ເສັ້ນທາງແຫ່ງຄວາມຫວັງ

36/107

ບົດທີ 6—ຄວາມເຊື່ອ ແລະ ການຮັບເອົາ

ໃນເມື່ອພຣະວິນຍານບໍຣິສຸດາກໄດ້ປຸກລຸກເອົາຕົວຂອງ ທ່ານໃຫ້ເກີດມີຄວາມຮູ້ສຶກຕື່ນຕົວຂຶ້ນມາແລ້ວທ່ານກໍຈະໄດ້ເປັນສິ່ງ ທີ່ເປັນຄວາມຊົ່ວຊ້າເລວຊາມຂອງຄວາມບາບພ້ອມທັງຣິດອຳ ນາດອັນຮ້າຍກາດຂອງມັນນັ້ນແລະຈະເຫັນໃນຄວາມເປັນໂທດ ພ້ອມທັງຄວາມທຸກເຂັນຂອງມັນ ແລະເມື່ອໄດ້ເຫັນແຈ້ງໃນສິ່ງດັ່ງ ກ່າວນັ້ນແລ້ວທ່ານກໍຈະມີຄວາມເບື່ອໜ່າຍມັນຂຶ້ນມາ. ທ່ານ ຈະເກີດມີຄວາມຮູ້ສຶກວ່າຄວາມບາບນັ້ນກໍເປັນຕົວການທີ່ທຳການ ແບ່ງແຍກທ່ານໃຫ້ຫ່າງໄກອອກໄປຈາກອົງພຣະຜູ້ເປັນເຈົ້າ ແລະ ທ່ານກໍຈະຮູ້ຕົວໄດ້ວ່າຕົວຂອງທ່ານເອງນັ້ນກຳລັງຕົກຢູ່ໃຕ້ຄວາມ ເປັນທາດຈາກຣິດເດດຂອງມານຮ້າຍ. ຍິ່ງທ່ານໃຊ້ຄວາມພະຍາ ຍາມ ຕໍ່ສູ້ເພື່ອເອົາຕົນຫລົບຫລີກມັນພຽງເທົ່າໃດທ່ານກໍຍິ່ງຈະເຂົ້າ ໃຈໄດ້ໃນຄວາມຂາດສະມັຖພາບຂອງຕົນພຽງເທົ່ານັ້ນ, ຄວາມຄິດ ຈິດໃຈຂອງທ່ານກໍຂາດຄວາມບໍຣິສຸດ, ຫົວໃຈຂອງທ່ານກໍສົກກະ ປົກ. ທ່ານຈະເຫັນໄດ້ວ່າຊີວິດຂອງທ່ານ ນັ້ນກໍເຕັມໄປດ້ວຍຄວາມ ເຫັນແກ່ຕົວແລະຄວາມບາບທັງສິ້ນ. ທ່ານຈະເກີດມີຄວາມປະສົງ ຢາກຈະໃຫ້ຕົນໄດ້ຮັບການອະພັຍໂທດ, ໄດ້ຮັບການສະສາງລ້າງ ສ່ວຍໃຫ້ສະອາດແລະ ຢາກຈະໄດ້ຮັບການປົດປ່ອຍໃຫ້ເປັນອິສຣະ ພາບໄປ. ທ່ານຈະສາມາດທຳສິ່ງໃດໄດ້ເພື່ອຈະໄດ້ມາເຊິ່ງຄຳທີ່ ວ່າ: “ຄວາມສອດຄ່ອງກົມກຽວກັບອົງພຣະຜູ້ເປັນເຈົ້າ ແລະ ຄວາມມີລັກສະນະອັນຄ້າຍດັ່ງພຣະອົງ”? SCL 89.1

