ມະຫັດສະຈັນ ແຫ່ງການຮັກສາ

6/186

ບົດທີ 2 ວັນເວລາແຫ່ງການຮັບໃຊ້

ໃນບ້ານຂອງຊາວປະມົງທີ່ເມືອງຄາເປີນາອຸມ ແມ່ຂອງເມຍຊີໂມນເປໂຕຼນອນ ກໍາລັງປ່ວຍມີໄຂ້ສູງ ແລະ ພວກເຂົາຈຶ່ງມາທູນເລື່ອງຂອງນາງໃຫ້ພຣະອົງຮູ້ທັນທີ ພຣະ ເຢຊູຊົງ ຈັບມືນາງດຶງໃຫ້ລຸກຂຶ້ນ ນາງກໍຫາຍໄຂ້ ແລະນາງຈຶ່ງລຸກຂຶ້ນປົນນິບັດພຣະຜູ້ ຊ່ວຍໃຫ້ລອດແລະສາວົກຂອງພຣະອົງ ລູກາ 4:38; ມາລະໂກ 1:30; ມັດທາຍ 8:15 {MH 29.1} ມແ 13.1

ຂ່າວນີ້ໄດ້ແຜ່ກະຈາຍອອກໄປຢ່າງໄວວາ ພຣະເຢຊູຊົງກະທໍາການອັດສະຈັນໃນ ວັນສະບາໂຕ ປະຊາຊົນຕ່າງຢ້ານກົວ ພວກຮັບບີຈຶ່ງບໍ່ກ້າອອກໄປຫາພຣະອົງເພື່ອຮັບ ການຮັກສາ ຈົນກະທັ້ງດວງອາທິດຕົກດິນ ປະຊາຊົນທີ່ອາໃສຢູ່ໃນເມືອງ ບາງກໍມາ ຈາກບ້ານແລະຈາກຕະຫຼາດ ຕ່າງກໍມຸ້ງໜ້າໄປຍັງບ້ານທີ່ຕໍ່າຕ້ອຍທີ່ພຣະເຢຊູຊົງໃຊ້ເປັນ ທີ່ພັກພິງ ຄົນເຈັບປ່ວບຖືກຫາມມາເທິງເປ ບາງຄົນໃຊ້ໄມ້ເທົ້າຍັນກາຍຍ່າງຂະໂຍກຂະ ເຍກມາ ບາງຄົນກໍມີໝູ່ຊ່ວຍພະຍຸງມາ ພວກເຂົາຍ່າງໂຊຊັດໂຊເຊດ້ວຍຄວາມອິດເມື່ອຍ ມາເຝົ້າຕໍ່ພຣະພັກພຣະຜູ້ຊ່ວຍໃຫ້ລອດ {MH 29.2} ມແ 13.2

ຊົ່ວໂມງແລ້ວຊົ່ວໂມງເລົ່າ ທີ່ພວກເຂົາພາກັນມາແລ້ວກໍກັບໄປ ເພາະບໍ່ມີໃຜຮູ້ວ່າ ໃນມື້ອື່ນນີ້ຈະຍັງມີໂອກາດໄດ້ພົບກັບພຣະອົງຜູ້ຊົງເປັນແພດຜູ້ຮັກສາຢູ່ກັບພວກເຂົາອີກ ຫຼືບໍ ຊາວເມືອງຄາເປີນາອຸມບໍ່ເຄີຍພົບເຫັນສິ່ງທີ່ເກີດຂຶ້ນຄືມື້ນີ້ມາກ່ອນ ບັນຍາກາດຕ່າງ ປະປົນດ້ວຍສຽງໂຫ່ຮ້ອງສະຫຼອງໄຊແລະສຽງຮ້ອງດ້ວຍຄວາມຍິນດີທີ່ໄດ້ຮັບການປົດ ປ່ອຍຈາກໂລກໄພໄຂ້ເຈັບທີ່ພວກເຂົາຕ້ອງປະເຊີນມາ {MH 29.3} ມແ 14.1

ພຣະເຢຊູຈະບໍ່ຢຸດພັກຈາກພາລະກິດຈົນກະທັ້ງຈະຊົງຮັກສາຄົນປ່ວຍຄົນສຸດທ້າຍ ໃຫ້ຫາຍເສຍກ່ອນ ເມື່ອຝູງຊົນລາຈາກພຣະອົງໄປໝົດແລ້ວ ເປັນເວລາທີ່ເດີກຫຼາຍ ທົ່ວບໍລິເວນບ້ານຂອງຊີໂມນກໍມີແຕ່ຄວາມງຽບສະງັດ ວັນອັນຍາວນານທີ່ເຕັມໄປດ້ວຍ ເລື່ອງທີ່ໜ້າຕື່ນເຕັ້ນໄດ້ຜ່ານພົ້ນໄປແລະພຣະເຢຊູຊົງຫາເວລາຢຸດພັກຂະນະທີ່ຊາວເມືອງ ກໍາລັງຫຼັບໄຫຼຢູ່ນັ້ນ ພຣະຜູ້ຊ່ວຍໃຫ້ລອດຊົງ ລຸກຂຶ້ນແຕ່ເຊົ້າມືດ ສະເດັດອອກໄປຍັງທີ່ ປ່ຽວແລະຊົງອະທິຖານທີ່ນັ້ນ ມາລະໂກ 1:35 {MH 29.4} ມແ 14.2

