ເສັ້ນທາງແຫ່ງຄວາມຫວັງ

91/107

ມີໃຜທີ່ສະຫລາດຫລັກແຫລມເຫໝືອນພຣະເຈົ້າ?

ຖ້າວ່າພວກມພນຸດຜູ້ທີ່ພຣະເຈົ້າຊົງໄດ້ໃຫ້ໄດ້ການເນຣະມິຕ ສ້າງຂຶ້ນມານີ້ຫາກມີໂອກາດທີ່ຈະທຳຄວາມເຂົ້າໃຈໄດ້ໃນທຸກສິ່ງ ຢ່າງກ່ຽວກັບອົງພຣະຜູ້ເປັນເຈົ້າຕະຫລອດໄປເຖິງພຣະກິຈການ ຕ່າງໆຂອງພຣະອົງໄດ້ຢ່າງເຕັມສ່ວນແລ້ວນັ້ນ ພວກເຂົ້າກໍຈະບໍ່ມີ ໂອກາດທີ່ຈະທຳການຄົ້ນຄວ້າສຶກສາສືບຕໍ່ໄປອີກ, ຄວາມຮູ້ປັນຍາ ຂອງພວກເຂົາກໍຈະບໍ່ມີຄວາມຄືບໜ້າຂະຫຍາຍຕົວໄປໄດ້, ຄວາມ ຄິດປັນຍາ ແລະ ແນວຄິດຈິດໃຈຂອງຄົນກໍຈະບໍ່ໄດ້ຮັບຄວາມຈະເຣີນ ກ້າວໜ້າ. ຈາກນັ້ນ, ອົງພຣະຜູ້ເປັນເຈົ້າກໍຈະບໍ່ຖືກຮັບຮູ້ວ່າເປັນສິ່ງ ທີ່ສູງສົ່ງສັກສິດຢູ່ໃນສາກົນນະໂລກອີກຕໍ່ໄປ, ສ່ວນຄົນຜູ້ທີ່ໄດ້ທຳ ຄວາມພິສິດເຖິງຈຸດສຸດຍອດແຫ່ງຄວາມຮູ້ແລະຄວາມເພິ່ງພໍໃຈນັ້ນ ແລ້ວ ເຂົາກໍຈະບໍ່ມີການພັທນາຕົນໃຫ້ກ້າວໜ້າອີກຕໍ່ໄປໄດ້. ເພາະ ສະນັ້ນ, ພວກເຮົາຈົ່ງພ້ອມກັນມາສະແດງຄວາມຂອບພຣະຄຸນຕໍ່ ອົງ ພຣະຜູ້ເປັນເຈົ້າເສັຍເຖີດທີ່ພຣະອົງບໍ່ໄດ້ອະນຸຍາດໃຫ້ພວກເຮົາໄດ້ຮູ້ຈັກໝົດທຸກສິ່ງທຸກຢ່າງເຫລົ່ານັ້ນ. ອົງພຣະຜູ້ເປັນເຈົ້າມີຄວາມ ຍິ່ງໃຫຍ່ອະມະຕະ, “ມໍຣະດົກແຫ່ງອະພິປັນຍາແລະຄວາມ ຮູ້ທັງໝົດ” ກໍມີຢູ່ໃນພຣະອົງນັ້ນ (ໂກໂລຊຽມ2:3). ຕະຫລອດ ຊ່ວງການເວລາແຫ່ງຄວາມອະມະຕະນີ້ມະນຸດຈະພາກັນຄົ້ນຄວ້າສຶກ ສາເພື່ອທຳຄວາມຮູ້ຈັກກັບມໍຣະດົກແຫ່ງອະພິປັນຍາ,ພຣະເດດພຣະ ຄຸນແລະຣິດທານຸພາບຂອງອົງພຣະຜູ້ເປັນເຈົ້າ ທີ່ບໍ່ມີວັນຈະສ້ຽງ ສຸດລົງໄປໄດ້. SCL 221.2

