ມະຫັດສະຈັນ ແຫ່ງການຮັກສາ

60/186

ແສງແດດ ການຖ່າຍເທອາກາດແລະອຸນຫະພູມ

ເພື່ອຊ່ວຍໃຫ້ຄົນໄຂ້ຫາຍປ່ວຍໄດ້ໄວຂຶ້ນ ຈຶ່ງຄວນຈັດໃຫ້ຄົນໄຂ້ຢູ່ໃນສະພາວະ ແວດລ້ອມທີ່ເປັນຄຸນປະໂຫຍດຫຼາຍທີ່ສຸດ ໃນຫ້ອງກວ້າງທີ່ມີແສງສະຫວ່າງ ເບິ່ງສົດຊື່ນ ແລະມີອາກາດຖ່າຍເທສະດວກ ເຮົາຄວນຈະເລືອກຫ້ອງໃນເຮືອນທີ່ມີລັກສະນະດັ່ງ ກ່າວໃຫ້ເປັນຫ້ອງຜູ້ປ່ວຍ ມີເຮືອນຫຼາຍຫຼັງມັກຈະບໍ່ໄດ້ຈັດຕຽມໄວ້ລ່ວງໜ້າໃນເລື່ອງ ຂອງການຖ່າຍເທອາກາດຢ່າງເໝາະສົມ ການຈັດຕຽມໃນທັນທີທັນໃດຈຶ່ງຂ້ອນຂ້າງຍາກ ແຕ່ຄວນຊອກຫາທຸກທາງທີ່ເປັນໄປໄດ້ເພື່ອໃຫ້ຫ້ອງຜູ້ປ່ວຍມີອາກາດບໍລິສຸດຖ່າຍເທໄດ້ ສະດວກທັງໃນເວລາກາງເວັນແລະກາງຄືນ {MH 220.3} ມແ 217.3

ເຮົາຄວນຈະຄອຍລະວັງຮັກສາອຸນຫະພູມໃນຫ້ອງຂອງຜູ້ປ່ວຍໃຫ້ຢູ່ຄົງທີ່ເທົ່າ ທີ່ຈະເຮັດໄດ້ ໂດຍໃຊ້ເຄື່ອງວັດອຸນຫະພູມເປັນຕົວຄວບຄຸມ ຜູ້ທີ່ດູແລຜູ້ປ່ວຍມັກຈະ ຕ້ອງອົດຫຼັບອົດນອນຫຼືຕ້ອງລຸກຂຶ້ນເບິ່ງຄົນໄຂ້ໃນເວລາເດິກໆ ມັກຈະຮູ້ສຶກໜາວສັ່ນໄດ້ ໂດຍງ່າຍ ແລະບໍ່ອາດເປັນຜູ້ກໍານົດທີ່ດີໃນເລື່ອງຂອງອຸນຫະພູມຫ້ອງທີ່ພໍເໝາະຕໍ່ຄົນໄຂ້ໄດ້ {MH 221.1} ມແ 218.1