ຕອນເຊົ້າມື້ນັ້ນ ເປໂຕແລະມິດສະຫາຍໄດ້ໄປເຝົ້າພຣະເຢຊູ ບອກພຣະອົງວ່າປະ ຊາຊົນໃນເມືອງຄາເປີນາອຸມກໍາລັງຕາມຫາພຣະອົງທຸກຄົນຕ່າງປະຫຼາດໃຈທີ່ໄດ້ຍິນພຣະ ຄຣິດຕັດວ່າ ເຮົາຕ້ອງໄປປະກາດຂ່າວປະເສີດແຫ່ງແຜ່ນດິນຂອງພຣະເຈົ້າແກ່ເມືອງອື່ນດ້ວຍ ເພາະວ່າທີ່ເຮົາໄດ້ຮັບໃຊ້ມາກໍແມ່ນເຫດນີ້ເອງ ລູກາ 4:43 {MH 30.1} ມແ 14.3

ໃນບັນຍາກາດຂອງຄວາມໜ້າຕື່ນເຕັ້ນທີ່ແຜ່ປົກຄຸມຢູ່ທົ່ວເມືອງຄາເປີນາອຸມນັ້ນ ນັບວ່າເປັນໄພອັນຕະລາຍຈະເຮັດໃຫ້ເບິ່ງບໍ່ເຫັນເຖິງຈຸດມຸ້ງໝາຍທີ່ແທ້ຈິງໃນລາຊະກິດຂອງ ພຣະອົງ ພຣະເຢຊູບໍ່ພໍພຣະໄທຄວາມສົນໃຈທີ່ເບິ່ງໄປທີ່ພຣະອົງ ພຽງເພາະຊົງ ທໍາການອັນສະຈັນໄດ້ ຫຼືເປັນແພດຜູ້ຮັກສາຄວາມເຈັບປ່ວຍທາງກາຍເທົ່ານັ້ນ ພຣະອົງ ຊົງຫາຫົນທາງນໍາພາມະນຸດໃຫ້ເຂົ້າເຖິງພຣະອົງໃນຖານະພຣະຜູ້ຊ່ວຍໃຫ້ລອດຂອງເຂົາ ໃນຂະນະທີ່ປະຊາຊົນຕ່າງກໍໃຈຈົດໃຈຈໍ່ຢາກເຊື່ອວ່າພຣະອົງສະເດັດມາເປັນກະສັດເພື່ອ ປົກຄອງບ້ານເມືອງໃນໂລກນີ້ ພຣະອົງຊົງປະສົງປ່ຽນຄວາມຄິດຂອງເຂົາໄດ້ຫັນຈາກທາງ ໂລກໄປທີ່ເລື່ອງຂອງຈິດວິນຍານເພາະຄວາມສໍາເລັດທາງໂລກຈະເປັນອຸປະສັກຂັດຂວາງ ພຣະລາຊະກິດຂອງພຣະອົງ {MH 31.1} ມແ 14.4

ແລ້ວຄວາມສົງໃສຂອງຝູງຊົນທີ່ບໍ່ໄດ້ໄຕ່ຕອງເຖິງຈຸດມຸ້ງໝາຍທີ່ແທ້ຈິງເຮັດໃຫ້ ພຣະອົງສະເທືອນພຣະໄທພຣະອົງບໍ່ເຄີຍເຮັດສິ່ງໃດໃນຊີວິດຕາມຄວາມປາຖະໜາຂອງ ຕົນເອງເລີຍ ການຍົກຍ້ອງສັນລະເສີນທີ່ໂລກໄດ້ມອບໃຫ້ກັບຕໍາແໜ່ງຖານະຄວາມຮັ່ງ ມີຫຼືຄວາມສາມາດເປັນສິ່ງທີ່ຜິດແປກສໍາລັບບຸດມະນຸດ ພຣະເຢຊູບໍ່ໃຊ້ວິທີການໃດໆ ຂອງມະນຸດເພື່ອຈະໄດ້ຄວາມຈົງຮັກພັກດີຫຼືການຍົກຍ້ອງສັນລະເສີນເປັນເວລາດົນນານ ຫຼາຍສັດຕະວັດກ່ອນໜ້າທີ່ພຣະອົງຈະສະເດັດມາບັງເກີດນັ້ນ ໄດ້ມີຄໍາພະຍາກອນກ່າວ ເຖິງພຣະອົງໄວ້ວ່າ ລາວຈະບໍ່ເປັ່ງສຽງຮ້ອງຫຼືຈະບໍ່ຍົກສຽງຂອງຕົນຫຼືຈະບໍ່ເປັ່ງສຽງລາວ ຈະບໍ່ຫັກຕົ້ນອໍ້ຊຶ່ງກໍາລັງກົ່ງລົງທັງຈະບໍ່ດັບໄຟໃນຕະກຽງທີ່ກໍາລັງຈະມອດແຕ່ລາວຈະ ນໍາຄວາມຍຸດຕິທໍາອັນບໍ່ສິ້ນສຸດມາໃຫ້ແກ່ມວນມະນຸດຊາດ ເອຊາຢາ 42:2,3 {MH 31.2} ມແ 14.5

ພວກຟາລີຊາຍພະຍາຍາມທໍາຕົວໃຫ້ໂດດເດັ່ນແຕກຕ່າງຈາກຄົນອື່ນໆ ດ້ວຍການ ຖືພິທີທີ່ເຄັ່ງແລະສະແດງການໂອ້ອວດໃນການນະມັດສະການພຣະເຈົ້າແລະການໃຫ້ ທານແກ່ຄົນຍາກຈົນ ພວກເຂົາສະແດງຕົນວ່າເປັນຜູ້ທີ່ມີສັດທາແກ່ກ້າໃນສາສະໜາດ້ວຍ ການນໍາສິ່ງເຫຼົ່ານີ້ມາເປັນຫົວຂໍ້ສໍາຄັນການສົນທະນາ ການຖົກຖຽງໃນກຸ່ມຕ່າງໆທີ່ມີ ຄວາມຄິດເຫັນແຕກຕ່າງ ເວົ້າສຽງດັງແບບຢືດຢາວ ບໍ່ແມ່ນເລື່ອງແປກທີ່ໄດ້ຍິນສຽງໂຕ້ ຖຽງກັນດ້ວຍຄວາມຄຽດແຄ້ນຂອງຜູ້ທີ່ຄົງແກ່ຮຽນ(ຜູ້ທີ່ມີຄວາມຮູ້ຫຼາຍ) ໃນຝ່າຍບົດບັນຍັດໃນພຣະຄໍາພີຢູ່ຕາມຖະໜົນຫົນທາງຢູ່ສະເໝີ {MH 32.1} ມແ 15.1

ຊີວິດຂອງພຣະເຢຊູແຕກຕ່າງໄປຈາກຄົນເຫຼົ່ານີ້ຢ່າງສິ້ນເຊີງ ໃນຊີວິດຂອງພຣະອົງ ບໍ່ເຄີຍໂຕ້ຖຽງເອະອະສຽງດັງ ບໍ່ມີການນະມັດສະການພຣະເຈົ້າເພື່ອການໂອ້ອວດ ບໍ່ ມີການກະທໍາເພື່ອໃຫ້ເປັນທີ່ຍົກຍ້ອງສັນລະເສີນໃຫ້ເຫັນ ພຣະຄຣິດຊົງເຊື່ອງພຣະອົງຢູ່ ໃນພຣະເຈົ້າ ແລະພຣະເຈົ້າຊົງສໍາແດງພຣະອົງໃຫ້ປາກົດຈາກພຣະລັກສະນະນິໄສທີ່ມີ ຢູ່ໃນພຣະບຸດ ພຣະອົງຊົງປາຖະໜາຊີ້ແຈງໃຫ້ປະຊາຊົນໄດ້ເຂົ້າໃຈເຖິງຄວາມຈິງເຫຼົ່ານີ້ {MH 32.2} ມແ 15.2

ດວງອາທິດແຫ່ງຄວາມຊອບທໍາບໍ່ໄດ້ສາຍລັດສະໝີເຈີດຈ້າ ເພື່ອໃຫ້ຄວາມຮູ້ສຶກ ນຶກຄິດຂອງເຮົາຕ້ອງມືດມົວໄປເນື່ອງຈາກສະຫງ່າລາສີຂອງພຣະອົງມີບັນທຶກຂຽນເຖິງ ເລື່ອງຂອງພຣະຄຣິດວ່າ ພຣະອົງຈະມາຫາພວກເຮົາຢ່າງແນ່ນອນຕອນຮຸ່ງເຊົ້າ ໂຮເສອາ 6:3 ແສງອາລຸນຂອງວັນໃໝ່ໄດ້ສາຍເຂົ້າມາຍັງໂລກຢ່າງງຽບໆແລະແພ່ວເບົາ ໄດ້ຊ່ວຍ ກະຈັດຄວາມມືດໃຫ້ອອກໄປແລະປຸກມະນຸດໃນໂລກໃຫ້ມີຊີວິດຊີວາຂຶ້ນມາອີກສັນໃດ ດວງອາທິດແຫ່ງຄວາມຊອບທໍາສາຍລັດສະໝີເຂົ້າມາພ້ອມດ້ວຍ ປີກຊຶ່ງຮັກສາໂຣກໄພໄດ້ ໄດ້ດ້ວຍສັນນັ້ນ ມາລາກີ 4:2 ມແ 15.3

ຈົ່ງເບິ່ງຜູ້ຮັບໃຊ້ຂອງເຂົາ ຜູ້ຊຶ່ງເຮົາເຊີດຊູ
ຜູ້ທີ່ເຮົາເລືອກສັນເອົາມາ ຜູ້ຊຶ່ງໃຈເຮົາປິຕິຍິນດີ
ມແ 16.1

ເອສະຢາ 42:1

ພຣະອົງໄດ້ຊົງເປັນກໍາບັງເຂັ້ມແຂງຂອງຄົນຍາກຈົນ
ຊົງເປັນທີ່ກໍາບັງຂອງຄົນຂັດສົນເມື່ອເຂົາທຸກໃຈ
ຊົງເປັນທີ່ກໍາບັງຈາກພາຍຸແລະເປັນຮົ່ມກັນຄວາມຮ້ອນ
ມແ 16.2

ເອສະຢາ 25:4

ພຣະເຈົ້າຄືພຣະເຢໂຮວາ ຜູ້ຊົງສ້າງຟ້າສະຫວັນແລະຊົງຂຶງມັນ
ຜູ້ຊົງແຜ່ແຜ່ນດິນໂລກແລະສິ່ງທີ່ບັງເກີດຈາກໂລກອອກໄປ
ຜູ້ປະທານລົມຫາຍໃຈແກ່ປະຊາຊົນບົນໜ້າໂລກ
ແລະຈິດວິນຍານແກ່ຜູ້ດໍາເນີນຢູ່ເທິງໂລກ ຕັດດັ່ງນີ້ວ່າ
ເຮົາຄືພຣະເຈົ້າ ເຮົາໄດ້ເອີ້ນເຈົ້າມາດ້ວຍຄວາມຊອບທໍາ
ເຮົາໄດ້ໃຫ້ເຈົ້າຢຸດແລະໄດ້ຮັກສາເຈົ້າໄວ້
ເຮົາໄດ້ໃຫ້ເຈົ້າເປັນຕົວແທນພັນທະສັນຍາຂອງມະນຸດຊາດ
ເປັນຄວາມສະຫວ່າງແກ່ບັນດາປະຊາຊາດ
ເພື່ອເປີດຕາຄົນທີ່ຕາບອດ
ເພື່ອນໍາຜູ້ທີ່ຖືກຈອງຈໍາອອກມາຈາກຄຸກ
ນໍາຜູ້ທີ່ນັ່ງໃນຄວາມມືດອອກມາຈາກເຮືອນຈໍາ
ມແ 16.3

ເອສະຢາ 42: 5-7

ເຮົາຈະຈູງຄົນຕາບອດ ໄປໃນທາງທີ່ເຂົາບໍ່ຮູ້ຈັກ
ເຮົາຈະນໍາເຂົາທັງຫຼາຍໄປໃນທາງທີ່ເຂົາບໍ່ຮູ້ຈັກ
ເຮົາຈະໃຫ້ຄວາມມືດຂອງເຂົາກັບມາເປັນສະຫວ່າງ
ທີ່ຫຼຸບໂນນໃຫ້ເປັນທີ່ຮາບພຽງ ສິ່ງເຫຼົ່ານີ້ເປັນສິ່ງທີ່ເຮົາຄວນຕ້ອງເຮັດ
ແລະເຮົາຈະບໍ່ປະຖິ້ມສິ່ງເຫຼົ່ານີ້
ມແ 16.4

ເອສະຢາ 42: 16

ຈົ່ງຮ້ອງເພງບົດໃໝ່ຖະຫວາຍພຣະເຈົ້າ
ທົ່ວທັງໂລກ ຈົ່ງຮ້ອງເພງຍ້ອງຍໍພຣະກຽດຂອງພຣະອົງ
ຜູ້ເດີນເຮືອໃນທະເລ ຈົ່ງສັນລະເສີນພຣະອົງ
ທຸກສິ່ງທີ່ຢູ່ໃນນັ້ນ ຈົ່ງສັນລະເສີນພຣະເຈົ້າ
ບັນດາປະເທດຕ່າງໆທີ່ຢູ່ຫ່າງໄກແສນໄກ
ແລະປະຊາຊົນທີ່ອາໃສຢູ່ໃນເມືອງນັ້ນ
ຈົ່ງສັນລະເສີນພຣະເຈົ້າ
ເມືອງທີ່ຖິ່ນແຫ້ງແລ້ງທຸລະກັນດານຈົ່ງຍົກຍໍພຣະເຈົ້າ
ປະຊາຊົນທີ່ເມືອງເກດາຈົ່ງສັນລະເສີນພຣະເຈົ້າ
ຂໍໃຫ້ປະຊາຊົນທີ່ອາໃສຢູ່ໃນເມືອງເຊຣາ
ຮ້ອງເພງຈາກຈອມພູຢ່າງຊື່ນຊົມຍິນດີເຖີດ
ຂໍໃຫ້ຄົນທີ່ອາໃສຢູ່ແດນຫ່າງໄກ
ຈົ່ງຮ້ອງເພງຖະຫວາຍກຽດແກ່ອົງພຣະຜູ້ເປັນເຈົ້າ
ມແ 17.1

ເອສະຢາ 42: 10-12

ໂອໂອ ຟ້າສະຫວັນເອີນ ຈົ່ງຮ້ອງເພງ
ເພາະພຣະເຈົ້າຊົງກະທໍາການນີ້
ໂອ ຊ່ອງເລິກຂອງແຜ່ນດິນໂລກເອີຍ
ຈົ່ງໂຫ່ຮ້ອງ ໂອ ພູເຂົາເອີຍ
ຈົ່ງຮ້ອງເປັນເພງອອກມາ
ໂອ ປ່າໄມ້ເອີຍ ແລະຕົ້ນໄມ້ທຸກຕົ້ນໃນນັ້ນດ້ວຍ
ເພາະວ່າພຣະເຈົ້າຊົງໄຖ່ຢາໂຄບ
ແລະຈະຊົງຮັບກຽດໃນອິດສະລາເອນ
ມແ 17.2