ພຣະຜູ້ເປັນເຈົ້າກໍມີຄວາມປະສົງຢາກຈະ ໃຫ້ສັຈທັມຄວາມ ຈິງທີ່ມີຈາກພຣະວັດຈະນະຂອງພຣະອົງນັ້ນໄດ້ຮັບການເປີດເຜີຍ ອອກມາໃຫ້ແກ່ໄພພົນຂອງພຣະອົງໄດ້ຮູ້ໄດ້ເຫັນແມ່ນກະທັ້ງເວລາ ທີ່ພວກຕົນຍັງມີຊີວິດຢູ່ໃນຄາວນີ້. ຄວາມຮູ້ປະເພດນີ້ຈະໄດ້ຮັບມາ ກໍດ້ວຍວິທີທາງດຽວພຽງເທົ່ານັ້ນຄື: ພວກເຮົາຈະສາມາດທຳ ຄວາມເຂົ້າໃຈໃນພຣະວັຈນະຂອງອົງພຣະຜູ້ເປັນເຈົ້າໄດ້ກໍໂດຍ ຜ່ານການສ່ອງແສງມາຈາກພຣະວິນຍານບໍຣິສຸດຜູ້ເຊິ່ງໄດ້ເປັນຜູ້ ນຳເອົາພຣະວັຈນະດັ່ງກ່າວລົງມາສູ່ໂລກມະນຸດເຮົາພຽງເທົ່ານັ້ນ. “ສິ່ງທີ່ເປັນເຣື່ອງຂອງພຣະເຈົ້ານັ້ນກໍບໍ່ມີມະນຸດຜູ້ໃດຈະ ຮູ້ໄດ້ນອກຈາກພຣະວິນຍານຂອງພຣະເຈົ້າພຽງເທົ່ານັ້ນ,” “ເພາະວ່າອົງພຣະວິນຍານເຈົ້າຊົງເຂົ້າໃຈໄດ້ໃນທຸກສິ່ງ ຢ່າງ, ລວມໄປເຖິງສິ່ງທີ່ມີຄວາມເລິກເຊິ່ງຂອງອົງພຣະ ຜູ້ເປັນເຈົ້າ.” (1ໂກຣິນທຽນ 2:11,10). ພຣະເຈົ້າຜູ້ໂຜດໃຫ້ ລອດຊົງໄດ້ໃຫ້ຄຳໝັ້ນສັນຍາຕໍ່ພວກສາວົກຂອງພຣະອົງເອົາໄວ້ວ່າ: “ເມື່ອໃດທີ່ພຣະອົງຜູ້ຊົງເປັນພຣະວິນຍານແຫ່ງຄວາມ ຈິງຫາກຊົງສະເດັດມາແລ້ວ ພຣະອົງກໍຈະເປັນຜູ້ນຳເອົາ ພວກທ່ານໄປສູ່ຄວາມຈິງທັງໝົດ... ເພາະວ່າພຣະອົງ ຈະໄດ້ຮັບເອົາຈາກເຮົາພຣະອົງນີ້ໄປ ແລະ ຈະຊົງສະແດງ ສິ່ງນັ້ນອອກໃຫ້ພວກທ່ານ.” (ໂຢຫັນ 16:13,14). SCL 222.1

ພຣະຜູ້ເປັນເຈົ້າຊົງມີ ຄວາມປະສົງຢາກຈະໃຫ້ມະນຸດໄດ້ຝຶກ ຝົນຄວາມສາມາດທາງດ້ານມັນ ສະໝອງຂອງພວກຕົນແລະການ ສຶກສາຮ່ຳຮຽນພຣະຄຳພີກໍຈະເປັນການສ້າງຄວາມເຂັ້ມແຂງ ແລະຍົກສູງພະລັງຄວາມສາມາດ ທາງດ້ານຄວາມຄິດປັນຍາຂອງຄົນ ຍິ່ງໄປກວ່າການສຶກສາຮຽນຮູ້ໃນຂະແໜງການອື່ນໆ. ແຕ່ເຖິງ ຢ່າງໃດພວກເຮົາກໍຄວນມີຄວາມລະມັດລະວັງຕົວຈາກການທີ່ຕົນ ຈະຕົກເຂົ້າໄປເປັນຄົນທີ່ບູຊາປັນຍາຄວາມຮູ້ເຊິ່ງເປັນຕົວການແຫ່ງ ຄວາມອ່ອນແຮງ ແລະຂາດສະມັຖພາບຂອງມະນຸດທັງມວນ. ເພື່ອ ຢາກຈະທຳຄວາມເຂົາໃຈໄດ້ຢ່າງຖືກຕ້ອງໃນສັຈທັມຄວາມຈິງທີ່ມີ ຢູ່ໃນພຣະວັຈນະຂອງອົງພຣະຜູ້ເປັນເຈົ້ານັ້ນພວກເຮົາກໍຈະຕ້ອງມີ ຄວາມຖ່ອມຕົວແລະມີຄວາມເຊື່ອຕາມພາສາຂອງເດັກ ແລະ ພ້ອມ ສະເໝີທີ່ຈະຮ່ຳຮຽນສຶກສາແລະ ຂໍຮອງຄວາມຊ່ວຍເຫລືອຈາກອົງ ພຣະວິຍານບໍຣິສຸດ. ຄວາມຣູ້ສຶກຕໍ່ຣິດອຳນາດແລະອະພິປັນຍາ ຂອງພຣະຜູ້ເປັນເຈົ້າ ແລະຄວາມຮູ້ສຶກໃນຄວາມໄຮ້ສະມັຖພາບ ຂອງພວກຕົນເອງນັ້ນທີ່ພາໃຫ້ໄປສູ່ຄວາມເຂົ້າໃຈໄດ້ເຖິງຄວາມ ຍິ່ງໃຫຍ່ອະມະຕະທັງໝົດຂອງພຣະອົງເຊິ່ງຈະຕ້ອງເຂົ້າມາເປັນສິ່ງ ປຸກລຸກຈິດໃຈຂອງພວກເຮົາໃຫ້ເກີດຄວາມອ່ອນນ້ອມຖ່ອມຕົວ ແລະ ພວກເຮົາຈະຕ້ອງເປີດອ່ານພຣະວັຈນະຂອງພຣະອົງດ້ວຍ ຄວາມໂຄຣົບຢຳເກງປຽບສະເໝືອນວ່າພວກເຮົາກຳລັງເຂົ້າໄປ ນົບນ້ອມນະມັສການພຣະອົງຢູ່ຕໍ່ໜ້າພຣະພັກຂອງພຣະອົງນັ້ນເອງ. ສະນັ້ນ, ໃນເວລາທີ່ພວກເຮົາພາກັນຮ່ຳຮຽນສຶກສາພຣະຄຳພີຢູ່ນັ້ນ ພວກເຮົາຕ້ອງເຂົ້າໃຈວ່າ ຄວາມຄິດປັນຍາຂອງມະນຸດຈະຕ້ອງ ຍອມຢູ່ໃຕ້ພຣະເຈົ້າຜູ້ຊົງມີອິດທິພົນອັນສູງສົ່ງ, ຫົວຄິດຈິດໃຈ ແລະ ຄວາມຮູ້ປັນຍາຂອງມະນຸດກໍຈະຕ້ອງຍອມກົ້ມຂາບລົງຢູ່ໃຕ້ພຣະ ອົງຜູ້ຊົງມີຄວາມຍິ່ງໃຫຍ່ອະມະຕະ, ຜູ້ຊົງມີພຣະນາມວ່າ “ເຮົາ ຄືອົງພຣະຜູ້ເປັນເຈົ້າ.” SCL 223.1