ເສັ້ນທາງແຫ່ງຄວາມຫວັງ
ຄວາມຮູ້ສຶກອັບອ້າຍແລະເບື່ອໜ່າຍ
ຫລັງຈາກທີ່ທ່ານອາດາມແລະນາງເອວາ (Adam and Eve)ໄດ້ພາກັນກິນຜົລໄມ້ທີ່ຕ້ອງຫ້າມນັ້ນແລ້ວ ພວກເພິ່ນ ກໍຈິ່ງພາກັນເກີດມີຄວາມຮູ້ສຶກອັບອາຍຂາຍໜ້າແລະເບື່ອໜ່າຍຂຶ້ນ ມາ. ເລີ່ມແລກພວກເພິ່ນກໍມີແຕ່ຄິດວ່າຈະຂໍໂທດຂໍອະພັຍໃນການທີ່ ຕົນໄດ້ກະທຳຄວາມບາບລົງໄປນັ້ນຢ່າງໃດ ແລະຈະພາກັນຫລີກ ເວັ້ນຄວາມຕາຍທີ່ຈະມານັ້ນໄດ້ຢ່າງໃດພຽງເທົ່ານັ້ນ. ເມື່ອເວລາ ທີ່ອົງພຣະຜູ້ເປັນເຈົ້າໄດ້ສອບຖາມກ່ຽວກັບເຣື່ອງຄວາມບາບຂອງ ພວກກ່ຽວແລ້ວ ທ່ານອາດາມກໍໄດ້ໂຍນເອົາຄວາມຜິດນັ້ນໃຫ້ຕົກໄປ ເປັນຝ່າຍຂອງອົງພຣະຜູ້ເປັນເຈົ້າສ່ວນໜຶ່ງ ແລະ ຍົກໃຫ້ຜູ້ເປັນຄູ່ ຮ່ວມຊີວິດຂອງຕົນນັ້ນອີກສ່ວນໜຶ່ງ ໂດຍກ່າວຫາວ່າ: “ຜູ້ຍິງທີ່ພຣະ ອົງໄດ້ມອບໃຫ້ມາຢູ່ກັບຂ້ານ້ອຍນັ້ນເຂົາກໍໄດ້ເອົາ ໝາກໄມ້ ນັ້ນມາຍື່ນໃຫ້ຂ້ານ້ອຍແລ້ວຂ້ານ້ອຍກໍໄດ້ກິນ” ສ່ວນຝ່າຍທີ່ ເປັນຜູ້ຍິງກໍໄດ້ໂຍນເອົາຄວາມຜິດ ນັ້ນໄປໃສ່ໂຕງູໂດຍກ່າວວ່າ: ”ງູໂຕນັ້ນໄດ້ລໍ້ລວງຂ້ານ້ອຍແລະຂ້ານ້ອຍກໍໄດ້ກິນ” (ໜັງສືບັ້ນ ປະຖົມມະການ 3:12,13). ເປັນຫຍັງພຣະອົງຈິ່ງສ້າງໃຫ້ມີງູເກີດ ຂຶ້ນມາ? ເປັນຫຍັງພຣະອົງຈິ່ງອະນຸຍາດໃຫ້ງູມັນ ເຂົ້າມາໃນສວນ ເອເດນ(Eden)? ນາງໄດ້ນຳເອົາຄຳຖາມເຫລົ່ານີ້ມາເປັນຂໍ້ອາງ ເພື່ອແກ້ຕົວຕໍ່ ການກະທຳບາບຂອງຕົນແລະເພື່ອໂຍນເອົາຄວາມ ຮັບຜິດຊອບຕໍ່ການລົ້ມລະລາຍຂອງພວກຕົນນັ້ນ ໃຫ້ຕົກໄປເປັນ ຝ່າຍຂອງອົງພຣະຜູ້ເປັນເຈົ້າ. ທີ່ມາຂອງການແກ້ຕົວແບບ ນີ້ກໍມີຈຸດເລີ່ມຕົ້ນອອກຈາກເຈົ້າພໍ່ກົນລວງແລະກໍໄດ້ສົ່ງຜົນສະທ້ອນ ໄປເຖິງພວກລູກຫລານເຫລັນຫລ້ອນຂອງທ່ານອາດາມສືບຕໍ່ກັນ ໄປ. ການຍອມຮັບສາລະພາບແບບນີ້ກໍບໍ່ໄດ້ມາຈາກພຣະວິນຍານ ຂອງ ອົງພຣະຜູ້ເປັນເຈົ້າແຕ່ຢ່າງໃດເລີຍແລະກໍເປັນທີ່ຮັບເອົາບໍ່ ໄດ້ສຳລັບພຣະອົງ. ການຍອມຮັບສາລະພາບທີ່ແທ້ຈິງນັ້ນກໍຈະ ຕ້ອງຊັກນຳເອົາຄົນໃຫ້ເກີດມີຄວາມຍິນດີມີຄວາມຮັບຜິດຊອບຕໍ່ ຄວາມຜິດຂອງຕົນຢ່າງເຕັມສ່ວນ ແລະ ຍອມຮັບເອົາຄວາມຜິດ ຂອງຕົນນັ້ນໂດຍປາສຈາກການລໍ້ລວງແລະໜ້າໄຫວ້ຫລັງຫລອກ ໃດໆ. ເມື່ອຄົນເຮົາຫາກປະພຶດຕົນເໝືອນດັ່ງນາຍພາສີທີ່ໜ້າສັງ ເວດຜູ້ໜຶ່ງເຊິ່ງຮອດບໍ່ຫານ ທີ່ຈະແຫງນໜ້າແນມເບິ່ງທ້ອງຟ້ານັ້ນ ເຂົາກໍຈະຮ້ອງກ່າວວ່າ: “ຂ້າແດ່ອົງພຣະຜູ້ເປັນເຈົ້າ, ໂຜດຈົ່ງມີ ຄວາມເມດຕາປານີຕໍ່ຂ້ານ້ອຍຜູ້ເປັນຄົນບາບນີ້ດ້ວນ”. ຜູ້ໃດທີ່ຍິນ ຍອມຮັບຮູ້ຄວາມຜິດຄວາມບາບຂອງຕົນເຂົາກໍ ຈະໄດ້ຮັບການໃຫ້ ອະພັຍໂທດ ເພາະວ່າອົງພຣະເຢຊູເຈົ້າຈະນຳເອົາ ພຣະໂລຫິດຂອງ ພຣະອົງມາເປັນສິ່ງປົກປ້ອງຕໍ່ຄົນຜູ້ທີ່ ຍອມຮັບສາລະພາບຕໍ່ຄວາມ ບາບຂອງຕົນນັ້ນ. SCL 71.2