ເສັ້ນທາງແຫ່ງຄວາມຫວັງ
ບົດທີ 13 (17/184)—ຄວາມເບີກບານຢູ່ໃນພຣະເຈົ້າ
ພວກລູກຫລານທັງຫລາຍຂອງອົງພຣະຜູ້ເປັນເຈົ້າແມ່ນ ໄດ້ຖືກຮຽກໃຫ້ພາກັນເຂົ້າມາເປັນຜູ້ຕ່າງໜ້າຂອງພຣະອົງດ້ວຍ ການສະແດງອອກໃຫ້ຄົນທັງຫລາຍໄດ້ເຫັນເຖິງຄຸນງາມຄວາມດີ ແລະຄວາມເມຕາປານີຂອງພຣະອົງ.ພຣະເຢຊູຊົງໄດ້ສະເດັດລົງ ມາສະແດງໃຫ້ພວກເຮົາໄດ້ເຫັນເຖິງຄຸນລັກສະນະອັນແທ້ຈິງຂອງອົງພຣະບິດາເຈົ້າສັນໃດແລະພວກເຮົາກໍຄວນຈະຕ້ອງພາກັນນຳ ເອົາອົງ ພຣະຄຣິສຕ໌ເຈົ້າອອກໄປສະແດງອອກໃຫ້ໂລກມະນຸດທີ່ຍັງ ບໍ່ທັນຮູ້ຈັກເຖິງຄວາມຮັກໄຄ່ແລະຄວາມຮັກອັນເຕັມໄປດ້ວຍ ຄວາມເມດຕາສົງສານຂອງພຣະອົງນັ້ນໃຫ້ຮູ້ຈັກກັບພຣະອົງສັນ ນັ້ນ. ພຣະເຢຊູ່ຊົງໄດ້ກ່າວຄຳວິ້ງວອນຕໍ່ອົງພຣະບິດາເຈົ້າວ່າ: “ພຣະອົງເຈົ້າຊົງໄດ້ແຕ່ງໃຫ້ຂ້າພຣະອົງະເດດລົງມາ ສູ່ໂລກມະນຸດສັນໃດ, ດັ່ງນັ້ນຂ້າພຣະອົງກໍໄດ້ແຕ່ງພວກ ເຂົາອອກໄປສູ່ໂລກມະນຸດສັນນັ້ນ.” “ຂ້າພຣະອົງກໍຊົງສະຖິດ ຢູ່ພາຍໃນພວກເຂົາທັງຫລາຍແລະພຣະອົງເຈົ້າກໍຊົງສະຖິດຢູ່ໃນຕົວ ຂອງຂ້າພຣະອົງນີ້,... ເພື່ອໃຫ້ໂລກມະນຸດໄດ້ຮູ້ວ່າພຣະອົງເຈົ້າຊົງ ໄດ້ແຕ່ງໃຫ້ຂ້າພຣະອົງສະແດດລົງມາ” (ໂຢຫັນ17:18,23). ອາ ຈານໂປນເຄຍໄດ້ກ່າວຕໍ່ພວກທີ່ຖືຕົນວ່າເປັນລູກສິດຂອງພຣະເຢ ຊູນັ້ນວ່າ. “ພວກທ່ານທັງຫລາຍໄດ້ປະກາດຕົນອອກຢ່າງ ເປີດເຜີຍແລ້ວວ່າພວກຕົນຈະເປັນຂ່າວສານຂອງພຣະ ຄຣິສຕ໌,” “ພວກທ່ານກໍເປັນຜູ້ທີ່ຮູ້ຈັກແລະເປັນທີ່ທຸກຄົນກໍ ອ່ານອອກ.” (2 ໂກຣິນໂທ 3:3,2). ພຣະເຢຊູໄດ້ສົ່ງຂ່າວສານ ລົງມາສູ່ໂລກມະນຸດນີ້ໂດຍຜ່ານພວກລູກໆຂອງພຣະອົງທຸກຄົນ. ຖ້າວ່າທ່ານຫາກເປັນລູກສິດຜູ້ໜຶ່ງຂອງອົງພຣະຄຣິສຕ໌ແລ້ວພຣະ ອົງກໍຈະສົ່ງສານຂອງພຣະອົງໂດຍຜ່ານຕົວຂອງທ່ານອອກໄປຕາມ ບ້ານຕາມເຮືອນ,ໄປຕາມຖະໜົນຫົນທາງ ແລະຕາມໝູ່ບ້ານຊົນ ນະບົດຕ່າງໆເຊິ່ງເປັນບ່ອນທີ່ທ່ານກຳລັງດຳຣົງຊີວິດຢູ່ນັ້ນ. ພຣະ ເຢຊູຜູ້ຊົງສະຖິດຢູ່ພາຍໃຕຕົວຂອງທ່ານນັ້ນກໍມີຄວາມປະສົງຢາກ ຈະເວົ້າຈາສົນທະນາຕໍ່ຫົວໃຈຂອງ ພວກຄົນທີ່ຍັງບໍ່ທັນໄດ້ຮູ້ຈັກກັບ ພຣະອົງນັ້ນເມື່ອ. ບາງທີ່ກໍຍ້ອນວ່າພວກເຂົາຍັງບໍ່ທັນໄດ້ອ່ານໜັງ ສືພຣະຄຳພີນັ້ນເທື່ອຫລືວ່າພວກເຂົາຍັງບໍ່ທັນໄດ້ຍິນສຽງຂອງພຣະ ເຈົ້າທີ່ກຳລັງໃຫ້ການເວົ້າຈາສົນທະນາຕໍ່ ພວກກ່ຽວໂດຍຜ່ານໜ້າ ໜັງສືເຫລົ່ານັ້ນ, ພວກເຂົາບໍ່ທັນໄດ້ເຫັນຄວາມຮັກຂອງພຣະເຈົ້າ ທີ່ໄດ້ສະແດງອອກມາໂດຍຜ່ານພຣະກິຈການຂອງພຣະອົງ. ແຕ່, ຖ້າວ່າທ່ານຫາກເປັນຜູ້ຕ່າງໜ້ງໜ້າຂອງພຣະເຢຊູຢ່າງແທ້ຈິງແລ້ວ ພຣະອົງກໍຈະນຳໃຊ້ທ່ານໃຫ້ເປັນຜູ້ຊັກນຳເອົາພວກເຂົາເຫລົ່ານັ້ນໃຫ້ ເກີດມີຄວາມເຂົ້າໃຈໄດ້ໃນບາງສິ່ງຢ່າງ ທີ່ກ່ຽວພັນກັບຄວາມເມດ ຕາກຣຸນາຂອງພຣະອົງ ແລະ ພວກເຂົາກໍຈະຖືກດຶງດູດເຂົາມາ ຫາພຣະເຈົ້າດ້ວຍຄວາມຮັກຂອງພຣະອົງແລະພວກເຂົາກໍຈະພາ ກັນມາຮັບໃຊ້ພຣະອົງເຈົ້າ. SCL 232.1
ບັນດາພວກຄົນຜູ້ທີ່ເຊື່ອໃນພຣະຄຣິສຕ໌ທັງຫລາຍກໍມີໜ້າທີ່ໆ ຈະຕ້ອງ ເປັນຜູ້ນຳເອົາແສງສະຫວ່າງເຂົ້າມາເຍືອງໃສ່ເສັ້ນທາງ ທີ່ນຳໄປສູ່ເມືອງສະຫວັນ. ພວກເຂົາກໍຈະຕ້ອງເປັນຜູ້ເຊິ່ງທຳໃຫ້ແສງ ສະຫວ່າງຈາກອົງພຣະຄຣິສຕ໌ທີ່ມີຢູ່ໃນພວກຕົນນັ້ນໄດ້ສະທ້ອນອອກ ໄປສູ່ໂລກມະນຸດ. ການດຳຣົງຊີວິດແລະຄຸນສົມບັດທັສນະຂອງພວກ ເຂົ້ານັ້ນກໍຕ້ອງເປັນລັກສະນະທີ່ຈະເປັນແວ່ນແຍງໃຫ້ແກ່ຄົນທັງ ຫລາຍໄດ້ມີທັສນະອັນຖືກຕ້ອງກ່ຽກັບອົງພຣະຄຣິສຕ໌ ແລະ ພຣະ ກິຈການຮັບໃຊ້ຂອງພຣະອົງ. SCL 234.1
ຖ້າວ່າພວກເຮົາຫາກເປັນຜູ້ຕ່າງໜ້າຂອງພຣະຄຣິສຕ໌ ຢ່າງແທ້ຈິງແລ້ວພວກເຮົາກໍຕ້ອງທຳໃຫ້ການທຳງານຮັບໃຊ້ພຣະ ອົງໄດ້ເກີດມີລັກສະນະຈັບອົກຈັບໃຈຢ່າງແທ້ຈິງ. ສ່ວນພວກຄົນ ຜູ້ເຊິ່ງມີຄວາມເຊື່ອໃນພຣະຄຣິສຕ໌ທີ່ທຳຕົວເປັນຄົນຜູ້ມີຈິດໃຈອັນ ໂສກເສົ້າງ່ວມເຫງົາ ແລະ ທັງເປັນຄົນທີ່ມັກຈົ່ມວ່າຫາແຕ່ເລື້ອງ ມາຟ້ອງຮ້ອງກັນນັ້ນພວກເຂົາກໍກາຍເປັນຜູ້ທີ່ພາໃຫ້ຄົນອື່ນຕ້ອງ ມາເກີດມີຄວາມເຂົ້າໃຈຜິດກ່ຽວກັບອົງພຣະຜູ້ເປັນເຈົ້າ ແລະ ກ່ຽວ ກັບການດຳຣົງຊີວິດຂອງຜູ້ທີ່ເຊື່ອໃນພຣະຄຣິສຕ໌ນັ້ນ. ພວກເຂົາ ສ້າງໃຫ້ຄົນທັງຫລາຍຕ້ອງເກີດມີຄວາມຮູ້ສຶກອັນບໍ່ຖືກຕ້ອງທີ່ວ່າອົງ ພຣະຜູ້ເປັນເຈົ້າບໍ່ເຫັນດີຢາກໃຫ້ພວກລູກຂອງພຣະອົງໄດ້ພາກັນມີ ຄວາມສຸກ ແລະ ການກະທຳແບບນີ້ກໍເປັນການສະແດງເຖິງຄວາມ ເປັນພະຍານທີ່ບໍ່ມີຄວາມເທັດຈິງເຊິ່ງຝືນຕໍ່ອົງພຣະເທພບິດາເຈົ້າ. SCL 234.2