ເສັ້ນທາງແຫ່ງຄວາມຫວັງ
ຈົ່ງໃຊ້ຄວາມຄິດຈິນຕະນາການກ່ຽວກັບອົງພຣະຄຣິສຕ໌
ເມື່ອພວກເຮົາພາກັນ ໃຊ້ຄວາມຄິດຈິນຕະນາການກ່ຽວກັບ ຄວາມສົມບູນແບບຂອງພຣະເຈົ້າຜູ້ໂຜດ ໃຫ້ລອດແລ້ວ,ພວກເຮົາ ກໍຈະເກີດມີຄວາມມຸ້ງມາດປາຖນາຢາກຈະ ຝຶກຝົນຫລໍ່ລອມຕົນ ເອງໃຫ້ມີການປ່ຽນແປງຢ່າງເຕັມສ່ວນ ແລະ ຢາກໃຫ້ຕົນໄດ້ກັບ ກາຍມາເປັນຄົນໃໝ່ທີ່ສະທ້ອນໃຫ້ເຫັນ ເຖິງພາບພົນແຫ່ງຄວາມບໍ ຣິສຸດຜຸດຜ່ອງຂອງພຣະອົງ. ເວລານັ້ນຄົນເຮົາກໍຈະເກີດມີຄວາມ ຫິວກະຫາຍທີ່ ຢາກຈະກໍ່ສ້າງຕົນໃຫ້ມີລັກສະນະຄ້າຍດັ່ງພຣະອົງຜູ້ ທີ່ທຳໃຫ້ພວກເຮົາທັງຫລາຍຕ້ອງເກີດມີຄວາມອັສຈັນໃຈນຳ. ຍິ່ງ ຄວາມຄິດຈິດໃຈຂອງພວກເຮົາ ມີຄວາມຜູກພັນຢູ່ກັບອົງພຣະ ຄຣິສຕ໌ພຽງເທົ່າໃດ, ຍິ່ງພວກເຮົາຈະມັກເລົ່າເຣື່ອງຂອງພຣະອົງ ແລະ ນຳສະເໜີໃຫ້ຄົນທັງຫລາຍໃນໂລກໄດ້ພາກັນເຂົ້າມາຮັບຮູ້ ພຣະອົງມາກຍິ່ງຂຶ້ນ. SCL 177.1
ໜັງສືພຣະຄຳພີບໍ່ ໄດ້ຖືກຂຽນອອກມາເພື່ອໃຫ້ສະເພາະແຕ່ ພວກນັກປຣາດອາຈານທັງຫລາຍໄດ້ພາກັນຄົ້ນຄວ້າສຶກສາພຽງ ເທົ່ານັ້ນ, ແຕ່ກົງກັນຂ້າມ-ໜັງສືພຣະຄຳພີນີ້ແມ່ນໄດ້ຖືກຂຽນຂຶ້ນ ມາເພື່ອໃຫ້ຄົນທຳມະດາສາມັນໂດຍທົ່ວໄປ. ສັຈທັມຄວາມຈິງທີ່ຍິ່ງ ໃຫຍ່ເຊິ່ງມີ ຄວາມຈຳເປັນສຳລັບມະນຸດເພື່ອຈະ ໄດ້ມາເຊິ່ງຄວາມ ລອດພົ້ນຂອງຕົ້ນນັ້ນກໍໄດ້ຖືກຂີດຂຽນເອົາໄວ້ຢ່າງແຈ່ມແຈ້ງເໝືອນ ຍາມຕາເວັນທ່ຽງຟ້າແລະກໍບໍ່ມີຜູ້ໃດຈະຫລົງທາງໄປໄດ້, ຍົກເວັ້ນ ແຕ່ພວກຄົນທີ່ເດີນຕາມຄວາມຄິດຂອງຕົນເອງເທົ່ານັ້ນ ໂດຍທີ່ບໍ່ ເອົາຫົວໃສ່ໃຈຊາຕໍ່ນ້ຳພຣະທັຍຂອງພຣະເຈົ້າທີ່ໄດ້ຖືກເປິດເຜີຍອອກ ມາໃຫ້ເຫັນຢ່າງຊັດເຈນຢູ່ແລ້ວນັ້ນ. ພວກເຮົາບໍ່ຄວນທີ່ຈະໄປເກັບ ກຳເອົາແຕ່ຄຳເວົ້າຂອງຄົນອື່ນມາເປັນສິ່ງອ້າງອີງ, ແຕ່ເພື່ອຈະ ມີຄວາມຮູ້ກ່ຽວກັບພຣະຄຳສອນທີ່ມີຢູ່ໃນ ພຣະຄຳພີນັ້ນພວກເຮົາກໍ ຄວນຈະຄົ້ນຄວ້າຮ່ຳຮຽນພຣະວັຈນະຂອງ ພຣະເຈົ້ານັ້ນດ້ວຍຕົນເອງ. ຖ້າພວກເຮົາຫາກປ່ອຍໃຫ້ຄົນອື່ນເຂົ້າມາ ໃຊ້ຄວາມຄິດຕາງຕົນ ເອງແລ້ວ. ພະລັງແຮງ ແລະຄວາມສາມາດຂອງພວກເຮົາກໍຈະ ອ່ອນເພັຍເປັ້ຍລົງໄປ. ຄວາມສາມາດທາງດ້ານມັນສະໝອງ ຂອງຄົນເຮົາກໍຈະຢຸດສະງັກລົງໄປຍ້ອນຂາດການຝຶກຫັດໃນການ ຄົ້ນຄິດພິຈາລະນາເຖິງສິ່ງທີ່ມີຄຸນຄ່າທາງດ້ານຈິນຕະນາການຂອງ ຕົນເນື່ອງຈາກວ່າມັນໄດ້ສູນເສັຍຄວາມມີສະມັຖພາບຂອງຕົນທີ່ຈະຮັບເອົາສິ່ງທີ່ມີຄວາມໝາຍອັນເລິກເຊິ່ງທີ່ໄດ້ມາຈາກພຣະວັຈນະ ຂອງພຣະຜູ້ເປັນເຈົ້າ. ຄວາມຄິດມັນສະໝອງຂອງຄົນອາດຈະຂະ ຫຍາຍກວ້າງອອກ ໄປຖ້າວ່າມັນຫາກເດີນໄປຕາມຊ່ອງທາງທີ່ມີ ການສະໜິດຕິດພັນກັນກັບວັດຖຸປະສົງທີ່ພຣະຄຳພີໄດ້ສອນເອົາໄວ້ ໂດຍການເອົາສິ່ງທີ່ເປັນເຣື່ອງຂອງພຣະຄຳພີເຂົ້າມາປຽບທຽບ ກັບພຣະຄຳພີ ແລະ ເອົາສິ່ງທີ່ເປັນຝ່າຍຈິດວິນຍານມາປຽບ ທຽບ ໃສ່ເຣືອງຂອງຝ່າຍຈິດວິນຍານ. SCL 178.1