ມະຫັດສະຈັນ ແຫ່ງການຮັກສາ

169/186

ບົດຮຽນຈາກຊີວິດຂອງໂມເສດ

ລອງພິຂາລະນາເຖິງປະສົບການຂອງໂມເສດ ການສຶກສາທີ່ເຂົາໄດ້ຮັບໃນປະ ເທດເອຢິບໃນຖານະພະລາຊະນັດດາຂອງກະສັດຟາໂຣແລະລັດຊະທາຍາດແຫ່ງລາຊະ ບັນລັງນັ້ນ ເປັນການສຶກສາທີ່ເຂົາໄດ້ຮັບມາຢ່າງລະອຽດຄົບຖ້ວນ ບໍ່ມີຄວາມຮູ້ໃດຕາມ ເຂົ້າໃຈເຖິງສະຕິປັນຍາຂອງຊາວເອຢິບທີ່ພິຈາລະນາແລ້ວວ່າຈະເຮັດໃຫ້ໂມເສດເປັນຜູ້ ມີສະຕິປັນຍາສະຫຼາດປາດເປື່ອງຈະຖືກລະເລີຍ ເຂົາໄດ້ຮັບການຝຶກຝົນອົບຮົມໃນ ລະດັບສູງສຸດທັງໃນວິຊາທາງທະຫານ ແລະຝ່າຍພົນລະເຮືອນເຂົາຮູ້ສຶກວ່າເຂົາໄດ້ຮັບ ການຕຽມພ້ອມຢ່າງເຕັມທີ່ສຳລັບໜ້າທີ່ໃນການຊ່ວຍປົດປ່ອຍຊົນຊາດອິສິລາເອນ ແຕ່ ພຣະເຈົ້າຊົງມີພຣະດຳລິດໄປໃນອີກທາງໜຶ່ງ ການຈັດສັນຂອງພຣະອົງຊົງກຳນົດໃຫ້ໂມ ເສດຕ້ອງໄດ້ຮັບການຝຶກຝົນຢູ່ໃນຖິ່ນທຸລະກັນດານໃນຖານະຄົນລ້ຽງແກະເປັນເວລາ ນານສີ່ສິບສີ່ປີ {MH 474.3} ມແ 497.2

ການສຶກສາທີ່ໂມເສດໄດ້ຮັບໃນປະເທດເອຢິບ ເປັນປະໂຫຍດແກ່ເຂົາໃນຫຼາຍໆ ດ້ານແຕ່ການກຽມຕົວທີ່ມີຄວາມສຳຄັນຫຼາຍທີ່ສຸດ ເພື່ອໃຫ້ພ້ອມສຳລັບພາລະກິດໃນຊີ ວິດຂອງເຂົາຄືສິ່ງທີ່ເຂົາໄດ້ຮັບໃນລະຫວ່າງທີ່ເຂົາດຳເນີນຊີວິດໃນຖານະຄົນລ້ຽງແກະ ຕາມປົກກະຕິແລ້ວໂມເສດເປັນຄົນໃຈຮ້ອນ ເມື່ອຕອນທີ່ຢູ່ໃນເອຢິບເຂົາເປັນຜູ້ບັນຊາ ການທະຫານທີ່ປະສົບຄວາມສຳເລັດເປັນທີ່ໂປດປານຂອງກະສັດຟາໂຣ ແລະເປັນທີ່ຮັກ ຂອງຄົນໃນປະເທດ ເຂົາຄຸ້ນເຄີຍກັບຄຳສັນລະເສີນແລະການເຍີນຍໍ ເຂົາສາມາດດຶງດູດ ປະຊາຊົນມາຫາເຂົາ ເຂົາຫວັງຈະຊ່ວຍປົດປ່ອຍຊົນຊາດອິສະລາເອນໃຫ້ສຳເລັດໄດ້ ໂດຍອາໄສຄວາມສາມາດຂອງເຂົາເອງ ແຕ່ສິ່ງທີ່ເຂົາໄດ້ຮຽນຮູ້ໃນຖານະຜູ້ແທນຂອງ ພຣະເຈົ້ານັ້ນຊ່າງແຕກຕ່າງຈາກສິ່ງທີ່ເຂົາໄດ້ເຄີຍຮຽນຮູ້ມາກ່ອນຫຼາຍ ໃນຂະນະທີ່ເຂົາ ນຳຝູງແກະຜ່ານໄປໃນປ່າຕາມພູເຂົາແລະເຂົ້າໄປໃນທົ່ງຫຍ້າຂຽວສົດໃນພູເຂົາ ເຂົາໄດ້ ຮຽນຮູ້ເຖິງຄວາມເຊື່ອແລະຄວາມອ່ອນນ້ອມສຸພາບ ຄວາມອົດທົນຄວາມມີໃຈຖ່ອມ ແລະຄວາມບໍ່ເຫັນແກ່ຕົວ ເຂົາຮຽນຮູ້ທີ່ຈະດູແລແກະທີ່ບໍ່ແຂງແຮງ ຮັກສາແກະທີ່ເຈັບປ່ວຍ ຊອກຫາແກະທີ່ເສຍໄປ ອົນທົນກັບແກະທີ່ດື້ດ້ານ ເບິ່ງແຍງດູແລແກະໂຕນ້ອຍໆ ແລະຄອຍເບິ່ງແຍງເອົາໃຈໃສ່ແກະທີ່ອາຍຸຫຼາຍແລະອ່ອນແອ {MH 474.4} ມແ 497.3

