ມະຫັດສະຈັນ ແຫ່ງການຮັກສາ

137/186

ພາກທີ 7 - ຄວາມຮູ້ທີ່ຈໍາເປັນ

ບົດທີ 35 ຄວາມຮູ້ທີ່ແທ້ຈິງກ່ຽວກັບ ພຣະເຈົ້າ

ເຮົາມີຊີວິດຢູ່ໃນໂລກນີ້ເພື່ອປະຕິບັດຮັບໃຊ້ພຣະເຈົ້າເໝືອນດັ່ງເຊັ່ນພຣະຜູ້ຊ່ວຍ ໃຫ້ລອດ ຂອງເຮົາເຮົາມາຢູ່ໃນໂລກນີ້ກໍເພື່ອມີອຸປະນິໃສຄ້າຍກັບພຣະອົງແລະການມີ ຊີວິດປະຕິບັດຮັບໃຊ້ກໍເພື່ອສໍາແດງພຣະອົງໃຫ້ປະກົດແກ່ຊາວໂລກການທີ່ເຮົາຈະຄ້າຍ ກັບພຣະອົງເພື່ອສໍາແດງພຣະລັກສະນະຂອງພຣະອົງໃຫ້ປະກົດໄດ້ນັ້ນເຮົາຈັກຕ້ອງຮູ້ ຈັກພຣະອົງຢ່າງແທ້ຈິງແລະເຮົາຈັກຕ້ອງຮູ້ຈັກພຣະອົງຕາມທີ່ພຣະອົງຊົງສໍາແດງໃຫ້ປະກົດ {MH 409.1} ມແ 417.1

ຄວາມຮູ້ທີ່ກ່ຽວກັບພຣະເຈົ້າເປັນຮາກຖານຂອງການສຶກສາແລະການປະຕິບັດ ຮັບໃຊ້ພຣະເຈົ້າທີ່ແທ້ຈິງເປັນສິ່ງດຽວທີ່ປົກປ້ອງເຮົາໃຫ້ພົ້ນຈາກການທົດລອງໄດ້ຢ່າງ ແທ້ຈິງສິ່ງເຫຼົ່ານັ້ນທີ່ຈະສາມາດເຮັດໃຫ້ເຮົາມີອຸປະນິດໃສຄ້າຍກັບພຣະລັກສະນະຂອງ ພຣະອົງໄດ້ {MH 409.2} ມແ 417.2

ນີ້ຄືຄວາມຮູ້ທີ່ຈໍາເປັນສໍາຫຼັບທຸກຄົນທີ່ກໍາລັງເຮັດວຽກເພື່ອໜຸນຊູຄວາມເປັນຢູ່ ຂອງເພື່ອນມະນຸດການປ່ຽນແປງອຸປະນິໃສການດໍາເນີນຊີວິດໃນທາງບໍລິສຸດປະສິດທິ ພາບຂອງການຮັບໃຊ້ແລະການຢຶດໝັ້ນໃນຫຼັກ ການລ້ວນແລ້ວແຕ່ຕ້ອງອາໃສຄວາມຮູ້ ທີ່ຖືກຕ້ອງກ່ຽວກັບພຣະເຈົ້າ ຄວາມຮູ້ນີ້ເປັນການກະກຽມທີ່ສໍາຄັນທັງສໍາຫຼັບຊີວິດໃນ ໂລກນີ້ ແລະຊີວິດໃນພາຍພາກໜ້າ {MH 409.3} ມແ 417.3

“ການຮຽນຮູ້ເຖິງອົງບໍລິສຸດນັ້ນຄືສະຕິປັນຍາ” ສຸພາສິດ 9:10 {MH 409.4} ມແ 418.1

ໂດຍອາໃສການຮຽນຮູ້ເຖິງພຣະເຈົ້າພຣະອົງຈະຊົງໂປດປະທານ “ສິ່ງສາລະພັດ ແກ່ເຮົາທີ່ຈະໃຫ້ມີຊີວິດແລະມີທໍາ” 2 ເປໂຕ 1: 3 {MH 409.5} ມແ 418.2

