ເສັ້ນທາງແຫ່ງຄວາມຫວັງ

31/107

ບົດທີ 5—ການອຸທິດ

ອົງພຣະຜູ້ເປັນເຈົ້າຊົງໄດ້ໃຫ້ຄຳໝັ້ນສັນຍາເອົາໄວ້ວ່າ: “ທ່ານຈົ່ງຊອກຫາເຮົາພຣະອົງແລະຖ້າທ່ານຫາກຊອກສະ ແຫວງຫາເຮົາດ້ວຍຄວາມເຕັມໃຈແທ້ກໍຈະພົບເຫັນເຮົາ” (ເຢເຣມາຢາ 29:13). SCL 75.1

ເພື່ອຈະໃຫ້ເກີດມີການປ່ຽນແປງທີ່ ຈະພາໃຫ້ພວກເຮົາສາ ມາດຟື້ນຟູເອົາລັກສະນະ ຄວາມຄ້າຍຄຽງກັບອົງພຣະຜູ້ເປັນເຈົ້າ ໃຫ້ເກີດມີຂຶ້ນໃຂຕົວຂອງ ພວກເຮົາໄດ້ນັ້ນຄວາມຄິດຈິດໃຈຂອງ ພວກເຮົາກໍຈະຕ້ອງຖືກນຳມາອຸທິດແດ່ພຣະອົງຢ່າງເຕັມສ່ວນ. ຕາມທຳມະຊາດວິສັຍຂອງມະນຸດແລ້ວແມ່ນພວກເຮົາບໍ່ໄດ້ຢືນຢູ່ໃນ ຝ່າຍ ຂອງພຣະອົງນັ້ນເລີຍ. ພຣະວິນຍານບໍຣິສຸດຊົງໄດ້ໃຫ້ການ ວາດພາບກ່ຽວກັບສະພາວະຂອງມະນຸດພວກເຮົາເອົາໄວ້ດ້ວຍຂໍ້ ຄວາມດັ່ງຕໍ່ໄປນີ້: “ພວກທ່ານກໍໄດ້ຕາຍໄປດ້ວຍການລ່ວງລະ ເມີດ ແລະດ້ວຍຄວາມບາບຂອງຕົນນັ້ນແລ້ວ” ; “ໝົດທັງ ຫົວກໍເຈັບປວດແລະໝົດທັງຫົວໃຈກໍອ່ອນເພັຍເປັ້ຍລ່ອຍ” (ເອ ເຟຊຽນ 2:1; ເອຊາຢາ 1:5). ພວກເຮົາໄດ້ຖືກກັກຂັງເອົາ ໄວ້ຢູ່ ໃນແຮ້ວຂອງສາຕານຢ່າງແໜ້ນ; “ຖືກສາຕານຜູກມັດເອົາ ໄວ້ຕາມໃຈຂອງມັນ” (2 ຕີໂມທີ 2:26). ອົງພຣະຜູ້ເປັນເຈົ້າມີ ພຣະປະສົງຢາກຈະໃຫ້ການປິ່ນປົວພະຍາບານແກ່ພວກເຮົາ, ຢາກ ປົດປ່ອຍເອົາພວກເຮົາໃຫ້ເປັນອິສຣະພາບ. ແຕ່ເພື່ອຈະໄດ້ມາ ໃນສິ່ງດັ່ງກ່າວນັ້ນກໍຕ້ອງຮຽກຮ້ອງໃຫ້ພວກເຮົາໄດ້ມີການດັດແປງ ກໍ່ສ້າງຕົນຢ່າງຄົບຖ້ວນຮອບດ້ານ, ຕ້ອງມີການດັດແປງກໍ່ສ້າງທັງ ໝົດທຳມະຊາດວິສັຍຂອງພວກເຮົາ, ພວກເຮົາຕ້ອງທຳຕົນໃຫ້ຂຶ້ນ ກັບອົງພຣະຜູ້ເປັນເຈົ້າຢ່າງເຕັມສ່ວນ. SCL 75.2