ເອຊາຢາ 44:23 {MH 32.3}

ຈາກຄຸກມໃຕ້ດິນຂອງກະສັດເຮໂຣດໂຢຮັນຜູ້ໃຫ້ຮັບບັບຕິດສະມາໄດ້ເຝົ້າເບິ່ງແລະ ລໍຄອຍຢູ່ດ້ວຍຄວາມທໍ້ຖອຍແລະມຶນງົງສັບສົນໃນເລື່ອງພຣະລາຊະກິດຂອງພຣະຜູ້ ຊ່ວຍໃຫ້ລອດ ເຂົາໄດ້ສົ່ງສາວົກສອງຄົນອອກໄປຫາພຣະເຢຊູເພື່ອທີ່ຈະຝາກທູນຖາມ ພຣະອົງວ່າ {MH 34.1} ມແ 18.1

“ທ່ານເປັນຜູ້ທີ່ຈະມານັ້ນບໍ ຫຼືພວກຂ້ານ້ອຍຈະຕ້ອງຄອຍຖ້າຜູ້ອື່ນອີກ” ມັດທາຍ 11:3 {MH 34.2} ມແ 18.2

ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ຕອບຄໍາຖາມຂອງພວກສາວົກທັນທີໃນຂະນະທີ່ ພວກເຂົາກໍາລັງຢືນຢູ່ແລະຄິດສົງໃສໃນຄວາມງຽບຂອງພຣະອົງນັ້ນຄົນເຈັບປ່ວຍໄດ້ເຂົ້າ ໄປເຝົ້າພຣະອົງ ພຣະສຸລະສຽງຂອງແພດຜູ້ຊົງລິດໄດ້ແຊກທະລຸຜ່ານຫູທີ່ໜວກ ພຣະດໍາ ລັດພຽງຄໍາດຽວ ສໍາພັດຈາກພຣະຫັດຂອງພຣະອົງພຽງຄັ້ງດຽວກໍເປີດໜ່ວຍຕາທີ່ມືດ ບອດໃຫ້ເຫັນແສງສະຫວ່າງ ທັດສະນິຍະພາບຂອງທໍາມະຊາດ ໃບໜ້າຂອງມິດສະຫາຍ ແລະພຣະພັກຂອງພຣະອົງພຣະຜູ້ຊ່ວຍກອບກູ້ ພຣະສຸລະສຽງຂອງພຣະອົງໄດ້ຍິນໄປເຖິງ ຫູຂອງຄົນທີ່ກໍາລັງຈະສິ້ນລົມແລະພວກເຂົາກໍໄດ້ຟື້ນຄືນມີຊີວິດຫາຍຈາກຄວາມບ້າຄັ້ງ ແລະກາບໄຫວ້ພຣະອົງ ຊາວນາແລະກໍາມະກອນທີ່ທຸກຍາກທີ່ພວກຮັບບີລັງກຽດວ່າ ເປັນມົນທິນໄດ້ເຂົ້າໄປອ້ອມພຣະອົງພຣະເຢຊູຕັດເຖິງຖ້ອຍຄໍາທີ່ເປັນນິລັນແກ່ຄົນເຫຼົ່ານັ້ນ {MH 34.3} ມແ 18.3

ດ້ວຍເຫດນີ້ ວັນນັ້ນຜ່ານພົ້ນໄປ ສາວົກທັງສອງຂອງໂຢຮັນໄດ້ເຫັນແລະໄດ້ຍິນ ເຖິງສິ່ງທັງປວງ ໃນທີ່ສຸດພຣະເຢຊູໄດ້ຊົງເອີ້ນໃຫ້ພວກເຂົາເຂົ້າເຝົ້າພຣະອົງ ຊົງຮັບສັ່ງ ໃຫ້ເຂົາກັບໄປບອກໂຢຮັນເຖິງສິ່ງທີ່ເຂົາໄດ້ເຫັນແລະໄດ້ຍິນແລະບອກເພີ່ມເຕີມອີກວ່າ ບຸກຄົນຜູ້ໃດບໍ່ເຫັນວ່າເຮົາເປັນອຸປະສັກ ຜູ້ນັ້ນເປັນສຸກ ຂໍ້ 6 ສາວົກທັງສອງຈຶ່ງໄດ້ນໍາຂ່າວ ນັ້ນໄປແຈ້ງແກ່ໂຢຮັນ ທັງໝົດນີ້ກໍພຽງພໍແລ້ວ {MH 35.1} ມແ 18.4