ການປະຕິບັດໃນໜ້າທີ່ນີ້ເຮັດໃຫ້ໂມເສດເຂົ້າມາໃກ້ຊິດກັບພຣະຜູ້ເປັນເຈົ້າອົງ ພຣະຜູ້ລ້ຽງ ເຂົາໄດ້ສະໜິດໃນອົງບໍລິສຸດແຫ່ງອິສະລາເອນ ເຂົາບໍ່ຄິດຈະເຮັດການ ໃຫຍ່ອີກຕໍ່ໄປ ເຂົາຕັ້ງໃຈພະຍາຍາມເຮັດວຽກຕາມທີ່ພຣະເຈົ້າຊົງມອບໝາຍໃຫ້ດ້ວຍ ຄວາມຊື່ສັດ ເຂົາຮູ້ແລະສຳຜັດໄດ້ວ່າພຣະເຈົ້າສະຖິດຢູ່ໃກ້ຊິດອ້ອມໂຕເຂົາ ສັບພະສິ່ງ ໃນທຳມະຊາດບອກກັບເຂົາກ່ຽວກັບພຣະເຈົ້າ ເຂົາຮູ້ຈັກພຣະເຈົ້າເປັນການສ່ວນຕົວ ແລະເມື່ອໂມເສດຄິດເຖິງພຣະລັກສະນະຂອງພຣະອົງ ເຂົາກໍຮູ້ຊຶ້ງແລະຮັບຮູ້ໄດ້ວ່າ ພຣະອົງສະຖິດຢູ່ກັບເຂົາ ເຂົາພົບສະຖານທີ່ລີ້ໄພໃນອ້ອມກອດອັນດຳລົງເປັນນິດຂອງ ພຣະອົງ {MH 475.1} ມແ 498.1

