ເສັ້ນທາງແຫ່ງຄວາມຫວັງ

16/107

ຄວາມຮູ້ສຶກຕື່ນຕົວ

ເມື່ອເວລາຈິດໃຈ ຂອງຄົນຫາກຍອມຢູ່ໃຕ້ອຳນາດແຫ່ງ ພຣະວິນຍານບໍຣິສຸດຂອງອົງພຣະຜູ້ເປັນເຈົ້າແລ້ວສະຕິສຳນຶກຂອງ ຄົນກໍຈະຟື້ນຕື່ນຂຶ້ນມາ ແລະ ມະນຸດຜູ້ມີບາບກໍຈະສາມາດຈຳແນກ ໄດ້ໃນຄວາມເລິກເຊິ່ງ ແລະໜ້າບູຊາຂອງກົດໝາຍທີ່ສັກສິດຂອງ ອົງພຣະຜູ້ເປັນເຈົ້າ, ມີຄວາມເຂົ້າໃຈໄດ້ເຖິງຫລັກການອັນໝັ້ນຄົງ ແຫ່ງການປົກຄອງ ພຣະອົງທັງຢູ່ເມືອງຟ້າແລະເມືອງດິນ. ” ແສງອັນຮຸ່ງເຮືອງທີ່ໄດ້ສາດສ່ອງລົງມາໃຫ້ທຸກຄົນທີ່ໄດ້ເກີດ ມາໃນໂລກນີ້” (ໂຢຫັນ 1:9) ໄດ້ສົ່ງແສງສະຫລວ່າງເຂົ້າໄປສູ່ ທຸກຫ້ອງຫົວໃຈອັນເລິກລັບຂອງມະນຸດ ແລະ ສິ່ງທີ່ເຊື່ອງຊ້ອນຢູ່ໃນ ຄວາມມືດກໍໄດ້ຖືກເປິດເຜີຍອອກມາໃຫ້ເຫັນຢ່າງແຈ່ມແຈ້ງ. ຄວາມເຂົ້າໃຈໃນຄວາມບາບຂອງມະນຸດນັ້ນກໍເກີດຂຶ້ນຢູ່ໃນທາງຄວາມຄິດແລະທາງຈິດໃຈ. ມະນຸດຜູ້ມີບາບເກີດມີຄວາມເຂົ້າໃຈໃນ ຄວາມຊອບທັມຂອງພຣະເຢໂຫວາ (Jehovah) ແລະ ຮູ້ສຶກ ຢ້ານກົວທີ່ວ່າຕົນຜູ້ເຊິ່ງມີມົນທິນແລະມີຄວາມຜິດພາດຝ່າຝືນນັ້ນ ກໍຍັງມາປາກົດຕົວຢູ່ຕໍ່ໜ້າພຣະພັກຂອງ ອົງພຣະຜູ້ເຈົ້າຜູ້ເຊິ່ງຮູ້ຈັກ ອ່ານຈິດໃຈຂອງມະນຸດທັງປວງ. ເຂົາໄດ້ເຫັນຄວາມຮັກຂອງອົງ ພຣະຜູ້ເປັນເຈົ້າ, ເຫັນຄວາມສວຍງາມວິລາວັນແຫ່ງຄວາມບໍຣິ ສຸດຜຸດຜ່ອງ ແລະ ຄວາມສຸກໃຈໃນຄວາມສະອາດຜ່ອງໃສ,ຈາກ ນັ້ນເຂົາກໍເກີດມີຄວາມຫິວກະຫາຍທີ່ ຢາກຈະກັບກາຍມາເປັນຄົນ ຜູ້ບໍຣິສຸດແລະຢາກຈະຟື້ນຄວາມສັມພັນກັບເມືອງສະຫວັນຊັ້ນ ຟ້ານັ້ນຄືນອີກ. SCL 34.2

ຄຳໄຫວ້ວອນອະທິຖານ ຂອງກະສັຕດາວິດ (David) ພາຍຫລັງທີ່ເພິ່ນໄດ້ຕົກເປັນເຍື່ອຂອງ ຄວາມບາບໄປແລ້ວ ນັ້ນກໍເປັນແບບຢ່າງທີ່ຊີ້ໃຫ້ເຫັນ ເຖິງລັກສະນະຂອງການສະ ແດງອອກເຖິງຄວາມໂສກເສົ້າເສັຍໃຈອັນແທ້ຈິງຕໍ່ຄວາມບາບທີ່ ໄດ້ກະທຳໄປ. ການຍອມຮັບສາລະພາບຂອງກະສັຕດາວິດ ແມ່ນ ເປັນໄປດ້ວຍຄວາມຈິງໃຈ ແລະເລິກເຊິ່ງເຖິງຖອງ. ທ່ານບໍ່ໄດ້ໃຊ້ ຄວາມພະຍາຍາມແຕ່ຢ່າງໃດເລີຍ ທີ່ຈະປະຕິເສດວ່າຄວາມຜິດທີ່ ຕົນໄດ້ກະທຳລົງໄປ ນັ້ນແມ່ນມີລັກສະນະອັນໜັກໜ່ວງຢ່າງແທ້ ຈິງ, ທ່ານບໍ່ໄດ້ຄິດເລີຍວ່າຈະໄຫວ້ວອນເພື່ອຫາທາງຫລົບລີກ ຈາກການລົງໂທດທີ່ຈະຕາມມາ. ກະສັຕດາວິດເຫັນໄດ້ເຖິງຄວາມ ໂກດຮ້າຍແຫ່ງການຝ່າຝືນລ່ວງລະເມີດຂອງຕົນ, ທ່ານເຫັນໄດ້ໃນ ຄວາມເປື່ອຍເຍື່ອຍທາງດ້ານຈິດໃຈ ຂອງຕົນແລ້ວກໍເກີດມີຄວາມ ໜ່າຍແໜງຕໍ່ຄວາມບາບຂອງຕົນ. ທ່ານບໍ່ໄດ້ໄຫວ້ວອນເພື່ອຂໍ ຄວາມກະຣຸນາໃນການໃຫ້ອະພັຍໂທດພຽງເທົ່ານັ້ນ, ແຕ່ຫາກທັງ ເພື່ອຂໍໃຫ້ຈິດໃຈຂອງຕົນໄດ້ຖືກສຳລະສະສາງໃຫ້ມີຄວາມຂາວສະ ອາດ. ທ່ານໄດ້ເກີດມີຄວາມປະສົງອັນແຮງກ້າ ທີ່ຢາກຈະມີຄວາມ ສຸກໃຈຢູ່ໃນຊີວິດແຫ່ງຄວາມ ບໍຣິສຸດຜຸດຜ່ອງເພື່ອຕົນຈະໄດ້ຟື້ນຟູ ຄວາມສັມພັນຢ່າງສະໜິດແໜ້ນກັບອົງ ພຣະຜູ້ເປັນເຈົ້າອີກຄືນໃໝ່. ຕໍ່ໄປນີ້ ຄືຖ້ອຍຄຳທີ່ໄດ້ດັງກ້ອງອອກມາຈາກຫ້ອງຫົວໃຈຂອງກະ ສັຕດາວິດ. SCL 35.1