ມະຫັດສະຈັນ ແຫ່ງການຮັກສາ

31/186

ພາກທີ 3 - ໃນດ້ານການແພດ ແລະ ວຽກງານໃນໜ້າທີ່ຮັບຜິດຊອບ

ບົດທີ 9 ການສັ່ງສອນ ແລະ ການບໍາບັດຮັກສາ

ເມື່ອພຣະຄຣິດຊົງສົ່ງເຫຼົ່າສາວົກທັງສິບສອງຄົນອອກໄປປະກາດສາສະໜາໃນຄັ້ງ ແລກນັ້ນ ພຣະອົງຊົງຮັບສັ່ງແກ່ພວກເຂົາວ່າ “ຈົ່ງໄປປ່າວປະກາດວ່າແຜ່ນດິນສະຫວັນ ມາໃກ້ແລ້ວ ຈົ່ງຮັກສາຄົນເຈັບປ່ວຍໃຫ້ຫາຍ ຄົນຕາຍແລ້ວໃຫ້ຟື້ນ ຄົນໂລກເຮື້ອນໃຫ້ ຫາຍສະອາດແລະຈົ່ງຮັບຜີໃຫ້ອອກ ທ່ານທັງຫຼາຍໄດ້ຮັບລ້າໆ ຈົ່ງໃຫ້ລ້າໆ” ມັດທາຍ 10:7,8 {HM 139.1} ມແ 122.1

ພຣະເຢຊູບອກກັບເຫຼົ່າສາວົກອີກເຈັດສິບຄົນທີ່ສົ່ງອອກໄປໃນພາຍຫຼັງວ່າ “ຖ້າ ທ່ານຈະເຂົ້າໄປໃນເມືອງໃດໆ... ຈົ່ງຮັກສາຄົນເຈັບປ່ວຍໃນເມືອງນັ້ນໃຫ້ຫາຍ ແລະແຈ້ງ ແກ່ເຂົາວ່າແຜ່ນດິນຂອງພຣະເຈົ້າມາໃກ້ທ່ານທັງຫຼາຍແລ້ວ” ລູກາ 10: 8,9 ພຣະຄິດ ແລະລິດອໍານາດຂອງພຣະອົງຢູ່ກັບພວກເຂົາ “ຝ່າຍສາວົກເຈັດສິບຄົນນັ້ນກັບມາດ້ວຍ ຄວາມຍິນດີທູນວ່າ ພຣະອົງເຈົ້າເອີຍ ຝູງຜີທັງຫຼາຍກໍໄດ້ຢູ່ພາຍໃຕ້ບັງຄັບຂອງພວກຂ້າພະ ອົງໂດຍພຣະນາມຂອງພຣະອົງ” ລູກາ 10:17 {HM 139.2} ມແ 122.2

ຫຼັງຈາກທີ່ພຣະຄຣິດຂຶ້ນສູ່ສະຫວັນແລ້ວ ກິດຈະການຢ່າງດຽວກັນຍັງຄົງດໍາເນີນ ຕໍ່ໄປ ພາບເຫດການຕ່າງໆຂອງພຣະລາຊະກີດຂອງພຣະອົງຍັງເກີດຂຶ້ນຊໍ້າອີກເທື່ອໜຶ່ງ “ປະຊາຊົນໄດ້ອອກມາຈາກເມືອງທີ່ຢູ່ອ້ອມຮອບກຸງເຢລູຊາເລັມ ພາຄົນປ່ວຍແບະຄົນທີ່ ມີຜີຮ້າຍບຽດບຽນມາ ແລະ ທຸກຄົນກໍຫາຍ” {HM 139.3} ມແ 122.3

ເຫຼົ່າສາວົກ “ຈົ່ງອອກໄປເທສະໜາສັ່ງສອນທຸກບ່ອນທຸກທີ່ ແລະພຣະເປັນເຈົ້າ ຊົງຮ່ວມງານນໍາເຂົາ” “ສ່ວນຟີລິບກໍໄປຍັງເມືອງໜຶ່ງໃນແຄ້ວນສະມາເລຍ ແລະປະ ກາດເລື່ອງພຣະຄຣິດໃຫ້ຊາວເມືອງນັ້ນຟັງ ປະຊາຊົນກໍພ້ອມໃຈກັນຟັງຖ້ອຍຄໍາທີ່ຟີລິບ ໄດ້ປະກາດ...ດ້ວຍວ່າຜີຮ້າຍ...ໄດ້ພາກັນ...ອອກມາຈາກຄົນເຫຼົ່ານັ້ນແລະຄົນທີ່ເປັນ ໂລກອໍາມະພາດກັບຄົນງ່ອຍກໍຫາຍເປັນປົກກະຕິຈຶ່ງເກີດການຄວາມປິຕິຢ່າງຍິ່ງໃນເມືອງ ນັ້ນ” ມາລະໂກ 16:20; ກິດຈະການ 8:5-8 {HM 139.4} ມແ 123.1