ເສັ້ນທາງແຫ່ງຄວາມຫວັງ
ບົດທີ 2—ຄົນບາບຕ້ອງການພຣະຜູ້ເປັນເຈົ້າ
ຕັ້ງແຕ່ຕອນເລີ່ມແລກ, ມະນຸດໄດ້ຖືກເນຣະມິຕສ້າງຂຶ້ນມາ ພ້ອມດ້ວຍຄຸນສົມບັດອັນມີສະຕິປັນຍາອັນໝັ້ນທ່ຽງ. ເຂົາເປັນມະ ນຸດຜູ້ທີ່ມີຄວາມຄົບຖ້ວນບໍຣິບູນແລະຢູ່ໃນພາວະ ທີ່ມີຄວາມສອດ ຄ່ອງກົມກຽວກັບອົງພຣະຜູ້ເປັນເຈົ້າ. ຄວາມຄິດຈິນຕະນາການ ຂອງເຂົາກໍປອດໃສຂາວສະອາດ,ຄວາມມຸ້ງຫວັງຕັ້ງໃຈຂອງເຂົາ ກໍບໍຣິສຸດຜຸດຜ່ອງ. ພໍແຕ່ເມື່ອໄດ້ເກີດມີການລ່ວງລະເມີດຕໍ່ພຣະຄຳ ສອນຂອງພຣະເຈົ້າແລ້ວຄຸນລັກສະນະທາດແທ້ຂອງມະນຸດກໍ ໄດ້ເສື່ອມເສັຍໄປ ແລະຄວາມເຫັນແກ່ຕົວຂອງຄົນກໍໄດ້ເຂົ້າມາ ປ່ຽນແທນຄວາມຮັກ. ຍ້ອນການລ່ວງລະເມີດນັ້ນເອງຈິ່ງພາໃຫ້ຄຸນ ລັກສະນະທາດແທ້ ຂອງມະນຸດໄດ້ເກີດມີຄວາມຊົ່ວຮ້າຍຈົນທຳ ໃຫ້ ມະນຸດຕ້ອງໄຮ້ປະສິຖພາບລົງໄປທີ່ຈະອີງໃສ່ ຄວາມສາມາດຂອງ ຕົນຕໍ່ສູ້ຕ້ານກັບອິດທິກຳລັງຂອງມານຮ້າຍນັ້ນໄດ້. ສາຕານໄດ້ທຳ ໃຫ້ມະນຸດຕ້ອງກາຍເປັນທາດຈຳເລີຍ ແລະ ຖ້າຫາກບໍ່ມີອົງພຣະ ຜູ້ເປັນເຈົ້າເຂົ້າມາຊ່ວຍຢ່າງຈິງຈັງ ແລ້ວເຂົາກໍຈະຕົກຢູ່ໃນສະພາບ ແບບນີ້ຕະຫລອດໄປ. ຈຸດປະສົງຂອງຜູ້ເປັນພະຍາມານກໍແມ່ນເພື່ອ ຈະທຳການມ້າງເພທຳລາຍແຜນການຂອງພຣະເຈົ້າທີ່ພຣະອົງຊົງ ໄດ້ມີໄວ້ຕັ້ງແຕ່ຕອນເລີ່ມຕົ້ນຂອງການເນຣະມິຕສ້າງໃຫ້ມີມະນຸດ ເກີດຂຶ້ນມາຢູ່ໃນໂລກ ແລະ ເພື່ອນຳເອົາຄວາມໂສກເສົ້າພ້ອມທັງ ຄວາມຈິບຫາຍວາຍວອດ ໃຫ້ຫລັ່ງນອງເຂົ້າມາຖ້ວມລົ້ນຢູ່ໃນໂລກ ມະນຸດແຫ່ງນີ້. ຈາກນັ້ນສາຕານກໍຈະເປັນຜູ້ຖະແຫລງແປງປັ້ນອອກ ມາວ່າຄວາມໂຫດຮ້າຍສາມານທັງໝົດເຫລົ່ານັ້ນເປັນຜົນງານ ການກະທຳຂອງພຣະເຈົ້າຜູ້ທີ່ໄດ້ສ້າງໃຫ້ມີມະນຸດເກີດຂຶ້ນມານັ້ນ ເອງ. SCL 18.1
ກ່ອນທີ່ມະນຸດເຮົາບໍ່ທັນໄດ້ຫລົງກະທຳຄວາມບາບລົງໄປ ນັ້ນເຂົາກໍຍັງຄົງມີຄວາມສັມພັນ ກັບອົງພຣະຜູ້ເປັນເຈົ້າຢູ່ຢ່າງຊົມ ຊື່ນເບີກບານ “ ຄັງແຫ່ງອະພິປັນຍາແລະຄວາມຮູ້ທັງ ໝົດ ກໍຊຸກຊ້ອນຢູ່ໃນພຣະອົງ” (ໂກໂລຊຽນ [Colossians] 2:3). ແຕ່ວ່າພາຍຫລັງທີ່ໄດ້ກະທຳຄວາມບາບລົງໄປແລ້ວ ເຂົາກໍບໍ່ສາ ມາດທີ່ຈະຊອກຫາຄວາມສຸກທີ່ຈຳໄດ້ມາຈາກຄວາມບໍຣິສຸດນັ້ນອີກ ຕໍ່ໄປ, ສະນັ້ນເຂົາຈິ່ງພະຍາຍາມຊອກຫາວິທີທາງທີ່ຈະເອົາຕົວຫລົບ ຫລີກໃຫ້ໄກອອກໄປຈາກອົງພຣະຜູ້ເປັນເຈົ້າ. ດັ່ງນັ້ນ, ຄົນຜູ້ທີ່ບໍ່ທັນ ໄດ້ກັບຈິດໃຈໃນເວລານີ້ກໍກຳລັງຕົກຢູ່ໃນສະພາບດັ່ງທີ່ກ່າວນີ້ ເອງ. ພວກເຂົາຂາດຄວາມສັມພັນກັບອົງພຣະຜູ້ເປັນເຈົ້າ ແລະ ກໍບໍ່ສາມາດທີ່ຈະຊອກຫາຄວາມສຸກຮ່ວມກັບພຣະອົງໄດ້ເລີຍ.