ເສັ້ນທາງແຫ່ງຄວາມຫວັງ

32/107

ບໍ່ມີທາງສາຍກາງ

ໃນການອຸທິດຕົນເພື່ອອົງພຣະຜູ້ເປັນເຈົ້າ ນັ້ນພວກເຮົາຈຳ ເປັນທີ່ຈະຕ້ອງປະຖິ້ມທຸກສິ່ງຢ່າງທີ່ຈະພາໃຫ້ພວກເຮົາຕ້ອງຖືກຕັດ ແຍກອອກໄປຈາກພຣະອົງ. ນີ້ຄືຄຳທີ່ພຣະເຈົ້າຜູ້ໂຜດໃຫ້ລອດຊົງ ໄດ້ຕັດກ່າວເອົາໄວ້: “ຖ້າຜູ້ໃດໃນພວກທ່ານຫາກບໍ່ທັນໄດ້ປະ ຖິ້ມທຸກສິ່ງຢ່າງທີ່ຕົນມີຢູ່ນັ້ນເຂົາກໍບໍ່ສາມາດທີ່ຈະເຂົາມາ ເປັນສາວົກຂອງເຮົາພຣະອົງໄດ້” (ລູກາ 14:33). ສິ່ງໃດ ທີ່ຈະແກ່ດຶງເອົາແນວຄິດຈິດໃຈຂອງ ພວກເຮົາໃຫ້ຫ່າງເຫີນອອກ ໄປຈາກພຣະເຈົ້ານັ້ນກໍຈະຕ້ອງປະຖິ້ມມັນໄປ. ຊັພສິນເງິນທອງກໍໄດ້ ກັບກາຍມາເປັນພຣະເຈົ້າຂອງຄົນເປັນຈຳນວນມາກໄປເສັຍແລ້ວ. ການບູຊາຕໍ່ເງິນຄຳກຳແກ້ວແລະຄວາມໄຝ່ຝັນຫາຄວາມຮັ່ງມີດີໄດ້ ນັ້ນກໍລ້ວນແຕ່ເປັນສາຍໂສ້ທອງທີ່ກຳລັງຜູກມັດເອົາພວກເຂົາ ໃຫ້ເຂົ້າໄປຢູ່ໃຕ້ແອກຄອບຄອງຂອງສາຕານ. ສ່ວນອີກຄົນບາງຈຳ ພວກກໍ ພາກັນໄຝ່ຝັນຢາກມີຊື່ສຽງອິດທິພົນ ແລະຄວາມຢາກມີໜ້າ ມີຕາຢູ່ໃນສັງຄົມ. ມີຄົຍຈຳພວກໜຶ່ງອີກກໍພາກັນບູຊາການດຳຣົງ ຊີວິດແບບຢູ່ຢ່າງສະໜຸກສຸກສະບາຍເພື່ອທາງສ່ວນຕົວເອງໂດຍບໍ່ ໄດ້ເອົາຫົວໃສ່ໃຈຊາຕໍ່ສິ່ງໃດໆທັງໝົດ. ພວກເຮົາຈະຕ້ອງທັບມ້າງ ແອກຄອບຄອງທີ່ກ່າວມາທັງໝົດນີ້ໃຫ້ພັງທະລາຍໄປ. ພວກເຮົາ ບໍ່ສາມາດທີ່ຈະມາທຳຕົນໃຫ້ເປັນຄົນຂອງຝ່າຍຂອງ ພຣະເຈົ້າເຄິ່ງ ໜຶ່ງແລະເປັນຝ່າຍໂລກອີກເຄິ່ງໜຶ່ງຢູ່ໃນເວລາດຽວກັນນັ້ນໄດ້. ຖ້າພວກເຮົາຫາກຍັງບໍ່ທັນອຸທິດຕົນໃຫ້ຂຶ້ນກັບອົງພຣະຜູ້ເປັນເຈົ້າ ຢ່າງເຕັມສ່ວນ ແລ້ວກໍສະແດງວ່າຈະຖືຕົນເປັນລູກຫລານຂອງ ພຣະອົງນັ້ນຍັງບໍ່ທັນໄດ້ເທື່ອ. ຍັງມີຄົນອີກຈຳພວກໜຶ່ງທີ່ໄດ້ອອກ ປາກຮັບຮອງວ່າຕົນຈະເຂົ້າມາຮັບໃຊ້ອົງພຣະຜູ້ເປັນເຈົ້າ ແຕ່ໃນ ເວລາດຽວກັນຊ້ຳພັດຍັງດື້ດຶງອ້າງອີງໃສ່ແຕ່ຄວາມສາມາດຂອງ ຕົນເອງນັ້ນຢູ່ວ່າຕົນກໍມີຄວາມສາມາດທີ່ຈະປະຕິບັດຕາມກົດໝາຍ ພຣະບັນຍັຕຂອງພຣະເຈົ້າໄດ້, ຈະດັດແປງກໍ່ສ້າງຄຸນສົມບັດທັສນະ ທີ່ຖືກຕ້ອງເປັນທັມນັ້ນໄດ້, ຈະຮັບເອົາຄວາມໂຜດໃຫ້ລອດນັ້ນໄດ້ ດ້ວຍຕົນເອງ, ທັສນະແບບນີ້ກໍສະແດງອອກໃຫ້ເຫັນວ່າແນວຄິດຈິດ ໃຈຂອງພວກເຂົານັ້ນແມ່ນຍັງບໍ່ທັນໄດ້ຮັບການກະຕຸກຊຸກຍູ້ຈາກ ຄວາມຮູ້ສຶກທີ່ ເລິກເຊິ່ງເຖິງຖອງໃນຄວາມຮັກຂອງອົງພຣະຄຣິສ ຕ໌ເຈົ້ານັ້ນເທື່ອ, ແຕ່ຫາກຍັງພາກັນອອກແຮງຊຸກຊົນປະຕິບັດຕາມ ໜ້າທີ່ຮັບຜິດຊອບ ຂອງຊີວິດຄຣິສຕສານິກຊົນຜູ້ໜຶ່ງຕາມມາຕ ຖາມ ທີ່ອົງພຣະຜູ້ເປັນເຈົ້າໄດ້ວາງເອົາໄວ້ສຳລັບພວກເຂົານັ້ນແລະ ດ້ວຍການກະທຳດັ່ງກ່າວ ພວກເຂົາກໍມີຄາດໝາຍແນເອົາໄວ້ວ່າ ຕົນຈະໄດ້ໄປຂຶ້ນສະຫວັນ. ທັສນະຄວາມເຊື່ອຖືແບບນີ້ແມ່ນໄຮ້ຄຸນ ຄ່າລາຄາ. ເມື່ອໃດທີ່ອົງພຣະຄຣິສຕ໌ເຈົ້າຫາກໄດ້ເຂົ້າມາສະຖິດຢູ່ ໃນຫົວໃຈຂອງຄົນເຮົາແລ້ວຊີວິດຈິດໃຈຂອງເຂົາກໍຈະປ່ຽນລົ້ນໄປ ດ້ວຍຄວາມຮັກຂອງພຣະອົງ ແລະດ້ວຍຄວາມຮູ້ສຶກຕໍ່ຄວາມສຸກໃນ ການຢູ່ຮ່ວມກັນກັບພຣະອົງຈົນບໍ່ຮູ້ຈັກວ່າຈະຕັດແຍກອອກຈາກພຣະ ອົງໄປໄດ້ເລີຍ ແລະ ເມື່ອທຳການຄົ້ນຄິດຈິນຕິນາເຖິງພຣະອົງ ແລ້ວກໍຈະພາໃຫ້ເຂົາຕ້ອງລືມເຖິງ “ຄວາມເຫັນແກ່ຕົວ” ນັ້ນໄປ. ຄວາມຮັກຂອງອົງພຣະຄຣິສຕ໌ກໍຈະກາຍເປັນກະແສກຳເນີດເພື່ອໃຫ້ ພະລັງກະຕຸກຊຸກຍູ້ຕໍ່ທຸກໆການປະພຶດການກະທຳຂອງຄົນ. ຜູ້ໃດທີ່ ເກີດມີຄວາມຮູ້ສຶກໃນພະລັງດຶງດູດແຫ່ງຄວາມຮັກຂອງພຣະເຈົ້າ ແລ້ວເຂົາກໍຈະບໍ່ມີຄຳຖາມເລີຍວ່າຖ້າບໍ່ອອກແຮງໜັກຕົນຈະປະຕິ ບັດຕາມມາຕຖານເງື່ອນໄຂທີ່ພຣະເຈົ້າໄດ້ວາງເອົາໄວ້ນັ້ນໄດ້ຢ່າງ ໃດ, ພວກເຂົາກໍຈະບໍ່ຂໍຮ້ອງເພື່ອໃຫ້ມາຕຖານເງື່ອນໄຂເຫລົ່ານັ້ນ ໄດ້ມີຄວາມເບົາບາງງ່າຍດາຍລົງໄປ. ພວກເຂົາກໍຈະຕັ້ງຈິດຕັ້ງ ໃຈເພື່ອໃຫ້ການດຳຣົງຊີວິດຂອງຕົນໄດ້ເກີດມີຄວາມສອດຄ່ອງ ຢ່າງ ເຕັມສ່ວນກັບພຣະປະສົງຂອງພຣະເຈົ້າຜູ້ໂຜດໃຫ້ລອດຂອງ ຕົນ. ພວກເຂົາກໍຈະອຸທິດຕົນທັງໝົດດ້ວຍຄວາມປາຖນາອັນແຮງ ກ້າ ແລະຈະມຸ້ງໜ້າໄປສູ່ຄວາມເປັນຄຸນຄ່າຂອງເປົ້າໝາຍຢູ່ໃນເສັ້ນ ທາງທີ່ຕົນໄດ້ເລືອກເດີນແລ້ວນັ້ນ. ການຫັນມາເຊື່ອໃນອົງພຣະ ຄຣິສຕ໌ໂດຍປາສຈາກຄວາມຮັກທີ່ເລິກເຊິ່ງເຖິງຖອງນັ້ນກໍບໍ່ຕ່າງ ຫຍັງໄປຈາກຄວາມເວົ້າອັນເປົ່າລ້າ, ເປັນພຽງແຕ່ຮູບການອັນ ແຫ້ງແລ້ງ ແລະເປັນທັງງານອັນໜັກໜ່ວງອີກດ້ວຍ. SCL 78.1