ການໃຫ້ອະພັຍຈາກອົງພຣະຜູ້ເປັນເຈົ້າ, ຄວາມສັນຕິແລະ ຄວາມຮັກທີ່ມີຢູ່ໃນຫົວໃຈ - ສິ່ງເຫລົ່ານີ້ເອງຄືຄວາມສັນຕິທີ່ທ່ານ ຕ້ອງການ. ເງິນຄຳກຳແກ້ວບໍ່ສາມາດທີ່ຈະນຳມາຊື້ເອົາສິ່ງເຫລົ່າ ນີ້ໄດ້, ມັນສະໝອງຂອງມະນຸດກໍບໍ່ສາມາດທີ່ຈະຜະລິດສ້າງ ສິ່ງເຫລົ່ານີ້ຂຶ້ນມາໄດ້, ຄວາມສະຫລາດຂອງມະນຸດກໍບໍ່ສາມາດທີ່ ຈະທຳການພິສິດຕໍ່ສິ່ງເຫລົ່ານີ້ໄດ້, ທ່ານບໍ່ຕ້ອງຫວັງໄປເລີຍວ່າຈະ ນຳເອົາສິ່ງທີ່ກ່າວມານີ້ມາໄດ້ດ້ວຍເຫື່ອແຮງຂອງຕົນເອງ, ແຕ່ ຫາກແມ່ນອົງພຣະຜູ້ເປັນເຈົ້າຊົງເປັນຜູ້ໂຜດປະທານເອົາສິ່ງນີ້ໃຫ້ ແກ່ທ່ານໃນຖານະທີ່ເປັນຂອງພຣະຣາຊທານຈາກພຣະອົງເອງ, “ໂດຍປາສຈາກເງິນແລະປາສຈາກການວາງລາຄາ” (ເອ ຊາຢາ 55:1). ສິ່ງນີ້ກໍເປັນຂອງທ່ານຢູ່ແລ້ວ, ຂໍພຽງແຕ່ໃຫ້ທ່ານ ເກີດມີຄວາມຕ້ອງການເທົ່ານັ້ນກໍໃຫ້ຢື້ມືຂອງທ່ານຂຶ້ນມາແລ້ວກໍຈັບ ເອົາໄປເສັຍ. ອົງພຣະຜູ້ເປັນເຈົ້າຊົງໄດ້ຕັດກ່າວເອົາໄວ້ວ່າ: “ເຖິງ ວ່າຄວາມບາບຂອງທ່ານຈະເປັນສີອັນບວບຊ້ຳກໍຕາມເຮົາ ພຣະອົງກໍຈະທຳໃຫ້ມັນກາຍເປັນສີຂາວເໝືອນດັ່ງຫິມມະ; ເຖິງວ່າມັນເປັນສີແດງເໝືອນຜ້າໝ່ານແດງກໍຕາມ ເຮົາ ພຣະອົງກໍຈະທຳໃຫ້ມັນຂາວເໝືອນດັ່ງຂົນແພ໊ະ” (ເອຊາ ຢາ 1:18), “ເຮົາພຣະອົງກໍຈະເອົາຫົວໃຈດວງໃໝ່ມາ ໃຫ້ທ່ານເຊັ່ນກັນ ແລະ ທັງເອົາຈິດວິນຍານໃໝ່ເຂົ້າມາ ສວມໃສ່ໃນຕົວຂອງທ່ານນັ້ນ” (ເອເຊກຽນ 36:26). SCL 90.1

