ເສັ້ນທາງແຫ່ງຄວາມຫວັງ
ບໍ່ມີສິ່ງໃດອີກແລ້ວພໍທີ່ຈະນຳເອົາເພື່ອມາຍົກຍ້ອງຕົນເອງໄດ້
ພວກເຮົາບໍ່ມີສິ່ງໃດອີກແລ້ວພໍທີ່ຈະນຳເອົາມາເພື່ອເປັນສິ່ງ ທີ່ຍົກຍ້ອງຕົວເອງໄດ້. ພວກເຮົາບໍ່ມີຂໍ້ອ້າງໃດໆເລຍທີ່ຈະນຳມາເພື່ອ ເປັນສິ່ງທີ່ ຈະທຳໃຫ້ຕົນໄດ້ເກີດມີຄວາມອວດອົ່ງທະນົງຕົວ, ຄວາມ ຫວັງຢ່າງດຽວທີ່ມີຢູ່ກໍຄື - ຄວາມຊອບທັມຂອງອົງພຣະຄຣິສຕ໌ທີ່ ຖືກມອບມາໃຫ້ເປັນຂອງພວກເຮົາແລະນັ້ນກໍຄືຄວາມຊອບທັມທີ່ ເປັນໝາກຜົນອັນໄດ້ມາຈາກການທຳງານຂອງພຣະວິນຍານບໍຣິ ສຸດຂອງພຣະອົງເຈົ້າທີ່ດຳເນີນໄປຢູ່ໃນຕົວຂອງພວກເຮົາແລະໂດຍຜ່ານຕົວຂອງພວກເຮົານີ້ເອງ. SCL 122.1
ເມື່ອເວລາທີ່ພວກເຮົາພາກັນເວົ້າເຖິງຄວາມເຊື່ອນັ້ນກໍຄວນຈະມີການຈຳແນກອອກ ໃຫ້ລະອຽດດັ່ງຕໍ່ໄປນີ້:ຄືຍັງມີຄວາມ ເຊື່ອແບບທຳມະດາທີ່ແຕກຕ່າງໄປຈາກຄວາມເຊື່ອໃນທາງສາສນາຢ່າງສິ້ນເຊີງ. ການດຳຣົງຄົງຢູ່ ແລະອຳນາດຣິດທິເດດຂອງ ອົງພຣະຜູ້ເປັນເຈົ້າ ແລະຄວາມເປັນຈິງຂອງພຣະວັຈນະຂອງພຣະ ອົງ-ທັງໝົດທີ່ກ່າວມານີ້ກໍຄືຫລັກຖານຄວາມເປັນຈິງທີ່ນັບທັງສາ ຕານແລະພວກລູກສະໜຸມຂອງເຂົາຈະພາກັນປະຕິເສດໄປບໍ່ໄດ້. ໜັງສືພຣະຄຳພີຍັງມີຂໍ້ຄວາມຕັດກ່າວເອົາໄວ້ວ່າ: “ແມ່ນແຕ່ພວກຜີຮ້າຍທັງຫລາຍກໍຍັງພາກັນເຊື່ອແລະສະທ້ານຫວັ່ນໄຫວ” (ຢາໂກໂບ 2:19), ແຕ່ວ່ານີ້ກໍຍັງບໍ່ທັນແມ່ນຄວາມເຊື່ອໃນທາງ ສາສນານັ້ນເທື່ອ. ຢູ່ບ່ອນໃດທີ່ບໍ່ມີແຕ່ພຽງຄວາມເຊື່ອແບບເປົ່າ ລ້າຕໍ່ພຣະວັຈນະຂອງພຣະເຈົ້າແຕ່ຫາກທັງຍັງນຳເອົາຄວາມຄິດຈິດໃຈ ໃຫ້ໄປຂຶ້ນກັບພຣະອົງ ແລະນຳເອົາຫົວໃຈໄປມອບໃຫ້ແກ່ພ ຣະອົງ ແລະ ອາລົມຄວາມຮູ້ສຶກທັງໝົດກໍໄດ້ນຳເອົາມາກາງຕໍ່ ພ ຣະອົງນັ້ນແລ້ວກໍສະແດງວ່ານີ້ເປັນຄວາມເຊື່ອ ທີ່ເອົາການເອົາ ງານໂດຍມີຄວາມຮັກເປັນຜູ້ໃຫ້ການກະຕຸກຊຸກຍູ້, ນັ້ນກໍແມ່ນຄວາມ ເຊື່ອທີ່ທຳໃຫ້ຊີວິດຈິດໃຈຂອງຄົນໄດ້ເກີດມີຄວາມຜ່ອງໃສ. ໂດຍ ຜ່ານຄວາມເຊື່ອຢ່າງນີ້ເອງທີ່ທຳໃຫ້ຫົວໃຈຂອງຄົນເຮົາຕ້ອງໄດ້ຮັບການຝຶກຝົນກໍສ້າງຂຶ້ນໃໝ່ໃຫ້ເປັນໄປຕາມພາບພົດຂອງ ອົງພ ຣະຜູ້ເປັນເຈົ້າ. ຄົນຜູ້ທີ່ຫົວໃຈຂອງເຂົາຍັງບໍ່ທັນໄດ້ຮັບການຝຶກຝົນ ຫລໍ່ຫລອມຄືນໃໝ່ນັ້ນເຂົາກໍຈະບໍ່ສາມາດທີ່ຈະທຳຕາມກົດໝາຍຂອງພຣະເຈົ້ານັ້ນໄດ້ແລະກໍທັງບໍ່ສາມາດທີ່ຈະທຳໄດ້ອີກດ້ວຍ. ມາ ບັດນີ້ເຂົາກໍໄດ້ກັບມາມີຄວາມຊື່ນຊົມໃຈໃນພຣະຄຳສອນທີ່ ສັກສິດ ພ້ອມທັງຮ້ອງອຸທານຂຶ້ນຮ່ວມກັບບົດເພງສັນລະເສີນທີ່ມີຂໍ້ຄວາມກ່າວເອົາໄວ້ວ່າ: “ໂອນໍ! ຂ້ານ້ອຍກໍຮັກກົດພຣະບັນຍັຕຂອງ ພຣະອົງຍິ່ງແທ້! ນີ້ຄືສິ່ງທີ່ຂ້ານ້ອຍໄຫວ້ວອນພາວະນາຢູ່ທຸກ ມື້ທຸກວັນ.” (ເພງສັນລະເສີນ 119:97). ມາບັດນີ້, ຄວາມຊອບ ທັມແຫ່ງກົດໝາຍຂອງພຣະເຈົ້າກໍໄດ້ຖືກປະຕິບັດໃຫ້ເກີດເປັນຈິງຢູ່ພາຍໃນຕົວຂອງພວກເຮົາ “ເຊິ່ງເປັນຜູ້ທີ່ບໍ່ໄດ້ເດີນຕາມ ທາງເນື້ອກາຍ, ແຕ່ຫາກເດີນຕາມພຣະວິຍານຂອງພຣະ ເຈົ້າ.” (ໂຣມັນ 8:1). SCL 122.2