ຫຼັງຈາກເຫດການນີ້ແລ້ວ ໂມເສດໄດ້ຍິນສຽງເອີ້ນຈາກສະຫວັນໃຫ້ປ່ຽນໄມ້ ເທົ້າຂອງຜູ້ລ້ຽງແກະເປັນໄມ້ເທົ້າແຫ່ງສິດອຳນາດໃຫ້ປະຝູງແກະໄວ້ ແລະຮັບຕຳແໜ່ງຜູ້ ນຳຂອງຊາວອິສະລາເອນ ເມື່ອໄດ້ຮັບພຣະບັນຊາຂອງພຣະເຈົ້າໂມເສດຮູ້ສຶກບໍ່ໝັ້ນ ໃຈໃນໂຕເອງ ເວົ້າບໍ່ເກັ່ງແລະຂີ້ອາຍ ເຂົາຖືກຄອບຄຸມດ້ວຍຄວາມຮູ້ສຶກວ່າຕົນເອງບໍ່ມີ ຄວາມສາມາດເປັນກະບອກສຽງແທນພຣະເຈົ້າໄດ້ ແຕ່ເຂົາກໍຍອມຮັບໜ້າທີ່ນີ້ໂດຍ ມອບຄວາມວາງໃຈທັງໝົດໄວ້ກັບພຣະຜູ້ເປັນເຈົ້າ ຄວາມສຳຄັນຂອງພາລະກິດນີ້ຕ້ອງ ການຄວາມສາມາດຂອງສະຕິປັນຍາທີ່ລໍ້າເລີດທີ່ສຸດ ພຣະເຈົ້າຊົງອວຍຣະພອນໃຫ້ກັບ ການຍິນດີເຊື່ອຟັງຂອງເຂົາ ເຂົາຈຶ່ງກາຍເປັນຄົນທີ່ເວົ້າຈາຄ່ອງແຄ້ວເຕັມໄປດ້ວຍຄວາມ ຫວັງສຸຂຸມເຢືອກເຢັນແລະເໝາະສົມກັບພາລະກິດທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມອບໝາຍ ໃຫ້ແກ່ມະນຸດ ພຣະຄຳພີມີຊຂໍ້ຄວາມຂຽນເຖິງໂມເສດໄວ້ວ່າ “ຕັ້ງແຕ່ວັນນັ້ນມາກໍບໍ່ມີຜູ້ ເຜີຍພຣະວັດຈະນະ” “ຜູ້ໃດໃນອິສະລາເອນສະເໝີໂມເສດຜູ້ຊຶ່ງພຣະເຈົ້າຊົງຮູ້ຈັກໜ້າຕໍ່ໜ້າ” ພຣະບັນຍັດສອງ 34:10 {MH 475.2} ມແ 498.2

ຂໍໃຫ້ຄົນທັງຫຼາຍທີ່ມີຄວາມຮູ້ສຶກວ່າວຽກງານຂອງຕົນເອງບໍ່ໄດ້ຮັບການຊື່ນຊົມ ຍິນດີແລະຜູ້ທີ່ປາຖະໜາຕຳແໜ່ງໜ້າທີ່ທີ່ສູງກວ່າໃຫ້ຄິດວ່າ “ເພາະການທີ່ຈະຂະຫຍັບ ເລື່ອນຂຶ້ນນັ້ນບໍ່ໄດ້ມາຈາກທິດຕາເວັນ ຫຼືທິດຕາເວັນຕົກ ຫຼືທິດໃຕ້ ແຕ່ເປັນພຣະ ເຈົ້າຜູ້ຊົງເປັນຜູ້ວິນິດໃສ ພຣະອົງຊົງຖອດຄົນນັ້ນແລະຊົງໂປດເລື່ອນຄົນນີ້ຂຶ້ນ” ເພງສັນ ລະເສີນ 75:6,7 (ສະບັບແປເດີມ) ມະນຸດທຸກຄົນມີຕຳແໜ່ງໜ້າທີ່ຂອງຕົນຕາມແຜນ ການອັນເປັນນິລັນຂອງສະຫວັນ ເຮົາຈະໄດ້ຮັບມອບໝາຍໃນຕຳແໜ່ງທີ່ໃດໆນັ້ນ ຍ່ອມຂຶ້ນຢູ່ກັບຄວາມຊື່ສັດໃນການຮ່ວມມືກັບພຣະເຈົ້າ {MH 476.1} ມແ 499.1