ຄົນ ບາບບໍ່ສາມາດທີ່ຈະມີຄວາມສຸກຢູ່ຕໍ່ ໜ້າພຣະພັກຂອງອົງພຣະຜູ້ ເປັນເຈົ້ານັ້ນໄດ້, ເຂົາຈະເອົາຕົວຫລົບຫລີກອອກໄປຈາກການທີ່ຈະ ມີຄວາມສັມພັນກັບສິ່ງທີ່ເປັນຄວາມບໍຣິສຸດນັ້ນ. ຖ້າເຂົາຫາກໄດ້ຮັບ ອະນຸຍາດໃຫ້ໄປຢູ່ເມືອງສະຫວັນຊັ້ນຟ້າໄດ້ ເຂົາເອງກໍຈະຫາຄວາມ ສຸກຢູຸ່ແຫ່ງນັ້ນບໍ່ໄດ້ແຕ່ຢ່າງໃດເລີຍ. ຢູ່ແຫ່ງນັ້ນແມ່ນຄວາມຮັກທີ່ຈະ ບໍ່ມີຄວາມເຫັນແກ່ຕົວມາເປັນສິ່ງປົກຄອງ, ທຸກຄົນລ້ວນແຕ່ສະທ້ອນ ອອກໃຫ້ເຫັນເຖິງຄວາມຮັກທີ່ອະມະຕະຂອງອົງພຣະຜູ້ເປັນເຈົ້າ, ບັນຍາກາດແບບນີ້ກໍຈະບໍ່ຊັກຊວນອວນໃຈເຂົາຜູ້ນັ້ນໄດ້ແຕ່ຢ່າງໃດ ເລີຍ. ຄວາມຄິດຈິດໃຈຂອງເຂົາ, ສິດຜົນປະໂຫຍດຂອງເຂົາກໍຈະ ແຕກຕ່າງໄປຈາກຊາວເມືອງສະຫວັນຜູ້ທີ່ບໍ່ມີຄວາມບາບໃນຕົວ. ເຂົາກໍມີແຕ່ຈະພາໃຫ້ເນື້ອຮ້ອງທຳນອງເພງຂອງພວກຊາວເມືອງ ສະຫວັນ ນັ້ນຂາດຄວາມປະສານກົມກຽວກັນ. ເມືອງສະຫວັນມີແຕ່ ຈະກາຍເປັນສະຖານທີ່ແຫ່ງຄວາມທຸກຍາກທໍລະມານໃຈສຳລັບ ເຂົາ, ແຫ່ງກຽວທີ່ເຂົາຕ້ອງການຈະໄປຢູ່ແລະແຫ່ງນັ້ນຄື: ການ ຢາກຫລົບລີ້ໃຫ້ພົ້ນໄປຈາກພຣະອົງຜູ້ຊົງເປັນແສງສະຫວ່າງ ແລະ ເປັນໃຈກາງແຫ່ງຄວາມເບີກບານສຳລານໃຈຂອງຊາວ ເມືອງສະຫວັນທັງຫລາຍນັ້ນເອງ. ການທີ່ພວກຄົນບໍ່ດີບໍ່ໄດ້ຮັບອະ ນຸຍາດໃຫ້ເຂົ້າໄປຢູ່ເມືອງສະຫວັນ ນັ້ນກໍບໍ່ແມ່ນຜົນທີ່ມາຈາກການ ຕັດສິນຂອງອົງຂອງພຣະຜູ້ເປັນເຈົ້ານັ້ນແຕ່ຢ່າງໃດເລີຍ, ແຕ່ຫາກ ເປັນຍ້ອນຄວາມບໍ່ສົມສັກສີຂອງພວກເຂົາເອງ ທີ່ພາໃຫ້ພວກ ເຂົາຕ້ອງໄປຢູ່ແຫ່ງນັ້ນບໍ່ໄດ້. ຄວາມສະຫງ່າລາສີຂອງອົງພຣະຜູ້ ເປັນເຈົ້ານັ້ນກໍຈະກາຍເປັນດັ່ງແປວໄຟລຸກໄໝ້ໃສ່ພວກເຂົາ. ສະນັ້ນ, ສິ່ງທີ່ເປັນຄວາມຕ້ອງການຂອງພວກເຂົາໃນເວລານັ້ນກໍຄື ຢາກຈະ ຕາຍໄປເສັຍດີກວ່າ ເພື່ອຈະສາມາດເອົາຕົວຫລົບໄປພົ້ນຈາກ ພຣະພັກ (ໜ້າ) ຂອງພຣະອົງຜູ້ຊົງໄດ້ສະເດັດລົງມາສິ້ນພຣະຊົນ ເພື່ອໂຜດຜາຍເອົາພວກເຂົາໃຫ້ໄດ້ຮັບຄວາມລອດພົ້ນ. SCL 19.1