ພຣະເຢຊູຕັດວ່າ “ນີ້ແຫຼະຄືຊີວິດນິລັນດອນຄືທີ່ເຂົາຮູ້ຈັກພຣະອົງຜູ້ຊົງເປັນພຣະ ເຈົ້າທ່ຽງແທ້ອົງດຽວແລະຮູ້ຈັກພຣະເຢຊູຄຣິດທີ່ພຣະອົງຊົງໃຊ້ມາ” ໂຢຮັນ 17:3 ມແ 418.3

“ພຣະເຈົ້າຕັດດັ່ງນີ້ວ່າຢ່າໃຫ້ຜູ້ມີປັນຍາອວດໃນສະຕິປັນຍາຂອງຕົນ
ຢ່າໃຫ້ຊາຍຊົກອອກໃນຄວາມເຂັ້ມແຂງຂອງຕົນ
ຢ່າໃຫ້ຄົນມັ່ງມີອວດໃນຄວາມມັ່ງຄັ້ງຂອງຕົນ
ແຕ່ໃຫ້ຜູ້ອວດ ອວດໃນສິ່ງນີ້ຄື
ໃນການທີ່ເຂົາເຂົ້າໃນແລະຮູ້ຈັກເຮົາວ່າ ເຮົາຄືພຣະເຈົ້າ
ຊົງສໍາແດງຄວາມຮັກໝັ້ນຄົງ
ຄວາມຍຸດຕິທໍາແລະຄວາມຊອບທໍາໃນໂລກ
ເພາະວ່າເຮົາພໍໃຈໃນສິ່ງເຫຼົ່ານີ້ ພຣະເຈົ້າຕັດດັ່ງນີ້ແຫຼະ”
ມແ 418.4

ເຢເລມີຢາ 9: 23,24 {MH 410.1}

ເຮົາຈໍາເປັນຕ້ອງຮຽນຮູ້ເລື່ອງທີ່ພຣະເຈົ້າຊົງສໍາແດງພຣະອົງໃຫ້ປະກົດແກ່ເຮົາ ມແ 418.5

“ຈົ່ງປອງດອງກັບພຣະເຈົ້າ
ແລະຢູ່ຢ່າງສັນຕິ
ດັ່ງນັ້ນສິ່ງທີ່ດີຈະມາເຖິງທ່ານ
ຂໍຈົ່ງຮັບຄໍາສັ່ງສອນຈາກພຣະໂອດຂອງພຣະອົງ
ແລະເກັບພຣະວັດຈະນະຂອງພຣະອົງໄວ້ໃນໃຈຂອງທ່ານ
ອົງຜູ້ຊົງ ມະຫິດທິຣິດເປັນສົມບັດຂອງທ່ານ
“ແລ້ວທ່ານຈະປິຕິຍິນດີໃນອົງຜູ້ຊົງມະຫິດທິຣິດ ແລະເງີຍໜ້າຂອງທ່ານຫາພຣະເຈົ້າ
ທ່ານຈະອະທິຖານຕໍ່ພຣະອົງ
ແລະພຣະອົງຈະຊົງຟັງທ່ານ
ແລະພຣະອົງຈະຊົງໃສ່ພຣະໄທໃນຄໍາອະທິຖານຂອງທ່ານ
ທ່ານຈະຕັດສິນໃຈໃນເລື່ອງໃດ
ແລະເລື່ອງນັ້ນຈະສໍາເລັດສົມປະສົງ
ແລະຈະມີແສງສະຫວ່າງສ່ອງທາງໃຫ້ທ່ານ
ເພາະພຣະເຈົ້າຊົງລົດຜູ້ທີ່ອວດອົ່ງລົງມາ
ພຣະອົງຊົງຊ່ວຍຄົນຖ່ອມໃຈໃຫ້ລອດ”
ມແ 418.6

ໂຢບ 22:21-29 {MH 410.2}