ເຮົາຈຳເປັນຕ້ອງລະມັດລະວັງກ່ຽວກັບເລື່ອງການສົງສານຕົນເອງ ຢ່າໝົກໝົ້ນຢູ່ ກັບຄວາມຮູ້ສຶກວ່າທ່ານບໍ່ໄດ້ຮັບການຍົກຍ້ອງນັບຖືເທົ່າທີ່ຄວນ ຄວາມພະຍາຍາມຂອງ ທ່ານບໍ່ໄດ້ຮັບການຊື່ນຊົມຍິນດີ ວຽກງານຂອງທ່ານນັ້ນຍາກເກີນໄປ ຈົ່ງໃຫ້ຄວາມຊົງ ຈຳເຖິງຄວາມທຸກທໍລະມານທີ່ພຣະຄຣິດຍອມແບກຮັບແທນເຮົາຢຸດຄວາມຄິດຂ້າງ ເທິງເຫຼົ່ານີ້ ເຮົາທັງຫຼາຍໄດ້ຮັບການປະຕິບັດທີ່ດີກວ່າສິ່ງທີ່ພຣະຜູ້ເປັນເຈົ້າຂອງເຮົາໄດ້ ຮັບຮູ້ຢູ່ແລ້ວ “ເຈົ້າຈະຫາສິ່ງທີ່ໃຫຍ່ໂຕເພື່ອໂຕເອງຫວ໋າຢ່າຫາມັນເລີຍ” ເຢເລມີຢາ 45:5 ອົງພຣະຜູ້ເປັນເຈົ້າຊົງບໍ່ມີຕຳແໜ່ງທີາໃນພະລະກິດຂອງພຣະອົງທີ່ຈະມອບໃຫ້ແກ່ຄົນ ທັງຫຼາຍ ທີ່ມີຄວາມປາຖະໜາຢາກໄດ້ມຸງກຸດລາງວັນຫຼາຍກວ່າຍອມແບກກາງແຂນ ພຣະອົງຊົງຕ້ອງການຜູ້ທີ່ຕັ້ງອົກຕັ້ງໃຈເຮັດວຽກໃນໜ້າທີ່ຂອງຕົນ ຫຼາຍກວ່າຜູ້ທີ່ລໍຮັບ ລາງວັນຕອບແທນ ຜູ້ທີ່ເຕັມໃຈເຮັດເພື່ອຫຼັກການຫຼາຍກວ່າການເລື່ອນຕຳແໜ່ງໃຫ້ສູງຂຶ້ນ {MH 476.2} ມແ 499.2

ຄົນທັງຫຼາຍທີ່ຖ່ອມໃຈແລະຜູ້ທີ່ເຮັດວຽກຂອງຕົນຄືດັ່ງເຊັ່ນ ຖະຫວາຍກຽດແກ່ ພຣະເຈົ້າຍ່ອມບໍ່ໂອ້ອວດສະແດງຕົນຄືດັ່ງຜູ້ທີ່ມັກເຮັດຕົວວຸ້ນວາຍແລະຄິດວ່າຕົນເອງ ເປັນຄົນສຳຄັນ ແຕ່ຜົນງານຂອງຄົນເຫຼົ່ານັ້ນນັບວ່າມີຄ່າຍິ່ງກວ່າ ຫຼາຍຄັ້ງຜູ້ທີ່ເຮັດໂຕຍິ່ງ ໃຫຍ່ຟູ່ຟ່າຕ້ອງການຮຽກຮ້ອງຄວາມສົນໃຈໃຫ້ກັບຕົນເອງຈຶ່ງກາຍເປັນຜູ້ທີ່ຢູ່ລະຫວ່າງ ມະນຸດກັບພຣະເຈົ້າ ແລະວຽກງານຂອງເຂົາທັງຫຼາຍສະແດງໃຫ້ເຫັນເຖິງຄວາມລົ້ມ ເຫຼວ “ປັນຍາເປັນສິ່ງສຳຄັນທີ່ສຸດ ສະນັ້ນຈົ່ງເອົາປັນຍາເຖິງວ່າເຈົ້າຈະໄດ້ອັນໃດກໍ ຕາມຈົ່ງເອົາຄວາມເຂົ້າໃຈໄວ້ ຈົ່ງສັນລະເສີນປັນຍາ ແລະປັນຍາຈະສົ່ງເສີມເຈົ້າຖ້າເຈົ້າ ຢຶດປັນຍາໄວ້ ປັນຍານຳພາກຽດຕິຍົດມາສູ່ເຈົ້າ” ສຸພາສິດ 4:7,8 {MH 477.1} ມແ 499.3