ການຕໍ່ສູ້ກັບ“ຄວາມເຫັນແກ່ຕົວ”ນັ້ນກໍຄືສະໜາມຮົບຄັ້ງຍິ່ງ ໃຫຍ່ມະຫາການວ່າສິ່ງໃດທີ່ມະນຸດເຄີຍປະສົບມາ. ການທຳໃຫ້ “ຄວາມເຫັນແກ່ຕົວ” ແລະ ໝົດທັງການແລະໃຈຂອງພວກເຮົາໄດ້ ຫັນມາຂຶ້ນກັບ ອົງພຣະຜູ້ເປັນເຈົ້ານັ້ນກໍຈະຕ້ອງຮຽກຮ້ອງໃຫ້ເກີດມີ ການໃຊ້ຄວາມອຸດສາພະຍາຍາມ, ແຕ່ເພື່ອຄົນເຮົາຈະຖືກດັດແປງ ກໍ່ສ້າງຄືນໃໝ່ໃຫ້ມີຄວາມບໍຣິສຸດຜຸດຜ່ອງໄດ້ນັ້ນ ກ່ອນອື່ນໝົດເຂົາກໍ ຈະຕ້ອງນຳເອົາຊີວິດຈິດໃຈຂອງຕົນໃຫ້ຫັນມາຂຶ້ນກັບອົງພຣະຜູ້ເປັນ ເຈົ້ານັ້ນເສັຍກ່ອນ. ການປົກຄອງຂອງອົງພຣະຜູ້ເປັນເຈົ້າບໍ່ແມ່ນ ຈະອີງໃສ່ແຕ່ການຍອມຢູ່ໃຕ້ອຳນາດແບບຄົນຫູໜວກຕາບອດ ແລະ ການປົກຄອງແບບອັບປັນຍາເໝືອນດັ່ງທີ່ ສາຕານໄດ້ເປັນຜູ້ນຳສະ ເໜີມານັ້ນ. ອົງພຣະຜູ້ເປັນເຈົ້າຊົງເປັນຜູ້ຮຽກໃຫ້ພວກເຮົາ ຕ້ອງເກີດມີແນວຄິດປັນຍາແລະມີຄວາມຮູ້ສຶກຕື່ນຕົວ. “ທ່ານຈົ່ງ ເຂົ້າມາຫາເຮົາພຣະອົງດຽວນີ້ເສັຍເຖີດ, ຈາກນັ້ນຈິ່ງມາ ອະພິປາຍກັນ” (ເອຊາຢາ 1:18). ນີ້ຄືຄຳເຊື້ອເຊີນຂອງອົງ ພຣະຜູ້ເປັນເຈົ້າຕໍ່ມະນຸດທີ່ ພຣະອົງເອງຊົງເປັນຜູ້ໃຫ້ການເນຣະ ມິຕສ້າງຂຶ້ນມາ. ອົງພຣະຜູ້ເປັນເຈົ້າບໍ່ໄດ້ບີບບັງຄັບຈິດໃຈຂອງໃຜ ເລີຍ. ພຣະອົງບໍ່ຕ້ອງການຮັບເອົາການໂຄຣົບນັບຖືທີ່ບໍ່ໄດ້ມາຈາກ ໃຈແລະບໍ່ໄດ້ມາຈາກຄວາມຮູ້ສຶກນຶກຄິດ. ການໂຄຣົບຢຳເກງທີ່ໄດ້ ມາຈາກການບີບບັງຄັບນັ້ນກໍຈະບໍ່ເປັນການສົ່ງເສີມໃຫ້ສະຕິປັນ ຍາແລະຄຸນສົມບັດຈັນຍະທັມເກີດມີການຂະຫຍາຍຕົວອອກໄປໄດ້, ນອກຈາກມັນຈະທຳໃຫ້ຄົນກາຍເປັນເໝືອນດັ່ງເຄື່ອງກົນຈັກທຳມະ ດາ ແລະສິ່ງນັ້ນກໍບໍ່ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າຕ້ອງການ. ພຣະ ອົງປະສົງຢາກຈະໃຫ້ມະນຸດຜູ້ເຊິ່ງເປັນຍອດມົງກຸດຂອງຜົນງານ ແຫ່ງການເນຣະມິຕສ້າງຂອງພຣະອົງນັ້ນສາມາດທີ່ຈະບັນລຸ ໄດ້ ເຖິງຍອດສູງຂອງຄວາມອາດສາມາດ ແຫ່ງການພັທນາສົ່ງເສີມ ຕົນເອງ. ພຣະອົງຊົງໄດ້ຈັດຕຽມພຣະຣາຊພອນອັນສູງສົ່ງຂອງ ພຣະອົງເອົາໄວ້ໃຫ້ແກ່ມະນຸດພວກເຮົາເຊິ່ງພຣະອົງມີພຣະປະສົງ ຢາກຈະໂຜດປະທານມາໃຫ້ແກ່ພວກເຮົາທັງຫລາຍໂດຍຜ່ານພຣະ ບາຣະມີຂອງພຣະອົງນັ້ນເອງ. ພຣະອົງຊົງຮຽກເຊີນເອົາພວກເຮົາ ທັງຫລາຍໃຫ້ພາກັນຫັນມາອຸທິດຕົນແດ່ ພຣະອົງເພື່ອພຣະອົງຈະທຳ ໃຫ້ພຣະປະສົງຂອງພຣະອົງໄດ້ບັງເກີດມີຂຶ້ນຢູ່ພາຍໃນຕົວຂອງພວກ ເຮົາ. ພວກເຮົາກໍເປັນຝ່າຍມີສິດທີ່ ຈະເລືອກເອົາເອງວ່າພວກ ເຮົາຕ້ອງການຫລືບໍ່ທີ່ຈະຮັບເອົາການປົດປ່ອຍໃຫ້ມີຄວາມເປັນອິສ ຣະພາບໄປຈາກຄວາມມບາບເພື່ອຈະໄດ້ເອົາຕົນເຂົ້າໄປມີສ່ວນ ຮ່ວມໃນຄວາມມີເສຣີພາບອັນເຕັມໄປດ້ວຍຄວາມສະຫງ່າລາສີໃນ ຖານະໜຶ່ງ ທີ່ເປັນພວກລູກຫລານຂອງອົງພຣະຜູ້ເປັນເຈົ້າ. SCL 76.1