ເສັ້ນທາງແຫ່ງຄວາມຫວັງ

14/107

ບົດທີ 3—ການຍອມກັບໃຈໃໝ່

ມະນຸດເຮົາຈະຄືນດີ ກັບອົງພຣະຜູ້ເປັນເຈົ້າໄດ້ຢ່າງໃດ? ຄົນບາບຈະກັບກາຍມາເປັນຄົນຊອບທັມົດ້ຢ່າງໃດ? ມີແຕ່ໂດຍ ຜ່ານອົງພຣະຄຣິສຕ໌ພຽງເທົ່ານັ້ນທີ່ ມະນຸດພວກເຮົາ ຈະຖືກຊັກນຳ ໃຫ້ຫວນຄືນໄປສູ່ຄວາມເປັນຈິດໜຶ່ງໃຈດຽວກັນກັບອົງພຣະຜູ້ເປັນເຈົ້າ ແລະມີຄວາມບໍຣິສຸດຜຸດຜ່ອງໄດ້. ແຕ່ວ່າການທີ່ກ້າວເດີນ ເຂົ້າໄປສູ່ອົງພຣະຄຣິສຕ໌ໄດ້ນັ້ນ ພວກເຮົາຈະຕ້ອງທຳຢ່າງໃດ? ຫລາຍຄົນໄດ້ພາກັນຕັ້ງຄຳຖາມແບບດຽວກັນນີ້ ແລະພວກມວນ ຊົນທີ່ໄດ້ມາເຕົ້າໂຮມກັນຢ່າງຄັບຄາໜາແໜ້ນເນື່ອງໃນວັນເທສ ການເພັນທີຄອສ໌ (Penticost) ນັ້ນເມື່ອເກີດມີຄວາມຮູ້ສຶກສຳນຶກ ໃນຄວາມບາບ ຂອງຕົນແລ້ວພວກເຂົາກໍພາກັນຮ້ອງກ່າວຂຶ້ນວ່າ: ຈະໃຫ້ພວກຂ້ານ້ອຍເຮັດແນວໃດ?” ສ່ວນຄຳຕອບເປັນຄຳ ແລກທີ່ ອາຈານເປໂຕຣ ໄດ້ກ່າວອອກມາກໍຄື: ” ຈົ່ງຍອມກັບ ໃຈໃໝ່ເສັຍເຖີດ” (ພຣະກິຈການ 2:28). ຕໍ່ຈາກນັ້ນມາບໍ່ນານ ເທົ່າໃດທ່ານກໍຍັງໄດ້ກ່າວອີກວ່າ: “ຈົ່ງພາກັນຍອມກັບໃຈໃໝ່ ເສັຍເຖີດ.... ແລະ ຈົ່ງປ່ຽນໃຈເຂົ້າມາເຊື່ອເຖີດເພື່ອ ຄວາມ ບາບຂອງ ພວກທ່ານຈະໄດ້ຖືກລຶບລ້າງໃຫ້ຫາຍໄປ” (ພຣະ ກິຈການ 3:19). SCL 31.1

ການຍອມກັບໃຈໃໝ່ນີ້ກໍລວມເອົາທັງຄວາມຮູ້ສຶກກິນແໜງ ໃຈໃນຄວາມບາບ ແລະຍອມປະລະການກະທຳສິ່ງທີ່ເປັນຄວາມ ບາບນັ້ນອີກດ້ວຍ. ພວກເຮົາບໍ່ສາມາດທີ່ຈະປະຕິເສດຈາກຄວາມ ບາບໄປໄດ້ກ່ອນທີ່ຕົນຍັງບໍ່ທັນໄດ້ເຫັນຄວາມຊົ່ວຮ້າຍອັນແທ້ ຈິງຂອງມັນປາກົດອອກມາ, ກ່ອນທີ່ພວກເຮົາຍັງບໍ່ທັນໄດ້ຖອດມັນ ຖິ້ມອອກ ໄປຈາກຫົວໃຈຂອງເຮົາແຕ່ຕອນເລີ່ມແລກແລະຖ້າບໍ່ທຳ ຢ່າງນັ້ນເສັຍກ່ອນ ແລະກໍຈະບໍ່ມີການປ່ຽນແປງທີ່ແທ້ຈິງເກີດຂຶ້ນຢູ່ ໃນຊີວິດຂອງຄົນເຮົານັ້ນໄດ້. SCL 32.1