ເພາະເຫດວ່າເຂົາເຫຼົ່ານັ້ນບໍ່ມີຄວາມຕັ້ງໃຈອັນແນ່ນອນທີ່ຈະປະຕິຮູບຕົນເອງ ຫຼາຍ ຄົນຈຶ່ງກາຍເປັນແບບຈຳລອງຂອງພຶດຕິກຳທີ່ຜິດໆ ແຕ່ມັນບໍ່ຈຳເປັນຕ້ອງເປັນເຊັ່ນນີ້ ຄົນເຫຼົ່ານັ້ນອາດຝຶກຝົນຕົນເແງໃຫ້ສາມາດຮັບໃຊ້ຢ່າງດີທີ່ສຸດໃນງານໃດງານໜຶ່ງແລ້ວ ເຂົາເຫຼົ່ານັ້ນກໍຈະກາຍເປັນຜູ້ທີ່ມີຄົນຕ້ອງການຂໍຄວາມຊ່ວຍເຫຼືອຢູ່ຕະຫຼອດເວລາ ເຂົາ ເຫຼົ່ານັ້ນຈະໄດ້ຮັບຄຳຊື່ນຊົມຍິນດີສົມກັບຄຸນຄ່າຄວາມດີຂອງຕົນເອງ {MH 477.2} ມແ 500.1

ຖ້າຜູ້ໃດຜູ້ໜຶ່ງມີຄຸນສົມບັດເໝາະສົມກັບຕຳແໜ່ງທີ່ສູງຂຶ້ນ ອົງພຣະຜູ້ເປັນເຈົ້າ ຈະບໍ່ຊົງວາງພະລະໃຫ້ແກ່ເຂົາພຽງລຳພັງ ແຕ່ຈະຊົງແບ່ງເບົາພາລະນັ້ນໃຫ້ແກ່ຜູ້ທີ່ທົດ ສອບເຂົາຜູ້ທີ່ຮູ້ຄຸນຄ່າຂອງເຂົາ ແລະຜູ້ທີ່ເຂົ້າໃຈເຖິງວິທີຈະສະໜັບສະໜູນໃຫ້ເຂົາກ້າວ ໜ້າຕໍ່ໄປຍິ່ງຂຶ້ນຄົນທັງຫຼາຍທີ່ເຮັດວຽກຕາມທີ່ຕົນເອງໄດ້ຮັບມອບໝາຍດ້ວຍຄວາມຊື່ ສັດມື້ແລ້ວມື້ເລົ່າຈະເປັນຜູ້ທີ່ໄດ້ຍິນພຣະສຸລະສຽງຂອງພຣະເຈົ້າທີ່ບອກເມື່ອເຖິງເວລາ ຂອງພຣະອົງວ່າ “ຈົ່ງຍ່າງກ້າວສູງຂຶ້ນອີກ” {MH 477.3} ມແ 500.2

ໃນຂະນະທີ່ຜູ້ລ້ຽງແກະກຳລັງເຝົ້າຝູງແກະຂອງຕົນເອງຢູ່ເທິງເນີນເຂົາໃນເມືອງ ເບດເລເຮັມ ເຫຼົ່າທູດສະຫວັນລົງມາຢ່ຽມຢາມເຂົາທັງຫຼາຍ ໂດຍທຳນອງດຽວກັນໃນ ທຸກວັນນີ້ ໃນຂະນະທີ່ຜູ້ຮັບໃຊ້ທີ່ໃຈຖ່ອມຂອງພຣະເຈົ້າກໍາລັງປະຕິບັດງານຂອງຕົນ ເອງເຫຼົ່າທູດສະຫວັນຂອງພຣະເຈົ້າຢືນຢູ່ຄຽງຂ້າງເຂົາທັງຫຼາຍ ແລະເຝົ້າສັງເກດເນື້ອງານ ທີ່ເຂົາທັງຫຼາຍເຮັດເພື່ອໃຫ້ຮູ້ວ່າຄົນເຫຼົ່ານີ້ຄວນຈະໄດ້ຮັບມອບໝາຍໃຫ້ເຮັດວຽກທີ່ສຳ ຄັນກວ່າຫຼືບໍ່ {MH 477.4} ມແ 500.3