ໂຢຮັນຫວນລະເລິກເຖິງຄໍາພະຍາກອນກ່ຽວກັບພຣະເມສິອາທີ່ກ່າວວ່າ ພຣະ ເຈົ້າໄດ້ຊົງເຈີມຂ້າພະເຈົ້າໄວ້ເພື່ອນໍາຂ່າວດີມາຍັງຜູ້ທີ່ທຸກໃຈ ພຣະອົງຊົງໃຊ້ຂ້າພະເຈົ້າ ມາໃຫ້ປອບໂຍນທີ່ຊອກຊໍ້າລະກໍາໃຈ ແລະຮ້ອງປະກາດອິດສະຫຼະພາບແກ່ບັນດາສະເລີຍ ແລະບອກການເປີດເຮືອນຈໍາອອກ ໃຫ້ແກ່ຜູ້ທີ່ຖືກຈອງຈໍາ ເພື່ອປະກາດປີແຫ່ງ ຄວາມໂປດປານຂອງພຣະເຈົ້າ ແລະ....ປອບໂຍນບັນດາຜູ້ທີ່ໄວ້ທຸກ ເອຊາຢາ 61:1 ,2 ພຣະເຢຊູແຫ່ງນາຊາເຣດ ຄື ພຣະອົງຜູ້ຊົງສັນຍາໄວ້ ຫຼັກຖານທີ່ສະແດງວ່າພຣະອົງຊົງ ເປັນພຣະເຈົ້າຜູ້ຊົງລິດເຫັນໄດ້ຈາກລາຊະກິດຂອງພຣະອົງທີ່ສະໜອງຄວາມຕ້ອງການ ມະນຸດຊາດທີ່ເຈັບປວດທໍລະມານ ລັດສະໝີຂອງພຣະອົງໄດ້ສະແດງອອກໃຫ້ເຫັນ ຈາກການທີ່ຊົງຖ່ອມພຣະອົງລົງມາປະສູດໃນສະພາບມະນຸດຜູ້ຕໍ່າຕ້ອຍເຊັ່ນດຽວກັບເຮົາ {MH 35.2} ມແ 18.5

ລາຊະກິດຂອງພຣະຄຣິດບໍ່ພຽງແຕ່ສະແດງໃຫ້ເຫັນວ່າພຣະອົງຊົງເປັນພຣະເມ ສິອາເທົ່ານັ້ນ ຍັງສະແດງໃຫ້ເຫັນນໍາວ່າພຣະອົງຈະຊົງຕັ້ງອານາຈັກຂອງພຣະອົງຂຶ້ນມາ ດ້ວຍວິທີໃດ ຄວາມຈິງຢ່າງດຽວກັນທີ່ເປີດເຜີຍໃຫ້ແກ່ໂຢຮັນ ຄືກັບເອລີຢາເຄີຍໄດ້ ຮັບໃນປ່າກັນດານເມື່ອ ລົມພາຍຸອັນແຮງກ້າໄດ້ພັດພັງພູເຂົາ ແລະເຮັດໃຫ້ຫິນແຕກເປັນ ກ້ອນໆ ຕໍ່ພຣະພັງພຣະເຈົ້າ ແຕ່ພຣະເຈົ້າບໍ່ໄດ້ສະຖິດໃນລົມນັ້ນ ພາຍຫຼັງລົມເຮັດແຜ່ນ ດິນໄຫວແຕ່ພຣະເຈົ້າກໍບໍ່ໄດ້ຊົງສະຖິດຢູ່ໃນແຜ່ນດິນໄຫວນັ້ນ ພາຍຫຼັງແຜ່ນໄຫວເຮັດໃຫ້ ເກີດໄຟ ແຕ່ພຣະເຈົ້າກໍບໍ່ໄດ້ຊົງສະຖິດຢູ່ໃນໄຟນັ້ນ ພາຍຫຼັງໄຟກໍມີສຽງຄ່ອຍ 1 ພົງກະສັດ 19:11,12 ດ້ວຍເຫດນີ້ ພຣະເຢຊູຈະຊົງກະທຳພຣະລາຊະກິດຂອງພຣະອົງບໍ່ແມ່ນ ດ້ວຍການໂຄ່ນລົ້ມບັນລັງຫຼືການທໍາລາຍອານາຈັກ ບໍ່ແມ່ນດ້ວຍການສະແດງສັກສີຫຼື ການສະແດງໂອ້ອວດ ແຕ່ດ້ວຍການບອກກັບຈິດໃຈຂອງມະນຸດດ້ວຍວິທີຂອງພຣະອົງ ທີ່ເຕັມດ້ວຍພຣະໄທກາລຸນາແລະເສຍສະລະ {MH 36.1}. ມແ 19.1

ລາຊະອານາຈັກຂອງພຣະເຈົ້າບໍ່ໄດ້ມາໂດຍການສະແດງໂອອວດ ແຕ່ຈະມາໂດຍ ພຣະວັດຈະນະຂອງພຣະເຈົ້າທີ່ດົນຈິດໃຈຂອງມະນຸດດ້ວຍວິທີການອັນນຸ້ມນວນ ແລະ ໂດຍອາໃສ ພຣະວິນຍານຂອງພຣະອົງທີ່ຊົງປະກອບກິດຢູ່ພາຍໃນເປັນການລວມເປັນ ອັນໜຶ່ງອັນດຽວກັນລະຫວ່າງຈິດວິນຍານຂອງມະນຸດແລະພຣະອົງຜູ້ຊົງເປັນຊີວິດ ການ ເປີດເຜີຍລິດອຳນາດທີ່ຍິ່ງໃຫຍ່ທີ່ສຸດຂອງລາຊະອານາຈັກຂອງພຣະເຈົ້ານັ້ນ ເຫັນໄດ້ ຈາກການທີ່ມະນຸດໄດ້ຮັບການປ່ຽນແປ່ງໃໝ່ ມີອຸປະນິໄສທີ່ສົມບູນແບບຄືກັບພຣະລັກ ສະນະຂອງພຣະຄຣິດ {MH 36.2} ມແ 19.2