ທ່ານໄດ້ຍອມຮັບສາລະພາບໃນຄວາມບາບຂອງຕົນ ແລ້ວ ແລະກໍໄດ້ປະຖິ້ມມັນໄປແລ້ວ. ທ່ານໄດ້ຕັດສິນໃຈທີ່ຈະອຸທິດຕົນເພື່ອ ອົງພຣະຜູ້ເປັນເຈົ້າແລ້ວ. ບັດນີ້ກໍຂໍໃຫ້ທ່ານຈົ່ງກ້າວເດີນເຂົ້າໄປຫາ ພຣະອົງແລ້ວຂໍຮ້ອງ ໃຫ້ພຣະອົງຊົງເປັນຜູ້ໃຫ້ການສະສາງລ້າງ ສ່ວຍຄວາມບາບຂອງທ່ານ ແລະໂຜດປະທານເອົາຫົວໃຈດວງໃໝ່ ມາໃຫ້ແກ່ທ່ານ. ທ່ານຈົ່ງເຊື່ອເຖີດວ່າ ພຣະອົງຈະກະທຳສິ່ງນີ້ ເພາະວ່າພຣະອົງໄດ້ໃຫ້ຄຳໝັ້ນສັນຍາເອົາໄວ້ແລ້ວ. ໃນເວລາທີ່ ພຣະເຢຊູເຈົ້າຊົງໄດ້ສະເດັດລົງມາດຳຣົງຊີວິດຢູ່ໃນໂລກມະນຸດເຮົາ ນີ້ ພຣະອົງກໍໄດ້ສິດສອນບົດຮຽນອັນໜຶ່ງເອົາໄວ້ວ່າ: ຕໍ່ຂອງພຣະ ຣາຊທານທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ສັນຍາເອົາໄວ້ນັ້ນພວກເຮົາ ກໍຈະຕ້ອງພາກັນເຊື່ອວ່າພວກເຮົາຈະເປັນຜູ້ໄດ້ຮັບແລະສິ່ງນັ້ນ ກໍເປັນຂອງພວກເຮົາຢູ່ແລ້ວ. ພຣະເຢຊູ ຊົງໄດ້ໃຫ້ການປິ່ນປົວພະ ຍາບານແກ່ພວກ ມວນຊົນໃຫ້ຫາຍໄປຈາກພະຍາດໂລຄາຂອງ ພວກເຂົາໃນເມືອພວກຄົນເຫລົ່ານັ້ນຫາກມີຄວາມເຊື່ອໃນຣິດອຳ ນາດຂອງພຣະອົງ. ພຣະອົງໄດ້ຊ່ວຍໃຫ້ພວກເຂົາທັງຫລາຍໄດ້ເຫັນ ໃນສິ່ງທີ່ພວກເຂົາບໍ່ສາມາດເປັນເອງໄດ້ໂດຍການໃຫ້ພະລັງໃຈແກ່ ພວກເຂົາເພື່ອໃຫ້ພາກັນໄດ້ ເກີດມີຄວາມໄວ້ວາງໃຈໃນພຣະອົງໃນ ສິ່ງທີ່ພວກເຂົາບໍ່ສາມາດເຫັນໄດ້ຢ່າງປະຈັກຕາ - ດ້ວຍການນຳພາ ເອົາພວກເຂົາທັງຫລາຍໃຫ້ເຂົ້າມາເຊື່ອໃນຣິດອຳນາດຂອງພຣະ ອົງໃນການທີ່ຈະໂຜດປະທານຄວາມໃຫ້ອະພັຍແກ່ຄວາມບາບທັງ ປວງ. ຕໍ່ໄປນີ້ຄືຄຳຖະແຫລງອັນແຈ່ມແຈ້ງຂອງອົງພຣະເຢຊູເຈົ້າ ໃນເວລາທີ່ພຣະອົງໄດ້ໃຫ້ການປິ່ນປົວພະຍາບານແກ່ຄົນພິການດ້ວຍໂຣກອຳມະພາດຜູ້ໜຶ່ງ, ພຣະອົງຊົງຕັດວ່າ: “ເພື່ອທ່ານຈະໄດ້ ຮູ້ຈັກວ່າພຣະບຸຕຂອງມະນຸດກໍມີອຳນາດຢູ່ເມືອງມະນຸດ ທີ່ຈະໃຫ້ອະພັຍແກ່ ຄວາມບາບທັງປວງ,ຈາກນັ້ນພຣະອົງ ກໍໄດ້ຕັດກ່າວຕໍ່ຄົນອຳມະພາດຜູ້ນັ້ນວ່າເຈົ້າຈົ່ງລຸກຂຶ້ນ ແລ້ວຫອບເອົາບ່ອນນອນຂອງເຈົ້ານັ້ນກັບໄປຍັງບ້ານ ເຮືອນຂອງເຈົ້າເສັຍເຖີດ” (ມັດທາຍ 9:6). ທ່ານໂຢຫັນເຊິ່ງ ເປັນຜູ້ໜຶ່ງໃນພວກອັຄສາວົກຂອງອົງພຣະເຢຊູເຈົ້າໃນເວລາທີ່ທ່ານ ໄດ້ກ່າວເຖິງພຣະກິຈການອັນມະຫັສຈັນຕ່າງໆ ທີ່ອົງພຣະຄຣິສຕ໌ຊົງ ໄດ້ສະແດງອອກມາໃຫ້ເຫັນນັ້ນກໍຍັງໄດ້ເວົ້າອອກເປັນລັກສະນະ ດຽວກັນນີ້ວ່າ: “ຢູ່ໃນໜັງສືພຣະຄຳພີຍັງມີຄຳບັນທຶກເອົາ ໄວ້ເພື່ອໃຫ້ທ່ານໄດ້ເຊື່ອວ່າ ພຣະເຢຊູເຈົ້າຊົງເປັນ ອົງພຣະ ຄຣິສຕ໌, ຊົງເປັນພຣະບຸຕຂອງອົງພຣະຜູ້ເປັນເຈົ້າ ແລະການ ເຊື່ອດັ່ງນີ້ກໍຈະພາໃຫ້ທ່ານໄດ້ມີຊີວິດໂດຍຜ່ານພຣະນາມ SCL 91.1

ຂອງພຣະອົງ” (ໂຢຫັນ 20:31). SCL 93.1