ມະຫັດສະຈັນ ແຫ່ງການຮັກສາ

1/186

ມະຫັດສະຈັນ ແຫ່ງການຮັກສາ

ຄໍານໍາສໍານັກພິມ

ມະນຸດເກີດມາໃນພິພົບຈັກກະວານແຫ່ງທໍາມະຊາດໂລກນີ້, ດັ່ງນັ້ນພວກເຮົາ ຈົ່ງດໍາລົງຢູ່ແລະໄດ້ລະເມີດກົດເກນຂອງທໍາມະຊາດຂອງພຣະຜູ້ສ້າງຄື ຈໍາເປັນຕ້ອງມີ ການເກີດແກ່ເຈັບຕາຍ. ກົດເກນນີ້ພາໃຫ້ພວກເຮົາປະສົບຄວາມເຈັບປວດທົນທຸກທໍລະ ມານທັງທາງດ້ານຮ່າງກາຍແລະຈິດໃຈ. ແຜ່ນດິນໄຫວພູໄຟລະເບີດແດດຮ້ອນແຫ້ງແລ້ງ ຝົນຕົກນໍ້າຖ້ວມໜາວເຢັນພະບາດລະບາດການຍາດແຍ່ງຊັບພະຍາກອນຍາດແຍ່ງສິດ ອໍານາດສົງຄາມ....ແລະອື່ນໆລ້ວນມີຜົນກະທົບຕໍ່ຊີວິດຈິດໃຈແລະນໍາມາຊຶ່ງຄວາມ ປ່ຽນແປງທີ່ມະນຸດບໍ່ອາດຄວບຄຸມໄດ້. ມແ ix.1

ຕັ້ງແຕ່ໃດໆມາຜູ້ຄົນຕ່າງສະແຫວງຫາຫົນທາງພົ້ນທຸກແຕ່ກໍບໍ່ແມ່ນວ່າໃຜ ກໍສາມາດສາມາດລອດພົ້ນໄດ້ດັ່ງນັ້ນການປິ່ນປົວຈຶ່ງເປັນທາງດຽວທີ່ພໍຈະຢຽວຢາ ໃຫ້ມະນຸດໄດ້ບັນເທົາທຸເລົາເບົາບາງຈາກໂລກໄພໄຂ້ເຈັບໄດ້. ບາດແຜເທິງຮ່າງກາຍໂລກ ໄພໄຂ້ເຈັບຫຼາຍພະຍາດສາມາດປິ່ນປົວໄດ້ດ້ວຍຢາແລະວິທະຍາສາດການແພດ ທີ່ນັບມື້ກ້າວໜ້າແຕ່ວ່າຄວາມເຈັບປ່ວຍທາງດ້າຍຈິດໃຈກໍຕ້ອງການຢາປົວຄືກັນ. ຈະຫາຢາມະໂຫສົດຊະນິດໃດມາປິ່ນປົວ? ມແ ix.2

ປຶ້ມເຫຼັ້ມນີ້ ມະຫັດສະຈັນແຫ່ງການຮັກສາ ເປັນໜຶ່ງໃນແນວທາງຂອງ ຄຣິສະຕຽນຊຶ່ງໄດ້ຮັບການກ່າວຂານວ່າເປັນກຸນແຈໄຂຄວາມລັບທີ່ຈະນໍາມະນຸດໄປ ສູ່ຄວາມສະຫວ່າງຄວາມສຸກຢ່າງບໍ່ມີທີ່ສິ້ນສຸດ. ຍ້ອນວ່າເປັນຜົນງານຈາກຜູ້ຊ່ຽວຊານ ແລະມີປະສົບການໃນດ້ານການບໍາບັດປິ່ນປົວ ຄວາມເຈັບປ່ວຍອັນເນື່ອງຮ່າງກາຍທີ່ບົກ ພ່ອງແລະຈິດວິນຍານທີ່ອ່ອນແອ. ມແ ix.3

ຂໍສະແດງຄວາມຍິນດີແລະຊົມເຊີຍໃນຄວາມພະຍາຍາມຂອງຜູ້ທີ່ຈະຊ່ວຍໃຫ້ ມວນມະນຸດໄດ້ຫຼຸດພົ້ນຈາກຄວາມທຸກທໍລະມານທັງທາງດ້ານຮ່າງກາຍແລະຈິດໃຈບໍ່ວ່າ ຈະດ້ວຍວິທີການແລະວິທະຍາການໃດໆ. ມແ ix.4

ຜູ້ອໍານວຍການ- ຫົວໜ້າບັນນາທິການ
ສໍານັກພິມນັກປະພັນລາວ
ຫົງເຫີນຂຸນພິທັກ