ບັນດາສາວົກຜູ້ຕິດຕາມພຣະຄຣິດຈະຕ້ອງເປັນຄວາມສະຫວ່າງໃຫ້ແກ່ໂລກ ແຕ່ ພຣະເຈົ້າບໍ່ໄດ້ຮັບສັ່ງໃຫ້ພວກເຂົາຕ້ອງໃຊ້ຄວາມພະຍາຍາມໃນການສ່ອງແສງອອກໄປ ພຣະອົງບໍ່ພໍພຣະ ໄທກັບການທີ່ມະນຸດຮູ້ສຶກພຶ່ງພໍໃຈກັບຄວາມພະຍາຍາມຂອງຕົນເອງ ທີ່ໄດ້ສະແດງຄວາມດີທີ່ເໜືອກວ່າຜູ້ອື່ນອອກມາ ພຣະອົງຊົງປາຖະໜາໃຫ້ຈິດວິນຍານ ຂອງເຂົາໄດ້ຮູ້ຊຶ້ງໃນຫຼັກການຂອງສະຫວັນ ແລະເມື່ອເຂົາເຫຼົ່ານັ້ນໄດ້ຕິດຕໍ່ກ່ຽວຂ້ອງກັບ ຄົນທີ່ຢູ່ຝ່າຍໂລກ ພວກເຂົາຈະໄດ້ສ່ອງຄວາມສະຫວ່າງທີ່ມີຢູ່ໃນຕົວໃຫ້ຜູ້ອື່ນໄດ້ເຫັນ ຄວາມແນ່ນອນໃນການເຮັດທຸກສິ່ງໃນຊີວິດດ້ວຍຄວາມຊື່ສັດຈະເປັນວິທີທີ່ເຂົາຈະສ່ອງ ສະຫວ່າງອອກໄປ {MH 36.3} ມແ 19.3

ຄວາມຮັ່ງມີຫຼືຍົດຖາບັນດາສັກເຂົ້າຂອງເຄື່ອງໃຊ້ທີ່ມີລາຄາແພງ ສະຖາປັດຕະ ຍະກຳຫຼືເຄຶ່ອງປະດັບຕົກແຕ່ງອັນງົດງາມ ບໍ່ແມ່ນສິ່ງຈຳເປັນທີ່ຊ່ວຍໃຫ້ພຣະລາຊະກິດ ຂອງພຣະເຈົ້າຈະເລີນຂຶ້ນ ບໍ່ແມ່ນຄວາມສຳເລັດໃດໆທີ່ມະນຸດຍົກຍ້ອງສັນລະເສີນແລະ ຄວາມພະຍາຍາມທີ່ປາສະຈາກໝາກຜົນເພື່ອສ້າງຄວາມພາກພູມໃຈໃຫ້ກັບຕົວເອງຈະ ເຮັດໃຫ້ກິດຈະການຂອງພຣະອົງຈະເລີນກ້າວໜ້າຂຶ້ນ ການໂອ້ອວດແບບທາງໂລກ ເຖິງ ຈະເບິ່ງໜ້າປະທັບໃຈຫຼາຍພຽງໃດກໍຕາມແຕ່ໃນສາຍພຣະເນດຂອງພຣະເຈົ້າບໍ່ມີຄ່າອັນໃດ ພຣະອົງຊົງໃຫ້ຄຸນຄ່າແກ່ສິ່ງທີ່ຕາເບິ່ງບໍ່ເຫັນແລະສິ່ງທີ່ເປັນນິລັນ ຊຶ່ງຢູ່ເໜືອສິ່ງທີ່ຕາ ເບິ່ງບໍ່ເຫັນແລະສິ່ງຂອງທາງໂລກ ການໂອ້ອວດຕາມຢ່າງໂລກຈະມີຄຸນຄ່າກໍ່ຕໍ່ເມື່ອສະ ແດງອອກໃຫ້ເຫັນເຖິງສິ່ງທໍາອິດ ຄວາມງົດງາມອັນເກີດຈາກການບັນຈົງສ້າງງານສິລະ ປະຢ່າງລ້ຳຄ່າຍ່ອມບໍ່ອາດທຽບໄດ້ກັບຄວາມຂອງອຸປະນິໄສທີ່ບັງເກີດຂຶ້ນຈາກຜົນ ຂອງພຣະວິນຍານບໍລິສຸດທີ່ປະກອບຢູ່ໃນຈິດໃຈ {MH 36.4} ມແ 20.1

