫ້ເຫັນເຖິງ ໝາກຜົນແຫ່ງການທຳງານຂອງພຣະວິນຍານຂອງພຣະເຈົ້າທີ່ມີຢູ່ ໃນຕົວຂອງເຂົາ, ສິ່ງເຫລົ່ານັ້ນກໍຄື: “ຄວາມຮັກ, ຄວາມສຸກ, ຄວາມສັນຕິ, ຄວາມອົດທົນຍາວນານ, ຄວາມສຸພາບ, ຄວາມດີ, ຄວາມເຊື່ອ, ຄວາມຖ່ອມຕົວ, ການທຳໃຫ້ພໍດີ” (ກາລາຊຽນ [Galatians] 5:22,23). ພວກຄົນຜູ້ທີ່ມີຄຸນລັກ ສະນະແບບນີ້ເຂົາກໍຈະບໍ່ປ່ອຍໃຫ້ຕົນລອຍຕາມຄວາມທະເຍີທະຍານ ອັນເກົ່າເດີມ, ແຕ່ເຂົາຈະອີງໃສ່ຄວາມເຊື່ອໃນພຣະບຸຕຂອງອົງ ພຣະຜູ້ເປັນເຈົ້ານັ້ນເພື່ອເດີນໄປຕາມຮອຍ ພຣະບາດຂອງພຣະອົງ, ເຂົາກໍຈະເປັນຜູ້ສະທ້ອນໃຫ້ເຫັນເຖິງຄຸນລັກສະນະຂອງພຣະອົງແລະ ສຳລະສະສາງຕົນເອງໃຫ້ມີຄວາມບໍຣິສຸດເໝືອນດັ່ງພຣະອົງ. ສິ່ງ ໃດທີ່ພວກເຂົາເຄີຍກຽດຊັງໃນເມື່ອກ່ອນ ມາບັດນີ້ກໍຈະເກີດມີຄວາມ ຮັກ ແລະ ສິ່ງໃດທີ່ຕົນເຄີຍມັກເຄີຍນິຍົມໃນເມື່ອກ່ອນມາບັດນີ້ຊ້ຳພັດ ເກີດມີຄວາມກຽດຊັງຂຶ້ນມາຕໍສິ່ງເຫລົ່ານັ້ນ. ຄົນຜູ້ທີ່ມີຄວາມອວດ ອົ່ງທະນົງຕົວແລະມີຄວາມເຊື່ອໝັ້ນໃນຕົນເອງນັ້ນກໍຈະກັບກາຍມາ ເປັນຄົນຖ່ອມຕົວ ແລະ ມີຈິດໃຈອັນອ່ອນນ້ອມ, ຄົນຜູ້ທີ່ເຄີຍມີຄວາມ ເປົ່າລ້າແລະຖືຕົວສູງກໍຈະກັບກາຍມາເປັນຄົນທີ່ ມີຄວາມຖ່ອມຕົວ ແລະມີຄວາມແນ່ນອນຈິງຈັງ, ຄົນຂີ້ເຫລົ້າເມົາຢາກໍຈະກັບກາຍມາ ເປັນຜູ້ທີ່ ມີສະຕິສຳນຶກຕົນແລະຫັນມາຢູ່ໃນສິລກິນໃນທັມ. ຮີດຄອງ ແລະຄວາມນິຍົມຊົມຊອບທີ່ມີລັກສະນະແບບອັບປະໂຫຍດຈາກທາງ ຝ່າຍໂລກກໍຈະຖືກປ່ອຍປະລະຖິ້ມໄປ. ຄົນຜູ້ທີ່ຫັນເຂົ້າມາເຊື່ອໃນ ອົງພຣະຄຣິສຕ໌ເຈົ້ານັ້ນເຂົາກໍຈະບໍ່ຊອກສະແຫວງຫາແຕ່ຄວາມສວຍ ງາມດ້ວຍເສື້ອຜ້າອາພອນໂດຍທາງພາຍນອກ, ແຕ່ຫາກຈະອີງ ໃສ່ຄວາມສວຍງາມ “ທີ່ຊ້ອນເອົາໄວ້ຢູ່ເບື້ອງໃນຈິດໃຈເຊິ່ງ ບໍ່ໄດ້ມາຈາກທາງເນື້ອກາຍ, ນັ້ນຄືການປະດັບປະດາຂອງ ຄົນຜູ້ທີ່ມີຄວາມຖ່ອມຕົວແລະມີຈິດໃຈອັນສະຫງົບງຽບ” (1ເປໂຕຣ 3:3,4). SCL 109.2

ການຍອມກັບກາຍກັບໃຈທີ່ບໍ່ໄດ້ພາໃຫ້ເກີດມີການດັດແປງ ກໍ່ສ້າງຕົນໃຫ້ກັບກາຍມາເປັນຄົນໃໝ່ໄດ້ ນັ້ນກໍຈະຖືວ່າເປັນການກັບ ໃຈແບບບໍ່ມີມູນຄວາມຈິງ. ຖ້າຄົນຂີ້ຂະໂມຍຫາກຍອມສົ່ງຂອງທີ່ ຕົນໄດ້ລັກເອົາໄປແລ້ວນັ້ນຄືນມາໃຫ້ ແລະ ຍອມຮັບສາລະພາບໃນ ຄວາມຊົ່ວຮ້າຍຂອງຕົນ ແລະກໍຫັນມາຮັກພຣະເຈົ້າ ແລະຮັກເພື່ອນ ມະນຸດດ້ວຍກັນແລ້ວ ເຂົາຜູ້ເປັນຄົນບາບຜູ້ນັ້ນກໍຈິ່ງຈະຖືກຮັບຮອງ ວ່າເຂົາໄດ້ຜ່ານຈາກຄວາມຕາຍມາສູ່ຄວາມມີຊີວິດນັ້ນແລ້ວ. SCL 110.1

ເມື່ອເວລາທີ່ພວກເຮົາກ້າວເດີນເຂົ້າໄປຫາອົງພຣະຄຣິສຕ໌ ໂດຍຍອມຮູ້ສຶກສຳນຶກຕົວວ່າຕົນເປັນຄົນຜູ້ຕົກຢູ່ໃນຄວາມລຸ້ມຫລົງ, ມີຄວາມບາບຕິດຕົວແລະກໍໄຫວ້ວອນຂໍເຂົ້າມາເພິ່ງໃນພຣະບາຣະ ມີຂອງພຣະອົງແລ້ວນັ້ນຄວາມຮັກຂອງອົງພຣະຜູ້ເປັນເຈົ້າກໍຈະເຂົ້າ ມາເບັ່ງບານຢູ່ ໃນຫົວໃຈຂອງຄົນເຮົາ. ຈາກນັ້ນຄວາມໜັກກໍຈະ ກາຍເປັນເບົາ, ເພາະວ່າພາລະທີ່ ອົງພຣະຄຣິສຕ໌ເຈົ້າໄດ້ວາງມາ ໃຫ້ນັ້ນກໍບໍ່ມີຄວາມໜັກໜ່ວງແຕ່ຢ່າງໃດ. ໜ້າທີ່ຄວາມຮັບຜິດຊອບ ກໍຈະກັບກາຍມາເປັນຄວາມເພິ່ງພໍໃຈ ແລະ ຄວາມເສັຍສະຫລະກໍ ຈະກັບກາຍມາເປັນຄວາມຍິນດີ. ທາງເດີນທີ່ເມື່ອກ່ອນເຕັມໄປດ້ວຍ ຄວາມມືດມົນນັ້ນ ມາບັດນີ້ກໍຈະເກີດມີ ຄວາມແຈ້ງສະຫວ່າງແວວ ວາວຂຶ້ນມາເພາະດວງອາທິດແຫ່ງຄວາມ ຊອບທັມເປັນສິ່ງທີ່ສ່ອງ ແສງສະທ້ອນອອກມາ. SCL 111.1