ພຣະເຈົ້າຊົງບໍ່ປະເມີນຄຸນຄ່າຂອງມະນຸດໂດຍອາໄສຊັບສິນເງິນຄຳການສຶກສາຫຼື ຕຳແໜ່ງໜ້າທີ່ຂອງເຂົາ ພຣະອົງຊົງປະເມີນຈາກຄວາມບໍລິສຸດຂອງຈຸດມຸ້ງໝາຍແລະ ຄວາມດີງາມໃນອຸປະນິໄສຂອງເຂົາ ພຣະອົງຊົງຄິດເຖິງຄວາມເຕີບໂຕຂອງພຣະວິນ ຍານຂອງພຣະອົງໃນຕົວເຂົາມີຫຼາຍນ້ອຍພຽງໃດ ແລະເຂົາສະແດງເຖິງສາຍາຂອງພຣະ ອົງໃຫ້ປະກົດໃນຊີວິດຂອງເຂົາຫຼາຍພຽງໃດ ການເປັນໃຫຍ່ໃນອະນາຈັກຂອງພຣະເຈົ້າ ນັ້ນຄືານເປັນເດັກນ້ອຍທີ່ຖ່ອມຕົນ ມີຄວາມເຊື່ອຢ່າງຊື່ຕົລແລະມີຄວາມຮັກອັນບໍລິສຸດ {MH 477.5} ມແ 500.4

ພຣະຄຣິດບອກວ່າ “ທ່ານທັງຫຼາຍຮູ້ຢູ່ວ່າ ຜູ້ປົກຄອງຂອງຄົນຕ່າງຊາດຍ່ອມເປັນ ເຈົ້າເໜືອເຂົາ ແລະຜູ້ໃຫຍ່ທັງຫຼາຍກໍໃຊ້ອຳນາດບັງຄັບແຕ່ໃນພວກທ່ານຫາກບໍ່ເປັນ ຢ່າງນັ້ນ ຖ້າຜູ້ໃດໃກ້ຈະເປັນຜູ້ໃຫຍ່ໃນພວກທ່ານຜູ້ນັ້ນຈະຕ້ອງເປັນຜູ້ປະຕິບັດທ່ານທັງ ຫຼາຍ” ມັດທາຍ 20:25,26 {MH 478.1} ມແ 501.1

ໃນບັນດາຂອງປະທານທີ່ສະຫວັນມອບໃຫ້ແກ່ມະນຸດນັ້ນ ການໄດ້ຮ່ວມທົນ ທຸກກັບພຣະຄຣິດສນັບວ່າເປັນຄວາມໄວ້ວາງໃຈທີ່ມີຄວາມສຳຄັນຫຼາຍທີ່ສຸດ ແລະເປັນ ກຽດອັນສູງສົ່ງບໍ່ແມ່ນເອໂນດຜູ້ຖືພາໄປຍັງສະຫວັນ ບໍ່ແມ່ນເອລິຍາຜູ້ຂຶ້ນສູ່ສະຫວັນ ໂດຍເພີງທີ່ເປັນຜູ້ຍິ່ງໃຫຍ່ກວ່າຫຼືໄດ້ຮັບກຽດຕິຍົດຫຼາຍກວ່າ ຍ້ອນຜູ້ໃຫ້ຮັບບັນຕິດມາຜູ້ ທີ່ຕ້ອງທົນທຸກທໍລະມານໃນຄວາມມືດໃຕ້ດິນຢ່າງໂດດດ່ຽວ “ເພາະພຣະເຈົ້າໄດ້ຊົງໂປດ ແກ່ທ່ານເພາະເຫັນແກ່ພຣະຄຣິດສບໍ່ແມ່ນໃຫ້ທ່ານເຊື່ອຖືໃນພຣະອົງເທົ່ານັ້ນ ແຕ່ໃຫ້ ທ່ານທົນຄວາມທຸກຍາກເພາະເຫັນແກ່ພຣະອົງນຳ” ຟີລິບປອຍ 1:29 {MH 478.2} ມແ 501.2