ເມື່ອພຣະເຈົ້າຊົງປະທານພຣະພຸດຂອງພຣະອົງໃຫ້ແກ່ໂລກນັ້ນ ພຣະອົງໄດ້ຊົງ ມອບສິ່ງອັນລໍ້າຄ່າທີ່ຈະບໍ່ມີວັນສູນຫາຍໃຫ້ແກ່ມະນຸດດ້ວຍ ຊັບສົມບັດທີ່ມະນຸດໄດ້ສະສົມ ຕັ້ງແຕ່ເລີ່ມມີໂລກນີ້ ເມື່ອປຽບທຽບກັນແລ້ວບໍ່ມີຄ່າອັນໃດ ພຣະຄຣິດສະເດັດມາຍັງ ແຜ່ນດິນໂລກ ແລະຊົງຢືນຢູ່ໜ້າມະນຸດດ້ວຍຄວາມຮັກທີ່ຊົງສະສົມມາຕັ້ງແຕ່ນິລັນການ ແລະສິ່ງນີ້ຄືສິ່ງອັນລ້ຳຄ່າທີ່ເຮົາຈະໄດ້ຮັບ ເຮົາຈະຮັບເອົາຊັບສົມບັດນີ້ ເປີດເຜີຍໃຫ້ເຫັນ ແລະແບ່ງປັນໃຫ້ກັບຜູ້ອື່ນກໍໂດຍຄວາມສຳຜັດຂອງເຮົາທີ່ມີກັບພຣະອົງ {MH 37.1} ມແ 20.2

ຄວາມພາກພຽນຂອງມະນຸດໃນການກະທຳພາລະກິດຂອງພຣະອົງຈະບັງເກີດ ຜົນອັນສົມຄວນກໍຕໍ່ເມື່ອຜູ້ປະຕິບັດງານໄດ້ອຸທິດຕົວແດ່ພຣະເຈົ້າດ້ວຍການສະແດງໃຫ້ ເຫັນເຖິງລິດອໍານາດໃນພຣະຄຸນຂອງພຣະຄຣິດທີ່ໄດ້ປ່ຽນແປງຊີວິດຂອງເຂົາໃໝ່ໄດ້ ເຮົາຈະຕ້ອງມີຄຸນສົມບັດທີ່ແຕກຕ່າງໄປຈາກຄົນທີ່ຢູ່ໃນຝ່າຍໂລກ ເພາະເຮົາໄດ້ຮັບ ການປະທັບຕາຈາກພຣະເຈົ້າແລ້ວ ເພາະພຣະອົງໄດ້ຊົງສໍາແດງຄວາມຮັກທີ່ມີຢູ່ໃນ ພຣະລັກສະນະຂອງພຣະອົງໃຫ້ປາກົດຢູ່ໃນອຸປະນິໄສຂອງເຮົາ ພຣະຜູ້ໄຖ່ຊົງໃຫ້ເຮົານຸ່ງ ເສື້ອຄຸມແຫ່ງຄວາມຊອບທຳຂອງພຣະອົງ{MH37.2} ມແ 20.3

ໃນການເລືອກຊາຍຍິງທີ່ຈະຮັບໃຊ້ພາລະກິດຂອງເຈົ້ານັ້ນ ພຣະອົງ ບໍ່ໄດ້ບອກຄົນເຫຼົ່ານັ້ນວ່າ ໃນໂລກນີ້ເຂົາມີຊັບສົມບັດອັນໃດ ມີການສຶກສາຫຼືຊັ້ນເຊິງໃນ ການເວົ້າຫຼືບໍ່ ພຣະອົງບອກວ່າ ເຂົາດຳເນີນຊີວິດດ້ວຍໃຈທີ່ຖ່ອມ ທີ່ເຮົາຈະສາມາດສັ່ງ ສອນໃຫ້ເຂົາດຳເນີນໄປຕາມເຮົາໄດ້ຫຼືບໍ່ ເຮົາຈະໃຫ້ຖ້ອຍຄຳຂອງເຮົາໃນປາກຂອງເຂົາໄດ້ ຫຼືບໍ່ ແລະພວກເຂົາຈະເປັນຕົວແທນຂອງເຮົາໄດ້ຫຼືບໍ່ {MH 37.3} ມແ 21.1

ການທີ່ພຣະເຈົ້າສາມາດໃຊ້ໃຜຄົນໜຶ່ງໄດ້ຫຼາຍໜ້ອຍພຽງໃດ ຂຶ້ນຢູ່ທີ່ຜູ້ນັ້ນຍອມ ໃຫ້ພຣະວິນຍານຂອງພຣະອົງເຂົ້າມາປະທັບໃນວິຫານແຫ່ງຈິດໃຈຂອງເຂົາ ການງານທີ່ ພຣະອົງຊົງຍອມຮັບກໍຄືງານທີ່ສະທ້ອນເຖິງພຣະສາຍາຂອງພຣະອົງ ບັນດາຜູ້ທີ່ຕິດຕາມ ພຣະອົງຈະຕ້ອງປະພຶດຄວາມຊອບທຳຕາມພຣະລັກສະນະແຫ່ງບົດບັນຍັດທີ່ເປັນນິລັນແລະ ບໍ່ມີວັນເສື່ອມສູນຂອງພຣະອົງ ເຊິ່ງຈະເປັນສິ່ງທີ່ຢືນຢັນພິສູດໃຫ້ໂລກໄດ້ເຫັນ {MH 37.4} ມແ 21.2