ເສັ້ນທາງແຫ່ງຄວາມຫວັງ

42/107

ບົດທີ 7—ການເຂົ້າເປັນສາວົກ

ຖ້າວ່າຜູ້ໃດຫາກຢູ່ໃນພຣະຄຣິສຕ໌, ເຂົາກໍເປັນ ຄົນໃໝ່: ສິ່ງເກົ່າທັງຫລາຍກໍຜ່ານໄປ: ດູເຖີດ, ທຸກສິ່ງຢ່າງ ກໍໄດ້ກັບກາຍມາເປັນຂອງໃໝ່ແລ້ວ” (2ໂກຣິນທຽນ [Corinthians]5:17). SCL 106.1

ບາງບຸກຄົນກໍບໍ່ອາດສາມາດທີ່ຈະບອກໄດ້ເຖິງວັນທີເດືອນ ປີຫລືສະຖານທີ່ອັນແນ່ນອນ ຫລືວ່າເງື່ອນໄຂສະພາບແວດລ້ອມທີ່ ຕົນໄດ້ເຂົ້າມາປ່ຽນໃຈເຊື່ອໃນພຣະເຈົ້າ, ແຕ່ນີ້ກໍບໍ່ເປັນສິ່ງທີ່ຈະຖືກ ເອົາມາເປັນຂໍ້ອ້າງໄດ້ດອກວ່າຜູ້ກ່ຽວ ນັ້ນຍັງບໍ່ທັນໄດ້ກັບກາຍກັບ ໃຈເທື່ອ. ອົງພຣະຄຣິສຕ໌ເຄີຍໄດ້ບອກຕໍ່ທ່ານ ນີໂກເດມຸສເອົາ ໄວ້ວ່າ: “ລົມກໍພັດໄປຕາມທິດທາງຂອງມັນແລະທ່ານກໍໄດ້ ຍິນສຽງຂອງມັນ, ແຕ່ບໍ່ສາມາດບອກໄດ້ວ່າມັນພັດມາ ຈາກ.ສແລະອອກໄປທາງໃດ: ທຸກຄົນທີ່ເກີດມາຈາກພຣະ ວິນຍານກໍດັ່ງດຽວກັນນີ້.” (ໂຢຫັນ 3:8). ກໍເໝືອນກັນກັບສາຍ ລົມພັດນັ້ນເອງເຊິ່ງພວກເຮົາບໍ່ສາມາດທີ່ຈະເບິ່ງເຫັນດ້ວຍຕາເປົ່າ ໄດ້, ແຕ່ເຖິງຢ່າງໃດຜົນກະທົບຂອງມັນກໍເປັນທີ່ຈະເຫັນແລະຮູ້ສຶກ ສັມພັດໄດ້ຢ່າງແຈ່ມແຈ້ງ, ການທຳງານຂອງພຣະວິນຍານຂອງ ພຣະເຈົ້າຢູ່ໃນຈິດໃຈຂອງມະນຸດເຮົາກໍເປັນລັກສະນະດັ່ງດຽວກັນນີ້. ກໍແມ່ນຄວາມມີພະລັງແຫ່ງການຟື້ນຊີບຄືນໃໝ່ທີ່ຕາຂອງມະນຸດບໍ່ ສາມາດເບິ່ງເຫັນໄດ້ນັ້ນເອງທີ່ເປັນຜູ້ກໍໃຫ້ເກີດມີຊີວິດໃໝ່ຂຶ້ນມາຢູ່ ໃນຄົນຜູ້ໜຶ່ງ,ພະລັງດັ່ງກ່າວກໍຊົງເປັນຜູ້ໃຫ້ການເນຣະມິຕສ້າງເພື່ອ ໃຫ້ມີຊີວິດໃໝ່ຢູ່ໃນພາບພົດຂອງພຣະເຈົ້ານັ້ນເກີດຂຶ້ນມາ. ໃນຂະນະ ທີ່ການທຳງານຂອງພຣະວິນຍານບໍຣິສຸດພວມເປັນໄປດ້ວຍຄວາມ ມິດງຽບນັ້ນ, ແຕ່ສ່ວນໝາກຜົນແຫ່ງພຣະກິຈການດັ່ງກ່າວກໍຊ້ຳພັດ ຖືກສະແດງອອກໃຫ້ເຫັນໄດ້ຢ່າງປະຈັກຕາ. ຖ້າວ່າຈິດໃຈຂອງຄົນ ຫາກໄດ້ຮັບການດັດແປງກໍ່ສ້າງຄືນໃໝ່ໂດຍພຣະວິນຍານຂອງອົງ ພຣະຜູ້ເປັນເຈົ້າແລ້ວຊີວິດຂອງເຂົາກໍຈະສະແດງອອກໃຫ້ເຫັນເປັນ ຫລັກຖານພິຍານເຖິງການປ່ຽນແປງນັ້ນ. ພວກເຮົາບໍ່ສາມາດທີ່ ຈະກະທຳສິ່ງໃດໄດ້ດ້ວຍຕົນເອງເພື່ອຈະທຳໃຫ້ຫົວໃຈຂອງຕົນເກີດ ມີການປ່ຽນແປງຂຶ້ນມາໄດ້. ພວກເຮົາບໍ່ສາມາດທີ່ຈະນຳເອົາຕົນ ເອງໃຫ້ເຂົ້າໄປສູ່ຄວາມສອດຄ່ອງກົມກ່ຽວກັບພຣະເຈົ້າໄດ້, ໃນຂະ ນະດຽວກັນນັ້ນ ພວກເຮົາບໍ່ຕ້ອງໄວ້ວາງໃຈໃນຕົນເອງຕໍ່ສິ່ງໃດທັງ ສິ້ນຫລືວ່າໃນຜົນງານການກະທຳອັນດີຂອງຕົນນັ້ນ. ຖ້າວ່າມີພຣະ ເດດພຣະຄຸນຂອງອົງພຣະຜູ້ເປັນເຈົ້າຫາກເຂົ້າມາສະຖິດຢູ່ໃນຕົວ ຂອງພວກເຮົາ ແລ້ວສິ່ງນັ້ນກໍຈະສະແດງອອກມາໃຫ້ເຫັນໄດ້ຢ່າງ ປະຈັກຕາຢູ່ໃນການດຳຣົງຊີວິດຂອງຄົນເຮົາ. ການປ່ຽນແປງດັ່ງ ກ່າວນັ້ນກໍຈະເຫັນໄດ້ຢູ່ໃນນິດສັຍໃຈຄໍ, ຢູ່ໃນຄວາມຊິນເຄີຍ ແລະ ຢູ່ໃນກິຈວັຕປະຈຳວັນຂອງຄົນ. ຈະເຫັນໄດ້ເຖິງຄວາມແຕກຕ່າງ ຢ່າງແຈ່ມແຈ້ງ ແລະ ຂາດຂັ້ນລະຫວ່າງຊີວິດຂອງເຂົາໃນເມື່ອ ກ່ອນແລະປັດຈຸບັນ. ນິດສັຍໃຈຄໍຂອງຄົນກໍຈະສະແດງອອກໃຫ້ ເຫັນໂດຍບໍ່ຜ່ານການສ້າງຄວາມດີຫລືການທຳຄວາມຊົ່ວແບບ ເປັນໄປຕາມມີຕາມເກີດ, ແຕ່ຫາກຈະເປັນໄປດ້ວຍການກະທຳແບບ ສະໝ່ຳສະເໝີຢູ່ໃນກິຈການປະຈຳວັນຂອງເຂົາ. SCL 106.2