ມີຄົນເປັນຈຳນວນມາກ ທີ່ຍັງບໍ່ທັນສາມາດທຳຄວາມເຂົ້າ ໃຈໄດ້ຢ່າງເລິກເຊິ່ງເຖິງຖອງກ່ຽວກັບທາດແທ້ຄວາມເປັນຈິງຂອງ ການຍອມກັບໃຈໃໝ່ວ່າເປັນແນວໃດກັນແທ້. ມີຄົນເປັນຈຳນວນ ຫລາຍທີ່ໄດ້ເກີດມີຄວາມຮູ້ສຶກກິນແໜງໃຈວ່າ ຕົນໄດ້ກະທຳຄວາມ ບາບລົງໄປແລ້ວ ແລະ ທັງຍັງໃຊ້ຄວາມພະຍາຍາມປ່ຽນແປງ ການປະພຶດທາງພາຍນອກຂອງຕົນ ເພາະຢ້ານວ່າການກະທຳຜິດ ຂອງພວກຕົນນັ້ນຈະນຳເອົາຄວາມທຸກມາສູ່ຕົນເອງ. ແຕ່ວ່າຄວາມ ຄິດແລະການກະທຳແບບນີ້ກໍຍັງບໍ່ທັນຖືກຕ້ອງກັບສິ່ງທີ່ໄດ້ຂຽນເອົາ ໄວ້ຢູ່ໃນໜັງສືພຣະຄຳພີນັ້ນເລີຍ. ແທນທີ່ພວກເຂົາຈະພາກັນສະ ແດງຄວາມໂສກເສົ້າເສັຍໃຈໃນການກະທຳຄວາມບາບນັ້ນແຕ່ຊ້ຳ ພັດໄປໂສກເສົ້າເສັຍໃຈໃນຄວາມທຸກຂອງຕົນ. ຄວາມເສົ້າໃຈຢູ່ໃນ ທຳນອງນີ້ກໍເຄີຍໄດ້ເກີດຂຶ້ນກັບທ່ານເອໂຊ (Esau) ຫລັງຈາກ ທີ່ທ່ານໄດ້ເຫັນວ່າຕົນໄດ້ສູນເສັຍຖານະຂອງຄວາມເປັນອ້າຍກົກຢູ່ ໃນຄອບຄົວຂອງຕົນໄປ ແລ້ວຢ່າງບໍ່ມີວັນທີ່ຈະເອົາຄືນມາໄດ້ອີກ. ຢູ່ໃນລະຫວ່າງການເດີນທາງຂອງຕົນນັ້ນ, ທ່ານບາລາອາມ (Balaam) ກໍໄດ້ຖືກນາບຂູ່ຈາກເທວະທູຕຕົນນຶ່ງຂອງພຣະຜູ້ເປັນ ເຈົ້າທີ່ກຳລັງຖອດງ້າວອອກມາໃຫ້ເຫັນຢູ່ນັ້ນ, ຜູ້ກ່ຽວກໍໄດ້ເຫັນຮູ້ ແລະເຂົ້າໃຈໃນຄວາມຜິດຂອງຕົນ ແລະກໍຢ້ານກົວວ່າຕົນຈະຖືກ ຂ້າໃຫ້ຕາຍ, ແຕ່...ນັ້ນກໍຍັງບໍ່ທັນແມ່ນການຍອມ ກັບໃຈໃໝ່ຈາກ ຄວາມເປັນບາບທີ່ໄດ້ມາຈາກໃຈຈິງເທື່ອ, ເຂົາຍັງບໍ່ທັນໄດ້ເກີດມີ ການກັບໃຈເທື່ອ, ເຂົາຍັງບໍ່ທັນໄດ້ເກີດມີຄວາມກຽດຊັງໜ່າຍ ແໜງຕໍ່ຄວາມຊົ່ວຮ້າຍນັ້ນເທື່ອ. ຫລັງຈາກທີ່ໄດ້ກະທຳການທໍລະ ຍົດ ຕໍ່ອົງພຣະຜູ້ເປັນເຈົ້າຂອງຕົນໄປແລ້ວທ່ານຢູດາອິສກາຣີໂອດ (JudaIscariot) ກໍໄດ້ອອກປາກຮ້ອງຂຶ້ນວ່າ: “ຂ້ານ້ອຍໄດ້ ທຳບາບໄປແລ້ວທີ່ໄດ້ເປັນຜູ້ທໍລະຍົດຕໍ່ຄົນຜູ້ທີ່ບໍ່ມີຄວາມຜິດ ຫຍັງເລີຍ” (ມັດທາຍ 27:4). SCL 32.2