ເສັ້ນທາງແຫ່ງຄວາມຫວັງ

3/107

ພວກເຮົາໄດ້ຖືກຜູກພັນຢູ່ກັບອົງພຣະຜູ້ເປັນເຈົ້າ

ອົງພຣະຜູ້ເປັນເຈົ້າຊົງໄດ້ຜູກເອົາໝາກຫົວໃຈຂອງພວກ ເຮົາທັງຫລາຍໃຫ້ມາສະໜິດຕິດພັນຢູ່ໃກ້ກັບພຣະອົງດ້ວຍຄວາມ ພິສດານຕ່າງໆນາໆອັນນັບບໍ່ຖ້ວນ, ທັງຢູ່ທີ່ບົນເວຫາອາກາດແລະ ທັງຢູ່ພາກພື້ນດິນ. ພຣະອົງຊົງພະຍາຍາມທຳການເປິດເຜີຍໃຫ້ ພວກເຮົາໄດ້ຮູ້ຈັກກັບພຣະອົງໂດຍຜ່ານປາກົດການທາງທຳມະ ຊາດ, ຜ່ານຄວາມເລິກເຊິ່ງແລະ ຄວາມຮັກໄຄ່ທີ່ສະໜິດຕິດພັນ ຢູ່ກັບເມືອງມະນຸດເຊິ່ງຄວາມຄິດຂອງມະນຸດເຮົາທັງຫລາຍກໍບໍ່ສາ ມາດທີ່ຈະສຳນຶກເຖິງໄດ້. ແຕ່ເຖິງຢ່າງໃດສິ່ງເຫລົ່ານັ້ນກໍຍັງບໍ່ສາ ມາດທີ່ຈະສ້າງພາບພົດກ່ຽວກັບຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ ໃຫ້ຄົບຖ້ວນບໍຣິບູນໄດ້. ເຖິງວ່າຈະມີຫລັກຖານພະຍານອັນຊັດເຈນ ພຽງໃດກໍຕາມ ແຕ່ຝ່າຍຜູ້ເປັນສັດຕູຣຕໍ່ຄວາມມີພຣະຄຸນນັ້ນເຂົາກໍ ຍັງຄົງສືບຕໍ່ທຳການປິດຫູບັງຕາຂອງຄົນທັງຫລາຍເອົາໄວ້ເພື່ອ ເຮັດແນວໃດທີ່ຈະໃຫ້ພວກເຂົາໄດ້ພາກັນຫັນມາມອງເບິ່ງພຣະຜູ້ເປັນເຈົ້າດ້ວຍຄວາມສະທ້ານຢ້ານກົວ, ເພື່ອໃຫ້ພວກເຂົາໄດ້ພາ ກັນມີຄວາມຄິດຕໍ່ພຣະເຈົ້ານັ້ນວ່າ ພຣະອົງເປັນຜູ້ມີຄວາມຫ້ຽນ ໂຫດໂກດຮ້າຍ ແລະບໍ່ຍອມໃຫ້ອະພັຍແກ່ຜູ້ໃດທັງນັ້ນ. ສາຕານ (Satan) ໄດ້ເປັນຜູ້ຊັກຈູງເອົາມະນຸດໃຫ້ມີຄວາມ້ຊົ້າໃຈຕໍ່ອົງ ພຣະຜູ້ເປັນເຈົ້າໄປໃນທາງຜິດພາດເໝືອນດັ່ງວ່າບົດບາດໜ້າທີ່ອັນສຳຄັນຂອງພຣະອົງນັ້ນກໍຄືການພິພາກສາອັນໂຫດຫ້ຽມ,ເປັນຜູ້ຕັດສິນແລະທັງເປັນເຈົ້າໜີ້ທີ່ຂ້ຽວຂາດ. ສາຕານໄດ້ແຕັມແຕ່ງແປງ ພາບຂອງພຣະເຈົ້າຜູ້ເນຣະມິຕສ້າງເໝືອນກັບວ່າພຣະອົງ ນັ້ນຍາມ ໃດກໍເປັນຜູ້ທີ່ຕິດຕາມສອດແນມເກັບກຳຢ່າງຈົດຈໍ່ຕໍ່ຄວາມຜິດພາດ ຕ່າງໆຂອງພວກມະນຸດເພື່ອຂັ້ນຕໍ່ໄປກໍຈະໄດ້ເປັນຜູ້ຕັດສິນລົງໂທດ ຕໍ່ະວກເຂົາເຫລົ່ານັ້ນ. ເພື່ອຈະຈຳກັດປັດເປົ່າເອົາເງົາມືດອັນນີ້ ໃຫ້ມ້າງມາຍອອກໄປດ້ວຍການເປິດເຜີຍໃຫ້ໂລກໄດ້ເຫັນເຖິງ ຄວາມຮັກອັນອະມະຕະຂອງພຣະຜູ້ເປັນເຈົ້ານັ້ນ ພຣະເຢຊູຈິ່ງໄດ້ ສະເດັດລົງມາ ໃຊ້ຊີວິດເປັນມະນຸດໂດຍຢູ່ຖ້າມກາງພວກມະນຸດທັງ ຫລາຍ. SCL 5.1