ເປັນຄວາມຈິງທີ່ ວ່າການປະພຶດພາຍນອກຂອງຄົນອາດມີ ການປ່ຽນແປງໃຫ້ດີຂຶ້ນໄດ້ໂດຍບໍ່ ມີພະລັງແຫ່ງການຟື້ນຟູໃໝ່ທີ່ໄດ້ ມາຈາກອົງພຣະຄຣິສຕ໌ເຈົ້າ. ຄວາມຢາກມີຊື່ສຽງອິດທິພົນຢູ່ໃນ ສັງຄົມ ແລະການຢາກໃຫ້ຄົນອື່ນມານັບໜ້າຖືຕາຕົນນັ້ນກໍຈະສາ ມາດບັງຄັບ ໃຫ້ຄົນເຮົາຕ້ອງປະພຶດຕົນດີໂດຍທາງເປືອກນອກໄດ້. ຄວາມນິຍົມຊົມຊອບຕໍ່ຕົນເອງນັ້ນກໍສາມາດຊ່ວຍຊັກນຳເອົາຄົນ ເຮົາໃຫ້ຢຸດເຊົາການກະທຳຄວາມຊົ່ວໄດ້. ຄົນຜູ້ທີ່ມີຄວາມເຫັນແກ່ ຕົວເຂົາກໍອາດສາມາດທີ່ຈະທຳຄວາມດີມີລັກສະນະເພື່ອແຜ່ໄດ້. ເມື່ອເປັນແນວນັ້ນແລ້ວ ພວກເຮົາຈະຮູ້ໄດ້ດ້ວຍວິທີໃດວ່າຈະວາງ ຕົນໃຫ້ເຂົ້າຂ້າງຝ່າຍໃດ? SCL 108.1